logo

ສະ​ຖາ​ນີ​ໂທ​ສະ​ພາບ CBS (ອາ​ເມ​ລິ​ກາ) ໂຄ​ສະ​ນາ​ພາບ​ພົດ​ການ​ທ່ອງ​ທ່ຽວ ເຊີນ​ດ່ອງ ຢູ່ ຫວຽດ​ນາມ ອອກ​ສູ່​ໂລກ

2026/3/30 | 11:24:28

(VOVWORLD) - ລາຍການ “60 Minutes” ແມ່ນລາຍການທີ່ມີຊື່ສຽງແຖວໜ້າໂລກ, ມີກຳລັງແຮງແຜ່ກະຈາຍໃນວົງກວ້າງ ດ້ວຍຜູ້ຊົມກວ່າ 8 ລ້ານຄົນຕິດຕາມເປັນປະຈຳ, ພ້ອມກັບການເຂົ້າຊົມນັບຮ້ອຍລ້ານເທື່ອໃນບັນດາປຼາດຟອມທີ່ແຕກຕ່າງກັນໃນທົ່ວໂລກ, ພິເສດຢູ່ຕະຫຼາດອາເມລິກາເໜືອ.



ຖ້ຳເຊີນດ່ອງຂອງ ຫວຽດນາມ (ພາບ: TTXVN)

19 ໂມງຂອງວັນທີ 29  ມີນາ ຕາມເວລາເຂດທາງທິດຕາເວັນອອກ ອາເມລິກາ, ລາຍການ “60 Minutes” ຂອງສະຖານີໂທລະພາບ CBS (ອາເມລິກາ) ໄດ້ອອກອາກາດບົດບົດສາລະຄະດີ ກ່ຽວກັບ ເຊີນດອງ ຢູ່ແຂວງ ກ໋ວາງຈິ, ຫວຽດນາມ, ສ້າງຜົນກະທົບແຜ່ກະຈາຍອອກສູ່ວົງກວ້າງ, ປະກອບສ່ວນຊຸກຍູ້ການສົ່ງເສີມການທ່ອງທ່ຽວ ແລະ ຢັ້ງຢືນສະຖານທີ່ນັດພົບ ກ໋ວາງຈິ ໃນແຜນທີ່ທ່ອງທ່ຽວທົ່ວໂລກ. ລາຍການໂທລະພາບທີ່ມີອິດທິພົນຊື່ສຽງແຖວໜ້າໂລກໄດ້ຄັດເລືອກຖ່າຍທຳວີດີໂອຢູ່ ເຊີນດ່ອງ ແມ່ນເຫດການໂຄສະນາສື່ສານມີຄວາມໝາຍພິເສດສຳລັບການທ່ອງທ່ຽວກ໋ວາງຈິ ກໍ່ຄືເຂດມໍລະດົກທຳມະຊາດໂລກ ປ່າສະຫງວນແຫ່ງຊາດ ຟອງຍາ - ເກ໋ບ່າງ.

ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິໄດ້ປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍບັ້ນໂຄສະນາດ້ວຍຫຼາຍຮູບແບບ ແລະ ເນື້ອໃນອຸດົມສົມບູນ, ມຸ່ງໄປເຖິງບັນດາຕະຫຼາດແຂກທ່ອງທ່ຽວທີ່ມີຈຸດສຸມທັງຢູ່ພາຍໃນ ແລະ ຕ່າງປະເທດ. ເປົ້າໝາຍແມ່ນສືບຕໍ່ຢັ້ງຢືນກ໋ວາງຈິງ ແມ່ນສູນການທ່ອງທ່ຽວປະຈົນໄຟ ແຖວໜ້າພາກພື້ນ ອາຊີ ແລະ ສະຖານທີ່ນັດພົບທີ່ຈັບໃຈຂອງ ຫວຽດນາມ. ທ່ານ ເລມິງຕວັນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິ ໃຫ້ຮູ້ວ່າເລື່ອງບົດສາລະຄະດີກ່ຽວກັບຖ້ຳເຊີນດ່ອງໄດ້ອອກອາກາດໃນລາຍການ “60 Minutes” ແມ່ນໂອກາດທີ່ຍິ່ງໃຫຍ່ເພື່ອໂຄສະນາພາບພົດການທ່ອງທ່ຽວຂອງແຂວງໄປຍັງເພື່ອນມິດສາກົນ. ນີ້ບໍ່ພຽງແຕ່ແມ່ນການຢັ້ງຢືນຄຸນຄ່າທີ່ພົ້ນເດັ່ນທົ່ວໂລກຂອງມໍລະດົກເທົ່ານັ້ນເປີດໂອກາດດຶງດູດແຂກທ່ອງທ່ຽວສາກົນທີ່ມີຄຸນນະພາບສູງອີກດ້ວຍ.

ລາຍການ “60 Minutes” ແມ່ນລາຍການທີ່ມີຊື່ສຽງແຖວໜ້າໂລກ, ມີກຳລັງແຮງແຜ່ກະຈາຍໃນວົງກວ້າງ ດ້ວຍຜູ້ຊົມກວ່າ 8 ລ້ານຄົນຕິດຕາມເປັນປະຈຳ, ພ້ອມກັບການເຂົ້າຊົມນັບຮ້ອຍລ້ານເທື່ອໃນບັນດາປຼາດຟອມທີ່ແຕກຕ່າງກັນໃນທົ່ວໂລກ, ພິເສດຢູ່ຕະຫຼາດອາເມລິກາເໜືອ.

TAG
VOV/VOVworld/ສະ​ຖາ​ນີ​ໂທ​ສະ​ພາບ CBS/ການ​ທ່ອງ​ທ່ຽວ/ຖ້ຳ​ເຊີນ​ດ່ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ