logo

ຄວາມງາມຂອງປ່າສະເມັດ ຈ່າຊື ຢູ່ ອານຢາງ

2021/8/7 | 05:43:00
(VOVWORLD) -ປ່າສະເມັດ ຈ່າຊື ນອນໃນບໍລິເວນຕາແສງ ວັນຢາວ, ເມືອງ ຕິ້ງບຽນ, ແຂວງ ອານຢາງ. ນີ້ແມ່ນເຂດປ່າດິນທາມພົ້ນເດັ່ນໃຫ້ແກ່ເຂດແມ່ນ້ຳ ເຮົ້າ ທາງທິດຕາເວັນຕົກ.
ປ່າສະເມັດ ຈ່າຊື ແມ່ນບ່ອນດຳລົງຊີວິດຂອງສັດ, ພືດນາໆຊະນິດ ຂຶ້ນກັບລະບົບປ່ານຳໃຊ້ສະເພາະຂອງຫວຽດນາມ.
ດ້ວຍເນື້ອທີ່ເກືອບ 850 ເຮັກຕາ, ຕົ້ນໄມ້ຢູ່ປ່າແຫ່ງນີ້ ສ່ວນຫຼາຍແມ່ນຕົ້ນສະເມັດ (ມີອາຍຸກວ່າ 10 ປີ, ສູງແຕ່ 5 – 8 ແມັດ).
ດອກບົວຢູ່ລຽບຕາມ 2 ຟາກທາງເຂົ້າເຂດປ່າສະເມັດ.
(ພາບ: angiang.gov.vn)
ປ່າສະເມັດ ຈ່າຊື ສວຍງາມທີ່ສຸດແມ່ນນັບແຕ່ເດືອນ ກັນຍາ ຮອດເດືອນ ພະຈິກ ຂອງແຕ່ລະປີ, ນັກທ່ອງທ່ຽວຈະໄດ້ນັ່ງຢູ່ເຮືອເດີນທາງເຂົ້າຢ້ຽມຊົມປ່າ.
ບັນດາຕົ້ນສະເມັດ ໄດ້ຕ້ອນຮັບນັກທ່ອງທ່ຽວດ້ວຍບັນດາຮົ່ມໄມ້ທີ່ເຢັນສະບາຍ.
(ພາບ: angiang.gov.vn)
ນັກທ່ອງທ່ຽວເມື່ອມາຢ້ຽມຢາມປ່າສະເມັດ ຈ່າຊື ແຕ່ລະຄັ້ງຈະມີຄວາມຕົກສະເງີ້ຕື່ມອີກຕໍ່ສິ່ງມະຫັດສະຈັນເຊິ່ງທຳມະຊາດດົນບັນດາໃຫ້.
(ພາບ: angiang.gov.vn)
ປ່າສະເມັດ ຈ່າຊື ແລະ ບັນດານົກຍາງຂາວຢູ່ທ່າມກາງຕົ້ນໄມ້ໃບຫຍ້າທີ່ກວ້າງໃຫຍ່ໄພສານ ແລະ ຂຽວສົດງົດງາມ.
ປ່າສະເມັດ ຈ່າຊື ໄດ້ນຳເຂົ້າຂຸດຄົ້ນເປັນເຂດທ່ອງທ່ຽວທຳມະຊາດ. ພິເສດແມ່ນມີຂົວທີ່ເຮັດດ້ວຍໄມ້ໄຜ່ ມີລວງຍາວກວ່າ 10 ກມ, ບັນລຸສະຖິຕິ ຂົວທີ່ເຮັດດ້ວຍໄມ້ໄຜ່ຍາວທີ່ສຸດຢູ່ຫວຽດນາມ.
(ພາບ: nhandan.vn)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ