logo

ຄວາມງາມຂອງແມ່ຍິງຫວຽດນາມ ຜ່ານຊຸດເສື້ອຍາວ

2022/10/19 | 12:46:00
(VOVWORLD) -ນັບແຕ່ໃດໆມາ, ເສື້ອຍາວແມ່ນສັນຍາລັກທາງດ້ານວັດທະນະທຳຕິດພັນກັບແມ່ຍິງ ຫວຽດນາມ.
ເສື້ອຍາວຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ ຖືກນຳມາວາງສະແດງທີ່ເຫດການໜຶ່ງຢູ່ນະຄອນເຫ້ວ
ຜ່ານບັນດາໄລຍະແຫ່ງການພັດທະນາ, ຊຸດເສື້ອຍາວໄດ້ປ່ຽນແປງຢ່າງບໍ່ຢຸດຢັ້ງ ແຕ່ຍັງຄົງຮັກສາຈຸດຄວາມງາມອັນເປັນປະເພນີ ອັນໄດ້ປະກອບສ່ວນເພີ່ມຄວາມງາມສຸພາບຮຽບຮ້ອຍຄວາມມີສະເໜ່ຂອງແມ່ຍິງຫວຽດນາມ
ຊຸດເສື້ອຍາວໃນຊີວິດຍຸກທັນສະໄໝຖືກບັນດານັກອອກແບບປະດິດຄິດສ້າງດ້ວຍແຜ່ນແພພື້ນເມືອງ, ຜ້າໄໝພ້ອມກັບລວດລາຍສວຍງາມ.

ໂດຍບັນລຸຄຸນຄ່າຂອງຜະລິດຕະພັນໃຊ້ສອຍ, ຊຸດເສື້ອຍາວໄດ້ມີບົດບາດສຳຄັນນັ້ນແມ່ນຜະລິດຕະພັນວັດທະນະທຳທີ່ເປັນເອກະລັກເຂັ້ມຄົ້ນໄປດ້ວຍສີສັນຊາດແມ່ນສັນຍາລັກຂອງແມ່ຍິງ ຫວຽດນາມ

ຊຸດເສື້ອຍາວປຽບເໝືອນຊຸດອາພອນທີ່ຂາດບໍ່ໄດ້ໃນການປະກວດນາງງາມຫວຽດນາມ.
ນາງງາມຫວຽດນາມ ປີ 2020 ຈຳນວນ 3 ຄົນ ນຸ່ງຊຸດເສື້ອຍາວສີຂາວໃນຈຸດເວລາໄດ້ຮັບນາມມະຍົດນາງງາມ.
ບັນດານາງງາມຫວຽດນາມ ເຊິ່ງປະກອບດ້ວຍນາງງາມ, ຜູ້ດຳເນີນລາຍການທີ່ມີຊື່ສຽງນຸ່ງຊຸດເສື້ອຍາວພື້ນເມືອງໃນເຫດການຖືກຈັດຂຶ້ນຢູ່ແຂວງກວາງນິງ ວັດທະນະທຳນຸ່ງຊຸດເສື້ອຍາວພວມກາຍເປັນຄວາມລຶ້ງເຄີຍຂອງແມ່ຍິງຫວຽດນາມຫຼາຍຄົນເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່. ຊຸດເສື້ອຍາວພວມນັບມື້ນັບປະກົດມີຢ່າງຫຼວງຫຼາຍໃນ ຊີວິດຂອງປະຊາຊົນ.
ພວກນັກຮຽນຍິ່ງນຸ່ງຊຸດເສື້ອຍາວໄປໂຮງຮຽນ.
ຊຸດເສື້ອຍາວສີຂາວໄດ້ຮັບເລືອກເປັນເຄື່ອງນຸ່ງຖືໃນການຖ່າຍຮູບເປັນທີ່ລະນຶກໃນຄາວເປັນນັກຮຽນ
ໃນບັນດາກອງປະຊຸມທີ່ສຳຄັນແມ່ຍິງຫວຽດນາມ ຍາມໃດກໍ່ເລືອກເອົາຊຸດເສື້ອຍາວມານຸ່ງ.
ເສື້ອຍາວນັບມື້ນັບກາຍເປັນສິ່ງທີ່ລຶ້ງເຄີຍໃນຊີວິດປະຈຳວັນ.
ການນຸ່ງຊຸດເສື້ອຍາວໃນວັນບຸນເຕັດ
ພິເສດເໜືອກ່ວາສິ່ງໃດໝົດແມ່ນໃນເຫດການວັນດອງທີ່ສຳຄັນ ແມ່ຍິງກໍ່ນຸ່ງເສື້ອຍາວ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ