ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນອວຍພອນປີໃໝ່, ບຸນເຕັດປະຈຳຊາດກໍ່ຄືຢາກຊອກຮູ້ບັນດາງານບຸນທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

(ພາບປະກອບ)
ເນື່ອງໃນໂອກາດບຸນປີໃໝ່, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ, ເພື່ອນ ແກ້ວລາ ທອງປະເສີດ ຢູ່ນະຄອນຫລວງ ວຽງຈັນ, ເພື່ອ ອຸດົມໄຊ ຈັນທະວົງ ແລະ ເພື່ອນ ເວຍ ວິລານັດ ຢູ່ແຂວງ ເຊກອງ ໄດ້ສົ່ງອີແມວ, ບັດອວຍພອນປີໃໝ່ມາຍັງລາຍການ, ພິເສດແມ່ນເພື່ອນ ຮ່ວາງວັນເຈື່ອງ ນັກສຶກສາ ຫວຽນດາມ ທີ່ພວມຮ່ຳຮຽນຢູ່ ລາວ ໄດ້ໂທລະສັບມາລາຍການດ້ວຍຄຳອວຍພອນທີ່ວ່າ:
ສ່ວນໃນອີແມວຂອງເພື່ອນ ເພັດສະຫວັນ ສົມສະນິດ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ ຫວຽດນາມ, ຍາມຕົ້ນປີແມ່ນໄລຍະເວລາທີ່ຈັດຫລາຍງານບຸນທີ່ສຸດ ແລະ ນີ້ກໍ່ແມ່ນໂອກາດທີ່ປະຊາຊົນເຂົ້າຮ່ວມງານບຸນເປັນຈຳນວນຫລວງຫລາຍ. ຂ້າພະເຈົ້າ ຂໍໃຫ້ທາງລາຍການແນະນຳບາງງານບຸນໃຫຍ່ຕົ້ນປີຂອງ ຫວຽດນາມ ແດ່. ຂໍຂອບໃຈ.

(ພາບປະກອບ)
ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ, ກ່ອນອື່ນໝົດ ພວກເຮົາຂໍຂອບໃຈເພື່ອນທີ່ໄດ້ສົ່ງອີແມວມາຍັງລາຍການ. ສ່ວນບັນດາງານບຸນທີ່ເພື່ອນສົນໃຈນັ້ນ ຢູ່ ຫວຽດນາມ ໃນປະຈຸບັນມີກ່ວາ 8900 ງານບຸນ ໃນນັ້ນມີກ່ວາ 7000 ງານບຸນພື້ນເມືອງ. ບັນດາງານບຸນນີ້ ພໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ເທົ່ານັ້ນ ຫາກຍັງແມ່ນຊັບສົບບັດດ້ານວັດທະນະທຳບໍ່ມີຮູບຮ່າງຊອງຊາວ ຫວຽດນາມ ອີກ ດ້ວຍ. ໃນບັນດາງານບຸນໃຫຍ່ທີ່ຈັດຕັ້ງພາຍຫລັງບຸນປີໃໝ່ປະຈຳຊາດ ແລະ ມີປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ ນັ້ນມີ: ງານບຸນ ຕີກດຽນ (ໝາຍຄວາມວ່າ ລົງທົ່ງໄຖນາ) ດ້ອຍເຊີນ ຢູ່ເມືອງ ຢຸຍຕຽນ ແຂວງ ຮ່ານາມ ແມ່ນງານບຸນທີ່ມີມາແຕ່ສັດຕະວັດທີ 10 ດ້ວຍຄວາມໝາຍແມ່ນສົ່ງເສີມກະສິກຳ, ນີ້ແມ່ນການເຄື່ອນໄຫວກັບຄືນສູ່ກົກເຄົ້າເຫງົ້າກໍ; ງານບຸນ ວັດເຮືອງ ຢູ່ຕາແສງ ເຮືອງເຊີນ ເມືອງ ໝີດຶກ ຮ່າໂນ້ຍ ນີ້ແມ່ນງານບຸນທີ່ສ້າງຄວາມສົນໃຈຈາກປະຊາຊົນໃນທົ່ວປະເທດຫລາຍສຸດ ທັງແມ່ນງານບຸນທີ່ຖືກຈັດຕັ້ງເປັນເວລາຍາວທີ່ສຸດໃນປະເທດ ເຊິ່ງເລີ່ມແຕ່ເດືອນ 1 - ເດືອນ 3 (ໄລ່ຕາມຈັນທະປະຕິທິນ) ງານບຸນໂນນ ດົ໋ງດາ ຖືກຈັດຕັ້ງເພື່ອສະແດງຄວາມຮູ້ບຸນຄຸນ ຂອງວິລະຊົນຊາວນາ ຫວຽດນາມ ກວາງຈູງ ຜູ້ທີ່ໄດ້ບັນຊາປະຊາຊົນຕີເອົາຊະນະເສິກຕ່າງດ້າວເມື່ອປີ 1789; ງານບຸນ ຢອງຟູດົ໋ງ ແມ່ນງານບຸນ ເພື່ອອາໄລຫາ ຄຸນງາມຄວາມດີຂອງ ຟູດົງທຽນເວືອງ (ແທ໋ງຢອງ) ຖືກຈັດຂຶ້ນປະຈຳປີຢູ່ຕາແສງ ຟູດົງ ເມືອງ ຢາເລີມ ຮ່າໂນ້ຍ ຊຶ່ງແມ່ນແຫ່ງກຳເນີດວິລະຊົນແຫ່ງເທບນິຍາຍ “ຢອງ”. ນອກນັ້ນຍັງມີບາງງານບຸນໃຫຍ່ຄື: ງານບຸນ ອຽນຕື ຢູ່ແຂວງ ກວາງນີງ, ງານບຸນ ລິມ ຢູ່ແຂວງ ບັກນີງ, ງານບຸນ ກົນເຊີນ ຢູ່ແຂວງ ຫາຍເຢືອງ, ງານບຸນ ວິຫານເຈີ່ນ ຢູ່ແຂວງ ນາມດິງ, ງານບຸນ ວັດແກ້ວ ຢູ່ແຂວງ ທ໋າຍບີງ ແລະ ຍັງມີຫລາຍງານບຸນອື່ນໆອີກ…
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.




