(VOVWORLD) -ຫຼາຍປີມໍ່ໆມານີ້, ພູມັດເທິນ ໝາຍເຖິງຕາທິບໃນແຂວງກາວບັ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຍ້ອນທິວທັດທຳມະຊາດສວຍສົດງົດງາມໃຫຍ່ໂຕມະໂຫຖານ.
ພູມັດເທິນ ນອນຢູ່ຕາແແສງກວັກຕວານ, ເມືອງຈ່າລິງໃນກຸ່ມ 36 ໜອງ ທາງແທນ.ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນໃນສວນສາທາລະນະທໍລະນີກາວບັ່ງ.
![]() |
| (ພາບ: toquoc.vn) |
![]() |
| ຊ່ວງເວລາທີ່ແທດເໝາະທີ່ສຸດເພື່ອແຂກທ່ອງທ່ຽວມາຮັບຊົມຄວາມງາມຂອງພູມັດເທິນ ແມ່ນໃນຍາມເດືອນກັນຍາ, ເດືອນຕຸລາ ແຕ່ລະປີ. ຢູ່ແຫ່ງນີ້ອາກາດເຢັນສະບາຍພ້ອມກັບທິວທັດທຳມະຊາດຂຽວງາມຕະຫຼອດປີ. ດັ່ງນັ້ນແຂກທ່ອງທ່ຽວອາດຈະແວ່ຍາມໃນທຸກໆເວລາໃນປີ. (ພາບ: TTXVN) |
![]() |
| ທັດສະນີຍະພາບທີ່ສະຫງົບຫງຽບຢູ່ຕິນພູມັດເທິນ. (ພາບ: laodong.vn) |
![]() |
| ພູໜ່ວຍນີ້ກໍ່ໄດ້ເອີ້ນດ້ວຍຊື່ອື່ນວ່າ “ພູຖຸງ” ຍ້ອນຢູ່ເທິງພູກໍ່ມີຖ້ຳລອດພູດ້ວຍຮູບວົງມົນປຽບເໝືອນ ດວງຕາຂອງພູດ້ວຍເສັ້ນພາສູນກາງກ່ວາ 50 ແມັດ, ນີ້ແມ່ນພູໄດ້ຮັບຖືວ່າມີພຽງແຕ່ໜຶ່ງບໍ່ມີສອງຢູ່ ຫວຽດນາມ. (ພາບ: toquoc.vn) |
![]() |
| ພູຖຸງ ນອນສະຫຼັບກັບພູໜ່ວຍອື່ນໆ, ທັງລຸ່ມຖືກອ້ອມຮອບດ້ວຍທົ່ງຫຍ້າຂຽວອຸ່ມທຸມ ອັນໄດ້ສ້າງຄວາມງາມທີ່ເປັນໜ້າຈັບໃຈ ແລະ ຫາຍາກ. (ພາບ: laodong.vn) |
![]() |
| ພາບ: TTXVN |
![]() |
| ພາບ: vietnamnet.vn |
![]() |
| ມາແຫ່ງນີ້ແຂກທ່ອງທ່ຽວກໍ່ສາມາດຊອກຮູ້ຊີວິດປະຈຳວັນຂອງຊາວເຜົ່າໄຕໃນແຂວງກາວບັ່ງ (ພາບ: vnexpress) |
![]() |
| ພາບ: toquoc.vn |
![]() |
| ທັດສະນີຍະພາບທີ່ງົດງາມສະຫງົບສຸກຢູ່ແຫ່ງນີ້ໄດ້ພາແຂກທ່ອງທ່ຽວຄືຫລົງທາງໃນໂລກໜ່ວຍອື່ນ, ປາສະຈາກຄວາມເນື່ອງນັນອຶກກະທຶກຢູ່ເຂດຕົວເມືອງ. (ພາບ: toquoc.vn) |
![]() |
| ຫ່າງຈາກພູຖຸງບໍ່ໄກປານໄດແມ່ນໜອງນ້ຳມີເນື້ອທີ່ 15 ແຮັກຕາ, ໜ້າໜອງງຽບສະງັດ ໜອງແຫ່ງນີ້ນອນຢູ່ເຄິງກາງຮ່ອມພູ, ດ້ວຍສາຍພູສະຫຼັບຊັບຊ້ອນ. (ພາບ: toquoc.vn) |
![]() |
| ພູມັດເທິນຫ່າງຈາກນະຄອນກາວບັ່ງ 50 ກີໂລແມັດ, ແຂກທ່ອງທ່ຽວສາມາດມາແຫ່ງນີ້ດ້ວຍລົດໂອໂຕ ຫຼືລົດຈັກກໍ່ລ້ວນແຕ່ມີຄວາມສະດວກສະບາຍ, ແຕ່ລົດຈັກກໍ່ແມ່ນຍານພາຫະນະທີ່ສະດວກທີ່ສຸດ ຍ້ອນວ່າເມື່ອຂີ່ລົດຈັກກໍ່ສາມາດແລ່ນຜ່ານເສັ້ນທາງຄັບແຄບເພື່ອຈະໄປຮອດພູມັດເທິນ. (ພາບ: toquoc.vn) |




