logo

ຄົ້ນຫາລະດູເຂົ້າສຸກເຫຼືອງຢ່າງສະຫງົບງຽບຢູ່ບ້ານ ຮ່າງດັງເຢ, ລາວກາຍ

2025/11/16 | 14:22:14
(VOVWORLD) - ໂດຍທ່າມກາງລະດູເຂົ້າສຸກເຫຼືອງອາລ່າມຂອງ ໝູ່ກັງຈ໋າຍ, ບ້ານ ຮ່າງດັງເຢ ຍັງຮັກສາໄດ້ຄວາມງາມທີ່ລຽບງ່າຍປະຖົມປະຖານ, ແມ່ນສະຖານທີ່ເປັນໜ້າຈັບໃຈຂອງແຂກທ່ອງທ່ຽວທີ່ຢາກລົງຕົວຈິງລະດູເຂົ້າສຸກເຫຼືອງແບບລຽບງ່າຍ.
ໝູ່ກັງຈ໋າຍ (ແຂວງ ລາວກາຍ) ແມ່ນສະຖານທີ່ທີ່ມີຊື່ສຽງເມື່ອລະດູໃບໄມ້ຫຼົ່ນວຽນມາເຂດນາຂັ້ນໄດ. ໄປຄຽງຄູ່ກັບສະຖານທີ່ທີ່ລຶ້ງເຄີຍຄື ລາປ້ານເຕິນ ຫຼື ເຈ້ກູຍາ, ບ້ານ ຮ່າງດັງເຢ ຍັງແມ່ນສະຖານທີ່ທີ່ຍັງບໍ່ທັນມີຫຼາຍຄົນຮູ້ຈັກເຖິງ.
ບ້ານ ຮ່າງດັງເຢ ຕັ້ງຢູ່ຫ່າງຈາກໃຈກາງເມືອງ ໝູ່ກັງຈ໋າຍ (ເກົ່າ) ກວ່າ 10 ກີໂລແມັດ, ເສັ້ນທາງສ່ວນຫຼາຍແມ່ນກິ່ວຊັນນ້ອຍແຄບ, ແຕ່ແທນທີ່ນັ້ນ ແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມະຊາດຂອງລະດູເຂົ້າສຸກເຫຼືອງຢູ່ເຂດຮ່ອມພູທີ່ຍາວຢຽດ.
ທັງບ້ານມີເຮືອນຂອງຊາວເຜົ່າມົ້ງພຽງແຕ່ 20 - 30 ຫຼັງໄດ້ຕັ້ງສະຫຼັບຢູ່ທ່າມກາງນາຂັ້ນໄດ.
ບໍ່ຄັບຄາໜາແໜ້ນຄືບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ບ້ານ ຮ່າງດັງເຢ ຍັງຮັກສາການດຳລົງຊີວິດທີ່ລຽບງ່າຍ, ບໍ່ຟ້າວບໍ່ຟັ່ງ.
ປີນີ້ ແຂກທ່ອງທ່ຽວມາຫຼາຍກວ່າ, ແຕ່ຜູ້ໃດກໍ່ສຸພາບ, ມາຖ່າຍຮູບແລ້ວກໍ່ຂອບໃຈທັກທາຍສະບາຍດີຢ່າງມ່ວນຊື່ນ. ພໍ່ແມ່ປະຊາຊົນຍັງເກັບກ່ຽວຄືທຸກໆປີ, ພຽງແຕ່ຫວັງຢາກຮັກສາຄວາມສະອາດຂອງບ້ານເພື່ອໃຫ້ແຂກທ່ອງທ່ຽວກັບຄືນມາອີກ”, ປະຊາຊົນຄົນໜຶ່ງດຳລົງຢູ່ແຫ່ງນີ້ແບ່ງປັນ.
ແຂກທ່ອງທ່ຽວມາ ບ້ານ ຮ່າງດັງເຢ ມັກເລືອກພັກຢູ່ homestay ຂອງປະຊາຊົນ, ລອງຊິມອາຫານການກິນຢູ່ເຂດພູສູງ.
ບັນດາເຂດນາຂັ້ນໄດນອນຢ່ລຽບເປີ້ນພູ, ຕາມແຕ່ລະຊັ້ນ, ສ້າງເປັນຄື້ນເຂົ້າທີ່ອ່ອນໂຍນລຽບຕາມສັນພູ.
ທ່າມກາງລະດູເຂົ້າສຸກເຫຼືອງຂອງເຂດ ໝູ່ກັງຈ໋າຍ, ບ້ານ ຮ່າງດັງເຢ ຍັງຮັກສາຄວາມສະຫງົບສຸກ, ລຽບງ່າຍ ແລະ ໃກ້ຊິດຕິດພັນ.
ບໍ່ຄືກໂຄມ, ບໍ່ຫັນເປັນການຄ້າ, ສະຖານທີ່ແຫ່ງນີ້ໄດ້ຄ່ອຍໆກາຍເປັນທາງເລືອກຂອງຜູ້ຄົນທີ່ຢາກກັບໄປຄົ້ນຫາເຂດດິນແດນ ໄຕບັກ ແບບດັ້ງເດີມ, ລຽບງ່າຍແຕ່ເຕັມໄປດ້ວຍພະລັງທີ່ດຶງດູດໃຈ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ