ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະພັກກອງທັບສູນກາງໄດ້ຈັດກອງປະຊຸມພິຈາລະນາ, ຮັບຮອງເອົາເນື້ອໃນເພີ່ມເຕີມ, ສ້າງສຳເລັດໂຄງການດຳເນີນງານ ຂອງຄະນະພັກກອງທັບສູນກາງໃນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ XII ອາຍຸການ 2025 – 2030, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ຕາງໜ້າຄະນະພັກກອງທັບສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມເຫັນດີເປັນເອກະພາບຕໍ່ເນື້ອໃນໂຄງການດຳເນີນງານ, ບັນດາເປົ້ໝາຍ; ໜ້າທີ່, ແຜນຮ່າງ, ໂຄງການ, ລາຍການລະອຽດ. ທ່ານເລຂາທິການໃຫຍ່ມອບໝາຍໃຫ້ຄະນະປະຈຳຄະນະພັກກອງທັບສູນກາງຊີ້ນຳອົງການຮັບເອົາຄຳເຫັນຂອງບັນດາສະມາຊິກຢ່າງຄົບຖ້ວນ ແລະ ຄະນະພັກການກອງທັບສູນກາງ, ສ້າງເນື້ອໃນເພີ່ມເຕີມ, ປັບປຸງໂຄງການດຳເນີນງານຂອງຄະນະພັກກອງທັບສູນກາງໃຫ້ສົມບູນແບບ, ຍື່ນສະເໜີຕໍ່ຮອງເລຂາຄະນະພັກກອງທັບສູນກາງ ລົງນາມປະກາດໃຊ້ເພື່ອໃຫ້ບັນດາອົງການ, ກົມກອງຜັນຂະຫຍາຍປະຕິບັດ.




