logo

ຄວາມງາມຂອງເຂດໄຕບັກ ຍາມປູກເຂົ້າ

2021/5/29 | 07:56:08
(VOVWORLD) -ເຂດ ໄຕບັກ (ເຂດທິດຕາເວັນຕົກສ່ຽງເໜືອຫວຽດນາມ) ມີຊື່ສຽງດ້ວຍບັນດານາຂັ້ນໄດ້ທີ່ງາມຕາ, ໃນນັ້ນມີ 2 ສະຖານທີ່ເຊິ່ງແມ່ນ ໝູ່ກາງຈາຍ (ອຽນບາຍ) ແລະ ຊາປາ (ລ່າວກາຍ) ໄດ້ຈັດເຂົ້າໃນບັນຊີນາຂັ້ນໄດ 12 ແຫ່ງງາມທີ່ສຸດໃນໂລກໂດຍວາລະສານ Telegraph ຂອງອັງກິດ ຄັດເລືອກ.
ເດືອນພຶດສະພາ, ມິຖຸນາ ແມ່ນເລີ່ມເຂົ້າສູ່ຍາມຝົນລະດູແລ້ງ ກໍ່ແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນຢູ່ເຂດພູສູງເລີ່ມເຮັດໄຮ່ໄຖນາກະກຽມໃຫ້ລະດູການເກັບກ່ຽວໃໝ່ ແລະ ນີ້ກໍ່ແມ່ນຈຸດເວລາທີ່ນາຂັ້ນໃດງາມທີ່ສຸດ.
ຍ້ອນນຳໃຊ້ແຫຼ່ງນ້ຳທຳມະຊາດ ສະນັ້ນ ໃນປີໜຶ່ງ ພໍ່ແມ່ປະຊາຊົນຢູ່ເຂດພູສູງ ຫວ່ານກ້າໄດ້ພຽງແຕ່ລະດູດຽວເທົ່ານັ້ນ. ນ້ຳໄຫຼຈາກຫ້ວຍນ້ຳລົງມາ, ຜ່ານທໍ່ໄມ້ເຮ້ຍ ໄຫຼຈາກນາຂັ້ນນີ້ໄປໃສ່ນາຂັ້ນອື່ນ. ເວລານັ້ນ ນາຂັ້ນໄດ ງາມຄືດັ່ງພາບແຕ້ມທຳມະຊາດທີ່ງົດງາມ ແລະ ມີຊີວິດຊີວາ.
ອາດຈະບໍ່ມີຈິດຕະກອນໃດສາມາດແຕ້ມບັນດາຜະລິດຕະພັນທີ່ມີຊີວິດຊີວາຄືດັ່ງພາບທີ່ປະຊາຊົນຢູ່ເຂດພູສູງນີ້ ໄດ້ພ້ອມກັບທຳມະຊາດ, ດິນຟ້າອາກາດສ້າງຂຶ້ນ.
ຖ້າຢືນຊົມວິວຢູ່ທີ່ນີ້ໝົດມື້ກໍ່ບໍ່ເບື່ອສີສັນຂອງນາຂັ້ນໄດທີ່ມີການປ່ຽນຕະຫຼອດ ຍ້ອນໜ້ານ້ຳສະທ້ອນສີຂອງທ້ອງຟ້າ ແລະ ຖ້າຫາກເພື່ອນໂຊກດີ ກໍຈະໄດ້ຊົມຕາເວັນຂຶ້ນ ຫຼື ຕາເວັນຕົກທີ່ສົ່ງແສງສາດສ່ອງຜ່ານເມກເປັນຮູບກ້ານວີ ລົງໃສ່ນາຂັ້ນໄດ, ຢູ່ເຂດໄກໆນັ້ນແມ່ນເຂດພູປ່າ ສາຍພູຕັ້ງສະຫຼັບສັບຊ້ອນກັນ ອັນໄດ້ສ້າງເປັນຮູບພາບດ້ວຍສີິສັນຫຼາກຫຼາຍ, ມະຫັດສະຈັນ.
ເມື່ອມາຢ້ຽມຢາມເຂດພູສູງໃນຍາມປູກເຂົ້າ ແມ່ນໂອກາດເພື່ອເຫັນປະຈັກຕາການອອກແຮງງານຢ່າງຈູບຈ້າວຫ້າວຫັນຂອງປະຊາຊົນຢູ່ເຂດພູສູງ.
ບ່ອນພວມໄຖນາ, ບ່ອນພວມດຳນາ
ບັນດາແມ່ຍິງນຸ່ງຊຸດປະຈຳເຜົ່າພວມຫວ່ານກ້າ, ລົກກ້າ, ດຳນາ ຫຼາຍຄົນຍັງເຈ່ຍລູກນ້ອຍ ຫຼື ປະລູກນັ່ງຫຼິ້ນເພື່ອໃຫ້ແມ່ເຮັດວຽກ.
ບັນດາເຂດນາຂັ້ນໄດເຖິງວ່າໃຫຍ່ ຫຼື ນ້ອຍກໍ່ຕາມ ກໍ່ລ້ວນແຕ່ມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນວິວັດການເອົາໄຊຊະນະຕໍ່ທຳມະຊາດເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນເຂດພູສູງ.
ຜູ້ທີ່ເຄີຍມາແຫ່ງນີ້, ເຄີຍໄດ້ຊົມຄວາມງາມມະຫັດສະຈັນຂອງບັນດານາຂັ້ນໄດຢູ່ເຂດ ໄຕບັກ ໃນຍາມປູກເຂົ້າ, ໄດ້ເຈືອຈານເຂົ້າກັບທຳມະຊາດ, ຄວາມງາມຂອງເຂດພູຜາປ່າໄມ້ ແມ່ນຈະມີຄວາມປະທັບໃຈ ຍາກທີ່ສະລືມໄດ້ ແລະ ປາດຖະໜາຢາກກັບມາແຫ່ງນີ້ຫຼາຍເທື່ອຕື່ມອີກ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ