logo

ຂະ​ແໜງ​ທະ​ນາ​ຄານ​ນຳ​ໜ້າໃນ​ແນວ​ຮົບ​ເສດ​ຖະ​ກິດ

2025/12/31 | 10:01:02
(VOVWORLD) - ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບປີ 2025 ແລະ ຜັນຂະຫຍາຍໜ້າທີ່ອາຍຸການ 2021 – 2025, ຜັນຂະຫຍາຍໜ້າທີ່ຂະແໜງທະນາຄານປີ 2026.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VOV1)

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາຜົນສຳເລັດ, ໝາກຜົນສຳຄັນເຊິ່ງຂະແໜງທະນາຄານບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມລວມຂອງປະເທດ ບໍ່ພຽງແຕ່ໃນປີ 2025 ເທົ່ານັ້ນຫາກຍັງໃນທົ່ວໄລຍະ 2021 – 2025 ອີກດ້ວຍ. ປີ 2026 ແລະ ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງທະນາຄານສືບຕໍ່ມີນະໂຍບາຍທີ່ມີໄຫວພິບ, ການບໍລິຫານທີ່ສົມເຫດສົມຜົນ, ນຳໜ້າໃນແນວຮົບເສດຖະກິດ, ພິເສດແມ່ນການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງພື້ນຖານໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ.

ທຸກການເຄື່ອນໄຫວຂອງທະນາຄານຕ້ອງປ່ຽນແປງໃໝ່, ບຸກທະລຸ, ປະກອບສ່ວນປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍຮັກສາເສດຖະກິດມະຫາພາກຢ່າງເປັນປົກກະຕິ, ຄວບຄຸມໄພເງິນເຟີ, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຂະແໜງທະນາຄານຕ້ອງອີງຕາມສະພາບການລະອຽດເພື່ອບໍລິຫານໃຫ້ເປັນຢ່າງດີທີ່ສຸດ ແລະ ຖືນີ້ແມ່ນເປົ້າໝາຍ, ໜ້າທີ່ສຳຄັນທີ່ສຸດຂອງທະນາຄານແຫ່ງລັດ ແລະ ທົ່ວຂະແໜງທະນາຄານໃນປີ 2026.

TAG
VOV/VOVworld/ແນວ​ຮົບ​/ເສດ​ຖະ​ກິດ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ