logo

ຄົ້ນຫາກຸ່ມທາດ ຈຳ ກໍ່ສ້າງດ້ວຍດິນຈີ່ສູງທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢູ່ແຂວງ ບິ່ງດິ້ງ

2024/12/29 | 06:55:10
(VOVWORLD) - ໂດຍໄດ້ຮັບການກໍ່ສ້າງໃນສະຕະວັດທີ 12 – 13, ທາດ ເຢືອງລອງ (ຢູ່ແຂວງ ບິ່ງດິ້ງ) ມີການອອກແບບສະຖາປັດຕະຍາກຳທີ່ເຂັ້ມຂຸ້ມໄປດ້ວຍສີສັນຂອງເຜົ່າ ຂະແມ, ແມ່ນກຸ່ມທາດກໍ່ສ້າງດ້ວຍດິນຈີ່ສູງທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງມີຢູ່ໃນປັດຈຸບັນ.
ໂດຍຕັ້ງຢູ່ເຂດໂນນພູ ຕາແສງ ໄຕບິ່ງ (ເມືອງ ໄຕເຊີນ, ແຂວງ ບິ່ງດິ້ງ), ຫ່າງຈາກນະຄອນ ກຸຍເຍິນ ປະມານ 50 ກມ. ທາດ ເຢືອງລອງ ໄດ້ຮັບການກໍ່ສ້າງຕາມການອອກແບບທີ່ມີຜົນສະທ້ອນຈາກສະຖາປັດຕະຍາກຳ ຂະແມ, ໃນຈຸດເວລາທີ່ພື້ນຖານວັດທະນະທຳ ຂະແມ ພວມຢູ່ໃນໄລຍະພັດທະນາຮຸ່ງເຮືອງທີ່ສຸດ.
ນີ້ແມ່ນກຸ່ມກິດຈະກຳສະຖາປັດຕະຍາກຳສິລະປະ ຈຳປາ ທີ່ຍັງໄດ້ຮັບການຮັກສາໄວ້ຂ້ອນຂ້າງເໝືອນເດີມພໍສົມຄວນຢູ່ເຂດດິນແດນທາງພາກກາງ ຫວຽດນາມ ໃນປະຈຸບັນ. ທາດຢູ່ໃຈກາງ ມີຄວາມສູງ 39ມ, ທາດທາງທິດເໜືອສູງ 32ມ, ທາດທາງທິດໃຕ້ສູງ 33ມ. ຕາມແຫຼ່ງຂໍ້ມູນຈາກກົມມໍລະດົກວັດທະນະທຳ ຫວຽດນາມ ແລ້ວ, ທາດຢູ່ໃຈກາງໄດ້ຮັບຖືວ່າແມ່ນທາດກໍ່ສ້າງດ້ວຍດິນຈີ່ສູງທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ກຸ່ມທາດ ເຢືອງລອງ ຕັ້ງຢູ່ເທິງໂນນພູສູງຕາມຮູບແບບຂອງວິຫານ - ພູທີ່ເປັນເອກະລັກສະເພາະຂອງ ຂະແມ.
ຄວາມແຕກຕ່າງລະຫວ່າງບັນດາທາດແມ່ນສະແດງອອກຢູ່ທີ່ການອອກແບບກະສະຫຼັກຂອງນາຍຊ່າງ ຈຳປາ ເມື່ອກ່ອນ.
ຜ່ານປະຫວັດສາດນັບພັນປີ, ບັນດາຫີນຢູ່ເຂດຕີນຂອງທາດຍັງຂ້ອນຂ້າງເໝືອນເດີມພໍສົມຄວນ.
ຍອດຂອງທາດໄດ້ອອກແບບຄືກີບດອກບົວ.
ສ່ວນກາງຕົວຂອງບັນດາທາດ ເຢືອງລອງ ໄດ້ກໍ່ສ້າງດ້ວຍດິນຈີ່.
ໜຶ່ງໃນບັນດາປັດໄຈສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜົນສະທ້ອນຂອງວັດທະນະທຳ ຂະແມ ນັ້ນແມ່ນຮູບປັ້ນງູ ນາຄາ 1 ຫົວ, 3 ຫົວ, 5 ຫົວ…
ດິນຈີ່ທີ່ຊາວເຜົ່າ ຈຳ ນຳໃຊ້ເພື່ອກໍ່ສ້າງທາດ ຈ່າມ ແມ່ນດິນຈີ່ພິເສດ. ດິນຈີ່ນີ້ສາມາດທົນທານຜ່ານການເວລານັບເປັນສະຕະວັດ.
ເຖິງຢ່າງໃດກໍ່ຕາມ, ຜ່ານການສົ່ງຜົນກະທົບຕາມການເວລາ ແລະ ມະນຸດ ນັບພັນປີ, ປະຈຸບັນ, ເຂດທາດກໍ່ຖືກເປ່ເພຫຼາຍ, ແຕ່ບັນດາລວດລາຍສະຖາປັດຕະຍາກຳຍັງຄົງຕົວຢູ່.
ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຫວຽດນາມ ໄດ້ຈັດທາດ ເຢືອງລອງ ເຂົ້າເປັນເຂດຮ່ອງຮອຍສະຖາປັດຕະຍາກຳສິລະປະໃນປີ 1980 ແລະ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຈັດເຂດນີ້ແມ່ນເຂດປູຊະນີສະຖານລະດັບຊາດພິເສດໃນວັນທີ 23 ທັນວາ 2015.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ