(vovworld) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ໂທລະສັບ 181 ສະບັບຈາກຜູ້ຝັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍກະຈາຍສຽງພາກພາສາລາວ ໄດ້ຮັບອີແມວ, ໂທລະສັບ 4 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນລັດທະວົງ, ແຂວງ ຊຽງຂວາງ ໄດ້ໂທລະສັບຫາລາຍການກະຈາຍສຽງພາກພາສາລາວ ຢາກໃຫ້ບາງຂໍ້ມູນກ່ຽວກັບງານມະໂຫລານ 5 ປະເທດອາຊຽນ, ເຊິ່ງຈະໄດ້ຮັບການຈັດຕັ້ງຢູ່ພາງກາງຫວຽດນາມ ໃນເດືອນ 07 ນີ້.
ເພື່ອນລັດທະວົງ ທີ່ຮັກແພງ, ໃນລະຫວ່າງວັນທີ 18 – 25/07, ຢູ່ແຂວງ ກວາງຈີ້, ກົມສິລະປະການສະແດງໄດ້ເປັນປະທານ, ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກວາງຈີ້, ກົມຮ່ວມມືສາກົນ, ສະມາຄົມນັກສິລະປິນຟ້ອນຫວຽດນາມ, ສະມາຄົມນັກດົນຕີຫວຽດນາມ ຈັດຕັ້ງ “ງານມະໂຫລານສິລະປະ 5 ປະເທດ ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ - 2016”. ງານມະໂຫລານຄັ້ງນີ້ມີການເຂົ້າຮ່ວມຂອງ 21 ກອງສິລະປະໃນນັ້ນມີ 4 ກອງສິລະປະຕ່າງປະເທດທີ່ມາຈາກ: ກຳປູເຈຍ, ລາວ, ມຽນມາ, ໄທ. ດ້ວຍນັກສິລະປີນ, ນັກສະແດງເກືອບ 960 ຄົນ, ຈະສະແດງ 221 ລາຍການ. ບັນດາລາຍການສິລະປະທີ່ຈະສະແດງໃນງານມະໂຫລານຄັ້ງນີ້ິ້ມີເນື້ອໃນສະແດງໃຫ້ເຫັນຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ, ມະນຸດ, ຄວາມເປັນເອກະລັກສະເພາະຂອງແຕ່ລະເຂດພາກ, ບັນດາຜົນງານຂອງຊາດ ທີ່ບັນລຸໄດ້ໃນອະດິດຕະການ ແລະ ໃນປະຈຸບັນຂອງກຸ່ມອາຊຽນ, ພິເສດແມ່ນນຳ້ໃຈມິດຕະພາບຂອງບັນດາປະເທດ ຫວຽດນາມ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ. ນີ້ແມ່ນການເຄື່ອນໄຫວວັດທະນະທຳສິລະປະເພື່ອແນໃສ່ຮັດແໜ້ນຄວາມສາມັກຄີມິດຕະພາບ, ການຮ່ວມມືພ້ອມກັນພັດທະນາລະຫວ່າງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປະຊາຄົມອາຊຽນ; ແນະນຳ, ໂຄສະນາກ່ຽວກັບວັດທະນະທຳ, ສິລະປະ, ປະເທດຊາດ, ຊາວ ຫວຽດນາມ ເຖິງບັນດາປະເທດບ້ານໃກ້ເຮືອນຄຽງ ພ້ອມທັງແມ່ນໂອກາດເພື່ອໃຫ້ນັກສິລະປິນປະເທດຕ່າງໆໄດ້ພົບປະ, ພົວພັນແລກປ່ຽນ, ຮຳ່ຮຽນເອົາບົດຮຽນໃນການອອກແຮງງານ, ປະດິດສ້າງສິລະປະ...
ເພື່ອນວົງຄຳ, ຢູ່ແຂວງຫົວພັນ ໄດ້ສົ່ງຈົດໝາຍມາຍັງລາຍການຖາມວ່າ: ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮູ້ຂ່າວກ່ຽວກັບຄະນະຊາວໜຸ່ມອາສາສະໝັກນະຄອນໂຮ່ຈິມິນ ໄປລາວ ເພື່ອປະຕິບັດວຽກງານອາສາສະໝັກ. ຂ້າພະເຈົ້າຢາກຮູ້ວ່າ, ຄະນະຊາວໜຸ່ມອາສາສະໝັກນັ້ນຈະເຮັດວຽກຢູ່ແຂວງໃດ? ມີການເຄື່ອນໄຫວຄືແນວໃດໃນຄັ້ງນີ້?
ເພື່ອນວົງຄຳ ທີ່ຮັກແພງ, ວັນທີ 10/7, ມີຊາວໜຸ່ມອາສາສະໝັກຂອງນະຄອນ ໂຮ່ຈີມິນ ເກືອບ 100 ຄົນໄດ້ເດີນທາງໄປຍັງປະເທດສປປ.ລາວ ເພື່ອປະຕິບັດການເຄື່ອນໄຫວອາສາສະໝັກຍາມລະດູຮ້ອນ. ຕາມນັ້ນແລ້ວ, ລາຍການໄດ້ຮັບການປະຕິບັດນັບແຕ່ວັນທີ 10 ເຖິງວັນທີ 21/7 ຢູ່ 2 ແຂວງແມ່ນແຂວງອັດຕະປື ແລະ ຈຳປາສັກ, ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ ຫຼາຍຢ່າງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ ໃຫ້ປະຊາຊົນທ້ອງຖີ່ນ. ລະອຽດແມ່ນ, ບັນດາໜ່ວຍອາສາສະໝັກຈະຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກ; ມອບຕູ້ຢາໃຫ້ສຸກສາລາ ຢູ່ບ້ານຕ່າງໆ; ຈັດຕັ້ງການແບ່ງປັນບົດຮຽນໃນການກວດ ແລະ ປິ່ນປົວພະຍາໃຫ້ພະນັກງານການແພດທ້ອງຖິ່ນ; ຝຶກອົບຮົມບົດຮຽນກ່ຽວກັບການປູກຝັງ, ລ້ຽງສັດ, ການນຳໃຊ້ວິທະຍາສາດເຕັກນິກໃນການຜະລິດກະສິກຳໃຫ້ແກ່ຊາວທ້ອງຖິ່ນ. ພ້ອມກັນນັ້ນ, ຍັງມີການເຄື່ອນໄຫວຫຼາຍຢ່າງໄດ້ຮັບການຜັນຂະຫຍາຍເພື່ອໜູນຊ່ວຍບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຄື: ມອບເຄື່ອງໃນແກ່ການຮ່ຳຮຽນ, ທຶນສຶກສາ, ມອບເຄື່ອງກິລາ ແລະ ກອມພິວເຕີໃຫ້ຄະນະຊາວໜຸ່ມ 2 ແຂວງ ເພື່ອແນໃສ່ຮັບໃຊ້ວຽກງານສຶກສາ IT ໃຫ້ຊາວໜຸ່ມ, ເຍົາວະຊົນຢູ່ທ້ອງຖິ່ນ. ບັນດາໜ່ວຍອາສາສະໝັກຍັງໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນຳທຳ, ສິລະປະ, ກິລາກາຍຍະກຳກັບຊາວໜຸ່ມ 2 ແຂວງ; ພ້ອມທັງມອບເຮືອນມິດຕະພາບ “ໄວໜຸ່ມຫວຽດນາມ - ລາວ” ຫຼັງໜຶ່ງໃຫ້ 2 ແຂວງດັ່ງກ່າວ. ຕາມຄະນະຊາວໜຸ່ມນະຄອນ ໂຮ່ຈິມິນແລ້ວ, ບັນດາການເຄື່ອນໄຫວອາສາສະໝັກ ເພື່ອແນໃສ່ເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບລະຫວ່າງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ, ປະກອບສ່ວນສ້າງຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ລາວ. ຜ່ານນັ້ນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນກັບຕ່າງປະເທດຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນໂຮ່ຈີມິນ ໃນວິວັດແຫ່ງການເຊື່ອມໂຍງ, ປະຕິບັດລາຍການຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມລະຫວ່າງນະຄອນກັບ ບັນດາທ້ອງຖີ່ນຂອງລາວ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.




