![]() |
| ເມືອງເກາະ ແບັກລອງຫວີ (ຫ໋າຍຟ່ອງ) ຕັ້ງຢູ່ໃຈກາງຂອງເຂດອ່າວພາກເໜືອ, ຫ່າງຈາກເຂດດິນຕໍ່ແຜ່ນຂອງນະຄອນ ຫ໋າຍຟ່ອງ 133 ກມ, ຂີ່ເຮືອໄປປະມານ 6-7 ຊົ່ວໂມງຈຶ່ງຮອດ. |
![]() |
![]() |
| ເມືອງເກາະ ແບັກລອງຫວີ ແມ່ນໜຶ່ງໃນຈຳນວນ 8 ເຂດຫາປາຂະໜາດໃຫຍ່ຂອງເຂດອ່າວພາກເໜືອ, ດ້ວຍແຫຼ່ງສິນໃນນ້ຳ, ລະບົບຊີວະນາໆພັນທະເລອຸດົມສົມບູນ. |
![]() |
| ປະຊາຊົນໃນເກາະດຳລົງຊີວິດຕົ້ນຕໍດ້ວຍອາຊີບຂຸດຄົ້ນ, ປຸງແຕ່ງປາ. |
![]() |
| ປະຈຸບັນ, ພົນລະເມືອງຢູ່ ເກາະແບັກລອງຫວີ ມີເກືອບ 700 ຄົນ. |
![]() |
| ພາຍຫຼັງ 30 ປີ, ກອງທັບ ແລະ ປະຊາຊົນຢູ່ເມືອງເກາະ ໄດ້ຮ່ວມແຮງຮ່ວມໃຈ, ສ້າງເມືອງເກາະ ແບັກລອງຫວີ, ມີຫຼາຍກິດຈະກຳພື້ນຖານໂຄງລ່າງໄດ້ຮັບການສ້າງຕັ້ງຂຶ້ນ ເຮັດໃຫ້ໂສມໜ້າເມືອງເກາະປ່ຽນແປງຫຼາຍຢ່າງ. |
![]() |
| ລະບົບທ່າກ່ຳປັ່ນຢູ່ ແບັກລອງຫວີ |
![]() |
| ໂຮງຮຽນ, ສຸກສາລາ, ຫໍວັດທະນະທຳ… ຕອບສະໜອງຄວາມຕ້ອງ ຂອງປະຊາຊົນໄດ້ໂດຍພື້ນຖານ |
![]() |
| ໜຶ່ງໃນບັນດາຈຸດນັດພົບທີ່ໜ້າປະທັບໃຈທີ່ສຸດແມ່ນ ປະພາຄານ ແບັກລອງຫວີ. |
![]() |
| ວັດ ແບັກລອງ |
![]() |
| ເກາະ ແບັກລອງຫວີ ສວມບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດທະເລຂອງນະຄອນ ຫ໋າຍຟ່ອງ. |
![]() |
![]() |
| ບັນດາກິດຈະກຳໜອງບັນຈຸນ້ຳຈືດ; ໂຄງການພະລັງງານແຮງລົມ… ກໍ່ໄດ້ຮັບການລົງທຶນ. |
![]() |
| ແບັກລອງຫວີ ພວມນັບມື້ນັບຍັບເຂົ້າໃກ້ກັບເຂດດິນຕໍ່ແຜ່ນກວ່າ, ເປີດກາລະໂອກາດຫຼາຍຢ່າງເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມເກາະແຫ່ງນີ້. |




