logo

ຄົ້ນຫາຄວາມງາມຢູ່ລຸ້ງເວິນໃນແຂວງຮ່ວາບິ່ງ

2022/7/3 | 06:27:16
(VOVWORLD) -ໂດຍຕັ້ງຢູ່ຄວາມສູງປະທານ 1200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຕາແສງລຸ້ງເວິນ ຂຶ້ນກັບແຂວງຮ່ວາບິ່ງແມ່ນສະຖານທີ່ ທ່ອງທ່ຽວທີ່ດູດດື່ມ ສຳລັບບໍ່ວ່າຜູ້ໃດຢາກພິຊິດເຂດຊາວເຜົ່າເມືອງ.
ຄວາມງາມແບບເລິກລັບມະຫັດສະຈັນຢູ່ລຸ້ງເວິນ (ພາບ: petrotimes.vn)
ຮູບພາບສວຍງາມຢູ່ລຸ້ງເວິນ (ພາບ: traveloka)

ສຳລັບແຂກທ່ອງທ່ຽວມັກ ຄົ້ນຫາ, ລຸ້ງເວິນໄດ້ຮັບຖືວ່າແມ່ນດິນແດນເມັກເຝື້ອ ແລະ ກາຍເປັນສະຖານທີ່ທ່ອງທ່ຽວ  ທີ່ດູດດື່ມດ້ວຍບັນດາຫຼັງຄາເຮືອນຮ້ານຖືກອອກແບບມີຮູບເຕົາພ້ອມກັບສີສັນວັດທະນະທຳທີເປັນເອກະລັກຂອງຊາວເຜົ່າເມືອງ.

ເສັ້ນທາງພາໄປຮອດລຸ້ງເວິນໃນແຂວງຮ່ວາບິ່ງ (ພາບ: TTXVN)
ບັນດາເຮືອນຮ້ານຢູ່ລຸ້ງເວິນ
ມາຮອດລຸ້ງເວິນ, ແຂກທ່ອງທ່ຽວມີໂອກາດຮັບຊົມທິດທັດທຳມະຊາດ ພູຜາປ່າໄມ້ທີ່ສວຍສົດງົດງາມ ແລະ ສູບເອົາອາກາດທີ່ປອດໂປ່ງ, ເຢັນສະບາຍ.
ຍາມເຊົ້າຢູ່ລຸ້ງເວິນມີລົມພັດມາເຢັນສະບາຍ ແລະ ແສງແດດອ່ອນ. ບັນດາກຸ່ມເມັກພວມເລືອນລອຍຢູ່ຕາມຈອມພູ, ໝູ່ບ້ານ... ຮອດຕອນທ່ຽງດວງຕາເວັ້ນໄດ້ເລືອນຂຶ້ນສູງ, ແສງແດດສາດສ່ອງລົງຜ່ານກຸ່ມເມັກ ຮອດຮອມພູ. ຢູ່ລຸງເວິນແຂກທ່ອງທ່ຽວຍັງໄດ້ຄົ້ນຫາບັນດາຈຸດວັດນະທະທຳທີ່ເປັນເອກະລັກຂອງຊາວທ້ອງຖິ່ນຢູ່ແຫ່ງນີ້. (ພາບ: luhanhvietnam)
ບັນດາເນື້ອທີ່ນາຂັ້ນໄດຢູ່ລຸ້ງເວິນ (ພາບ: TTXVN)
ລະດູປັກດຳຢູ່ລຸ້ງເວິນ(ພາບ: TTXVN)
ຍາມກ່ຽວເຂົ້າຢູ່ລຸ້ງເວິນ. ຊາວເຜົ່າເມືອງຢູ່ລຸງເວິນຍັງຮັກສາຈຸດວັດທະນະທຳທີ່ເປັນເອກະລັກ, ພິເສດແມ່ນຊຸດອາພອນປະຈຳເຜົ່າ (ພາບ: TTXVN)
ຊາວເຜົ່າເມືອງຢູ່ລຸງເວິນດຳລົງຊີວິດແບບຕິດພັນກັບທຳມະຊາດ, ເຂົາເຈົ້າມີຈິດໃຈຮັກແພງແຂກ (ພາບ: TTXVN)
ຊີວິດປະຈຳວັນຂອງຊາວເຜົ່າເມືອງໃນເຮືອນຮ້ານ. (ພາບ: TTXVN)

TAG
VOV/VOVworld/ການ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ