(VOVWORLD) - ຊາຮວິ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງ ກວ໋າງຫງ່າຍ, ມີຫາດຊາຍທະເລທີ່ສວຍງາມ. ຢູ່ທີ່ນີ້ ມີໝູ່ບ້ານ ງໍ່ກໍ, ໜອງ ອານເຄ ເຊິ່ງແມ່ນປູສະນີຍະສະຖານລະດັບຊາດພິເສດ.
ມາ ຊາຮວິ່ງ, ແຂກທ່ອງທ່ຽວອາດຈະຮູ້ສຶກໄດ້ເຖິງວິຖີການດຳລົງຊີວິດຂອງຊາວປະມົງ ແລະ ບັນຍາກາດທີ່ຄຶກຄັກຂອງ ໝູ່ບ້ານທະເລ.
![]() |
| ຊາຮວິ່ງ ມີຊື່ເກົ່າແມ່ນ ຊາຮວ່າງ, ຍ້ອນເຂດທະເລຢູ່ແຫ່ງນີ້ມີຫາດຊາຍສີເຫຼືອງທີ່ເປັນເອກະລັກສະເພາະ. ແຕ່ມາຮອດສະໄໝເຈົ້າຊີວິດ ຫງວຽນຮວ່າງ ຈຶ່ງປ່ຽນຊື່ເປັນ ຊາຮວິ່ງ. |
![]() |
| ຊາຮວິ່ງ ເບິ່ງຈາກມູມສູງ. |
![]() |
| ຊາຮວິ່ງ ຂຶ້ນກັບເທດສະບານ ດຶກໂຝ ແຂວງ ກວ໋າງຫງາຍ ມີນັບຮ້ອຍຄອບຄົວດຳລົງຊີວິດດ້ວຍອາຊີບຫາສິນໃນນ້ຳ. |
![]() |
| ບັນຍາກາດຄຶກຄື້ນຂອງຕະຫຼາດປາ ຊາຮວິ່ງ ຍາມຮຸ່ງເຊົ້າເມື່ອກຳປັ່ນຫາປາກັບເຂົ້າຝັ່ງ. |
![]() |
| ຊາວປະມົງກັບການດຳລົງຊີວິດປະຈຳວັນ, ເຖິງວ່າລຳບາກແດ່ ແຕ່ກໍ່ມີຄວາມສຸກ ເບີກບານໃຈ. |
![]() |
| ຮູບພາບອອກແຮງງານທີ່ລຶ້ງເຄີຍຂອງຊາວປະມົງໝູ່ບ້ານທະເລ ຊາຮວິ່ງ. |
![]() |
| ແມ່ຍິງໝູ່ບ້ານ ຊາຮວິ່ງ. |
![]() |
| ໝູ່ບ້ານ ງໍ່ກໍ ແມ່ນສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວ ເມື່ອມາ ຊາຮວິ່ງ. ນີ້ແມ່ນບ່ອນຖ່າຍຮູບທີ່ລຶ້ງເຄີຍຂອງແຂກທ່ອງທ່ຽວຫຼາຍຄົນ ເມື່ອມາໝູ່ບ້ານເກົ່າແກ່ນີ້. |
![]() |
| ໝູ່ບ້ານ ຫີນເກົ່າແກ່ ງໍ່ກໍ ພົ້ນເດັ່ນດ້ວຍແຖວຖ້ານຫີນທີ່ຈັດລຽງກ່າຍກັນຂຶ້ນກັນແບບທຳມະຊາດ ໂດຍບໍ່ນຳໃຊ້ຫຍັງຕິດ. |
![]() |
| ມູມໜຶ່ງຢູ່ທະເລ ງໍ່ກໍ. |
![]() |
| ຍາມຮຸ່ງເຊົ້າຢູ່ທະເລ ຊາຮວິ່ງ. |
![]() |
| ຍາມຮຸ່ງເຊົ້າ ແລະ ຄ້ອຍຄ່ຳຍາມແລງຂອງແຕ່ລະວັນ, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມັກໄປຍ່າງຢູ່ຫາດຊາຍ ເພື່ອຟັງສຽງລົມ, ສຽງຄື້ນທະເລ ແລະ ຊົມຄວາມງາມຂອງທະເລຊາຮວິ່ງ. |
![]() |
| ປະຕູທະເລ ຊາຮວິ່ງ |
![]() |
| ຖ້ຳແອ່ນ ແມ່ນຖ້ຳທຳມະຊາດຖ້ຳໜຶ່ງຢູ່ ຊາຮວິ່ງ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ |
![]() ແສງແດດຍາມຮຸ່ງເຊົ້າຢູ່ໜອງ ອານເຄ
|
![]() |
| ຊາຮວິ່ງ ມີໝູ່ບ້ານ ເຕິນຢຽມ ທີ່ມີຊື່ສຽງ ດ້ວຍອາຊີບເຮັດເກືອ ມາແຕ່ດົນນານ. |




