logo

ຂະແຫນງທ່ອງທ່ຽວແຂວງ ບິ່ງທ້ວນ ບືນຕົວຂຶ້ນກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວສາກົນ

2025/3/4 | 04:00:00

(VOVWORLD) - ບິ່ງທ້ວນ ດ້ວຍທ່າໄດ້ປຽບກ່ຽວກັບທະເລ ພ້ອມກັບບັນດາສະຖານທີ່ທ່ອງທ່ຽວອັນດູດດຶ່ມ ພວມມານະພະຍາຍາມກາຍເປັນຈຸດນັດພົບແຖວຫນ້າໃນໂລກ ແລະ ແມ່ນບ່ອນມີການເຕີບໂຕໃຫມ່, ຂະຫຍັນຂັນເຄື່ອນ. ບິ່ງທ້ວນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການ, ປ່ຽນໃຫມ່ຜະລິດຕະພັນ.

ມີຫລາຍໂຄງການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບພວມໄດ້ຮັບການກໍ່ສ້າງຢູ່ ນະຄອນ ຟານທຽດ. (ພາບ:Đoàn Sĩ/VOV )

ຂະແຫນງທ່ອງທ່ຽວ ບິ່ງທ້ວນຟື້ນຕົວ ແລະ ເຕີບໂຕຢ່າງແຮງ ພາຍຫລັງໂລກລະບາດໂຄສິດ 19. ຖ້າຫາກປີ 2022, ບິ່ງທ້ວນ ຕ້ອນຮັບນັກທ່ອງທ່ຽວ 5.7 ລ້ານເທື່ອຄົນ, ປີກາຍນີ້ ໄດ້ເພີ່ມຂຶ້ນເກືອບທົບສອງເທົ່າ, ບັນລຸ 9,68 ລ້ານເທື່ອຄົນ.

ບໍ່ພຽງແຕ່ມີທ່າໄດ້ປຽບກ່ຽວກັບຊັບພະຍາກອນດ້ານການທ່ອງທ່ຽວ, ດ້ວຍເສັ້ນທາງແຄມທະເລທີ່ຍາວຢຽດ, ຫາດຊາຍທະເລຂາວ, ນ້ຳທະເລຂຽວສະອາດ, ອາກາດມີສຽງແດດພໍດີເທົ່ານັ້ນ, ບິ່ງທ້ວນ ຍັງເຕົ້າໂຮມຫລາຍປັດໄຈສະດວກອື່ນ, ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄລ່ມາຮອດປະຈຸບັນ, ຢູ່ບໍລິເວນແຂວງ ມີ 380 ໂຄງການລົງທຶນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ໃນນັ້ນ ມີ 193 ໂຄງການໄດ້ນຳເຂົ້າເຄື່ອນໄຫວ. ຕາມທ່ານ ຫວໍຮົ່ງທັງ, ຜູ້ອຳນວຍການຝ່າຍບໍລິການ ແລະ ໃຫ້ຄຳປຶກສາພັດທະນາໂຄງການ DKRA ຫວຽດນາມ ແລ້ວ, ບິ່ງທ້ວນ ມີຫລາຍທ່າໄດ້ປຽບດ້ານການທ່ອງທ່ຽວ, ເປັນຕົ້ນແມ່ນ ທະເລ. ຄຽງຄູ່ກັນນັ້ນ, ບັນດາເສັ້ນທາງຄວາມໄວສູງໄປຜ່ານ ແລະ ສະຫນາມບິນ ລອງແທ່ງ ພວມໄດ້ຮີບເຮັ່ງກໍ່ສ້າງ.

“ນີ້ແມ່ນຫນຶ່ງໃນບັນດາທ່າໄດ້ປຽບໃຫຍ່ສຸດເພື່ອໃຫ້ ບິ່ງທ້ວນ ສາມາດດຶງດູດນັກທ່ອງທ່ຽວ ແລະ ບັນດານັກລົງທຶນມາຊອກຮູ້, ລົງທຶນເຂົ້າໃນຫລາຍຂົງເຂດ ຈາກອະສັງຫາລິມະຊັບຕະຫລອດຮອດອຸດສາຫະກຳ. ນອກນັ້ນ ການປະກາດການວາງແຜນຜັງແຂວງ ບິ່ງທ້ວນ ຈະຊ່ວຍບັນດານັກລົງທຶນມີການກຳນົດທິດຢ່າງຈະແຈ້ງກວ່າ, ຜ່ານນັ້ນ ບັນດານັກລົງທຶນຈະກຳນົດຢ່າງຈະແຈ້ງໄດ້ເຖິງຄຸນຄ່າ, ຄວາມຕ້ອງການຂອງທ້ອງຖິ່ນເພ່ືອມີການຕັດສິນໃຈ”.

ທ່ານ ປອ ເຈີນຢູລິກ ໃຫ້ຂໍ້ສັງເກດວ່າ: ບິ່ງທ້ວນ ບໍ່ພຽງແຕ່ແມ່ນສູນກາງແຫ່ງຊາດ ກ່ຽວກັບພະລັງງານສະອາດ ແລະ ພະລັງງານທົດແທນ ຫາກຍັງແມ່ນສູນກາງດ້ານການທ່ອງທ່ຽວສາກົນ. ບິ່ງທ້ວນ ຈຳເປັນຕ້ອງມີຍຸດທະສາດໂຄສະນາສື່ສານຢ່າງແຮງກວ່າອີກເພື່ອໃຫ້ກາຍເປັນຈຸດນັດພົບອັນດັບຫນຶ່ງຂອງເຂດພາກໃຕ້.           “ບິ່ງທ້ວນ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ ເປັນຕົ້ນແມ່ນຄຽງຄູ່ກັບຕະຫລາດໃຫຍ່ ນະຄອນໂຮ່ຈິມິນ. ແຂວງ ຄວນມີຄວາມກະໂດດຂັ້ນໃນເສົາຄ້ຳການເຕີບໂຕການທ່ອງທ່ຽວ ເພື່ອໃຫ້ຍອດຜະລິດຕະພັນພາຍໃນບໍລິເວນ (GRDP) ເພີ່ມຂຶ້ນ. ບິ່ງທ້ວນ ຄວນ ກ້າຫານທີ່ຈະຍົກອອກ Slogan, ຄຳຂວັນທີ່ວ່າ: ບິ່ງທ້ວນແມ່ນຈຸດນັດພົບຂອງ ອາຊີ ແລະ ວິໄສທັດທົ່ວໂລກ”.

ປະຈຸບັນ ບິ່ງທ້ວນ ໄດ້ສ້າງບາງຜະລິດຕະພັນ, ສະຖານທີ່ທ່ອງທ່ຽວໃຫມ່ຄື: ຫາດຊາຍທະເລ - ສວນອຸທິຍານບັນເທິງ NovaWorld, ສວນສາທາລະນະນ້ຳ Wonderland ... ປະກອບສ່ວນຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບແບບ. ບັນດາເຂດຜະລິດກະສິກຳ ຢູ່ ເຂດຊົນນະບົດ ກໍ່ໄດ້ຮັບການສົ່ງເສີມເຂົ້າຮ່ວມ, ຫນູນຊ່ວຍການເຄື່ອນໄຫວເພ່ືອຮັບໃຊ້ຄວາມຕ້ອງການດ້ານການທ່ອງທ່ຽວ.

ນັກທ່ອງທ່ຽວຕ່າງປະເທດ ຢ້ຽມຊົມຫໍພິພິທະພັນ ໂຮ່ຈີມິນ ສາຂາ ແຂວງບິ່ງທ້ວນ. (ພາບ:Đoàn Sĩ/VOV)

ທີ່ພິທີປະກາດການວາງແຜນກຳນົດຢູ່ແຂວງ ບິ່ງທ້ວນ ໄລຍະ 2021 - 2030, ວິໄສທັດຮອດປີ 2050 ຊື່ງໄດ້ດຳເນີນຫວ່າງແລ້ວນີ້ ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ຢືນຢັນ: ການທ່ອງທ່ຽວຈະແມ່ນຂະແຫນງເສດຖະກິດປາຍແຫລມ, ນຳແຂວງ ບິ່ງທ້ວນ ກາຍເປັນຈຸດນັດພົບໃນເສັ້ນທາງມໍລະດົກ. ຜະລິດຕະພັນທ່ອງທ່ຽວຂອງແຂວງ ສຸມໃສ່ 4 ໝວດຕົ້ນຕໍ ພິເສດແມ່ນທ່ອງທ່ຽວທະເລ, ຕິດພັນກັບການພະຈົນໄພກິລາທະເລ, ເບິ່ງແຍງຮັກສາສຸຂະພາບ ແລະ ພັກຜ່ອນບຳລຸງສຸຂະພາບ.

“ບິ່ງທ້ວນ ອາດຈະເລືອກເຟັ້ນຈຸດນັດພົບຫນຶ່ງ ດ້ວຍການສົມທົບຢ່າງກົມກຽວລະຫວ່າງບັນດາຂົງເຂດຊື່ງມັນຈະຫນູນຊ່ວຍກັນ. ໃນນັ້ນ ການພັດທະນາການພັກຜ່ອນບຳລຸງສຸຂະພາບ, ເບິ່ງແຍງຮັກສາ ປິ່ນປົວພະຍາດ, ບັນຫາກິລາ, ທ່ອງທ່ຽວທະເລ. ພິເສດ ສຳລັບ ບິ່ງທ້ວນ ຊັບພະຍາກອນກ່ຽວກັບວັດທະນະທຳແມ່ນແຫລ່ງບັນດານໃຈພິເສດທີ່ສຸດ, ວຽກງານອະນຸລັກຮັກສາຕິດພັນກັບການທ່ອງທ່ຽວຊີວະພາບທະເລ, ປ່າ ແລະ ວັດທະນະທຳທີ່ເປັນເອກະລັກຂອງບັນດາຊົນເຜົ່າອ້າຍນ້ອງ”.

ໂດຍທຳມະຊາດດົນບັນດານໃຫ້ມີອາກາດທີ່ສະດວກສຳລັບບັນດາການເຄື່ອນໄຫວທ່ອງທ່ຽວຕະຫລອດປີ ພ້ອມກັບການລົງທຶນຄົບຊຸດກ່ຽວກັບພື້ນຖານໂຄງລ່າງ, ບິ່ງທ້ວນ ເຕົ້າໂຮມຄົບທຸກເງື່ອນໄຂເພື່ອກາຍເປັນ “ແດນສະຫວັນ” ດ້ານການທ່ອງທ່ຽວ. ພັດທະນາການທ່ອງທ່ຽວບໍ່ພຽງແຕ່ນຳ ບິ່ງທ້ວນ ກາຍເປັນສະຖານທີ່ “ເປັນຫນ້າດຳລົງຊີວິດ” ຫາກຍັງແມ່ນກຳລັງຫນູນສຳຄັນເພື່ອໃຫ້ແຂວງ ບືນຕົວຂຶ້ນໃນໄລຍະໃຫມ່, ແມ່ນຂົ້ວເຕີບໂຕເສດຖະກິດຂະຫຍັນຂັນເຄື່ອນຂອງເຂດແຄມທະເລທາງທິດໃຕ້ພາກກາງຫວຽດນາມ.
TAG
VOV/VOVworld/ການເຄື່ອນໄຫວທ່ອງທ່ຽວ/ບິ່ງທ້ວນ/ພັກຜ່ອນບຳລຸງສຸຂະພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ