logo

ຄຸນ​ນະ​ພາບກອງ​ປະ​ຊຸມ​ເຈ​ລະ​ຈາ ແລະ ບຸກ​ຄະ​ລາ​ກອນ ແມ່ນ​ປັດ​ໄຈຫຼັກ​ແຫຼ່ງ​ໃນ​ວຽກ​ງານ​ກະ​ກຽມ​ເລືອກ​ຕັ້ງ

2026/2/1 | 11:55:48
(VOVWORLD) - ວິງລອງ ຄວນມີການຊີ້ນຳຢ່າງລຸລວງແຕ່ຂັ້ນແຂວງລົງຮອດຮາກຖານ, ມອບໜ້າທີ່ໃຫ້ແກ່ແຕ່ລະຄົນຢ່າງລະອຽດ, ມີໜ້າທີ່ຈະແຈ້ງ, ມີຄວາມກ້າວໜ້າຈະແຈ້ງ, ບັນຊີລາຍຊື່ຕ້ອງ “ຖືກຕ້ອງ, ຄົບຖ້ວນ, ຖືກມາດຖານ, ທັນການ”; ຄຸນນະພາບຂອງບັນດາກອງປະຊຸມເຈລະຈາ ແລະ ບຸກຄະລາກອນແມ່ນປັດໄຈຫຼັກແຫຼ່ງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ຕອນບ່າຍວັນທີ 31 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ, ໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະມາຊິກສະພາປະຊາຊົນອາຍຸການ 2026-2031 ຢູ່ແຂວງ ວິງລອງ.

ກ່າວຄຳເຫັນຊີ້ນຳ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຮັບຮູ້ແຂວງ ວິງລອງ ມີອັດຕາແມ່ຍິງອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນສູງພໍສົມຄວນ, ອັດຕາຊາວຊົນເຜົ່າສ່ວນໜ້ອຍໄດ້ສ່ອງແສງຢ່າງຖືກຕ້ອງ ຈຸດພິເສດສະເພາະຂອງປະຊາຊົນແຂວງ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ວິງລອງ ຄວນມີການຊີ້ນຳຢ່າງລຸລວງແຕ່ຂັ້ນແຂວງລົງຮອດຮາກຖານ, ມອບໜ້າທີ່ໃຫ້ແກ່ແຕ່ລະຄົນຢ່າງລະອຽດ, ມີໜ້າທີ່ຈະແຈ້ງ, ມີຄວາມກ້າວໜ້າຈະແຈ້ງ, ບັນຊີລາຍຊື່ຕ້ອງ “ຖືກຕ້ອງ, ຄົບຖ້ວນ, ຖືກມາດຖານ, ທັນການ”; ຄຸນນະພາບຂອງບັນດາກອງປະຊຸມເຈລະຈາ ແລະ ບຸກຄະລາກອນແມ່ນປັດໄຈຫຼັກແຫຼ່ງ.

TAG
VOV/VOVworld/ສະມາຊິກສະພາແຫ່ງຊາດ/ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ/ການ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ