logo

ຄວາມງາມຂອງ “ຜູ້ອ່ານ” ຜ່ານພາບແຕ້ມຜ້າໄໝຂອງ ແທງລິວ

2022/4/24 | 05:20:29
(VOVWORLD) -“ຂ້າພະເຈົ້າຊົມຊອບປຶ້ມດັ່ງນັ້ນກໍ່ຊົມຊອບຄວາມງາມຂອງຜູ້ອ່ານປຶ້ມເລີຍ”
ພາບແຕ້ມສີນ້ຳ 37 ແຜ່ນໂດຍແຕ້ມໃສ່ຜ້າໄໝ ຂອງປະລິນຍາເອກວັນນະຄະດີ ຫງວຽນທິແທັງລິວ ໃນງານວາງສະແດງ “ຜູ້ອ່ານເຊິ່ງດຳເນີນແຕ່ວັນທີ 16 – 22 ເມສາ ຢູ່ໂຮງວາງສະແດງວິຈິດຕະກຳ” ເຮືອນເລກທີ 16 ຖະໜົນໂງ ກວຽນ, ຮ່າໂນ້ຍ.
“ຜູ້ອ່ານ” ແມ່ນ ໂຄງການໜຶ່ງທີ່ມີຂອບຂະໜາດນ້ອຍໂດຍປະລິນຍາເອກວັນນະຄະດີ, ຈິດຕະກອນ ຫງວຽນທິແທງລິວ ໄດ້ເດີນຕາມເປັນເວລາ 2 ປີມານີ້, ນັບແຕ່ຄາວ ແຍກຫ່າງສັງຄົມຄັ້ງທີ 1 ຢູ່ ຫວຽດນາມ ເມື່ອຕົ້ນປີ 2020 ຍ້ອນໂລກລະບາດໂຄວິດ - 19.

ໃນທ່າມກາງຄວາມກະວົນກະວາຍຂອງສະພາບໂລກລະບາດ ພວມຄຸກຄາມໃນທົ່ວໂລກ, ຈິດຕະກອນ ແທັງລິວ ໄດ້ເລືອກເອົາການແຕ້ມຜູ້ອ່ານ ຄືແມ່ນຮູບແບບຂອງຄວາມງາມ ແບບມິດງຽບ. ຈິດຕະກອນຫງວຽນທິແທງລິວ ໃຫ້ຮູ້ວ່າ “ຂ້າພະເຈົ້າຊົມຊອບປຶ້ມ, ດັ່ງນັ້ນກໍ່ຊົມຊອບຄວາມງາມຂອງຜູ້ອ່ານເລີຍ. ໄປຮອດບໍ່ວ່າແຫ່ງໃດ ຂ້າພະເຈົ້າກໍ່ເຄີຍຕັ້ງໃຈຕິດຕາມ ບັນດາຜູ້ອ່ານປຶ້ມ. ເຂົາເຈົ້າ ອາດຈະແມ່ນ: ບໍ່ວ່າຜູ້ໃດ ບໍ່ວ່າໃນເກນອາຍຸໃດ ແຕ່ຢູ່ໃນກະໂຕຂອງເຂົາເຈົ້າ ເອງ, ກໍ່ໄດ້ ສໍ່ສະແດງໃຫ້ເຫັນຄວາມງາມຂອງການເອົາໃຈໃສ່ແບບສະຫວາດສະເຫວີຍ.”

ເມື່ອອ່ານປຶ້ມ, ຜູ້ອ່ານກໍ່ບໍ່ເຄີຍໃສ່ໃຈທຸກສິ່ງຢູ່ອ້ອມແອ້ມຕົນເອງແບບທຳມະຊາດເພື່ອສຸມຈິດສຸມໃຈກັບເນື້ອໃນຄວາມໝາຍຂອງຄຳປະໂຫຍກ. ເຂົາເຈົ້າງາມເພາະວ່າ ເຂົາເຈົ້າອ່ານ. ຈິດຕະກອນໄດ້ສະຫງວນເວລາ ຮັບຊົມຜູ້ອ່ານ ແລະ ວາດພາບເເຖິງເຂົາເຈົ້າຜ່ານຮູບແຕ້ມ.

ຈິດຕະກອນ ຫງວຽນທິແທງລິວ ແບ່ງປັນວ່າ: “ການແຕ້ມຮູບພາບຜູ້ອ່ານກໍ່ແມ່ນວິທີເຊິ່ງຂ້າພະເຈົ້າສະແດງໃຫ້ເຫັນຄວາມນິຍົມຊົມຊອບເຂົາເຈົ້າ. ຮູບແຕ້ມແຕ່ລະແຜ່ນກໍ່ໄດ້ບັນທືກຄວາມງາມໃນກໍລະນີໃດໜຶ່ງ. ຮູບແຕ້ມແຕ່ລະແຜ່ນກໍ່ປຽບເໝືອນເລື່ອງລາວທີ່ເປັນໜ້າປະທັບໃຈ”

ຂໍເຊີນບັນດາທ່ານ ພ້ອມກັນຮັບຊົມຮູບແຕ້ມຈຳນວນໜຶ່ງ ທີ່ຖືກນຳມາວາງສະແດງໃນງານວາງສະແດງດັ່ງລຸ່ມນີ້:


TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ