![]() |
| ສະຖານທີ່ແຫ່ງນີ້ໄດ້ຮັບການຮູ້ຈັກເຖິງດ້ວຍບັນດາຫໍໂຮງ, ວັດວາອາຮາມ ແລະ ບັນດາກິດຈະກຳບູຮານທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດທີ່ຍັງຮັກສາໄວ້ໃຫ້ເໝືອນເດີມຈົນມາຮອດປະຈຸບັນ. |
![]() |
| ເຫ້ວ ມີແມ່ນ້ຳເຮືອງ ໄຫຼຜ່ານ, ແບ່ງນະຄອນເປັນ 2 ພາກທາງທິດໃຕ້ ແລະ ທິດເໜືອ. ໂດຍເຊື່ອມຕໍ່ລະຫວ່າງ 2 ຝັ່ງດ້ວຍຂົວແຫ່ງຕ່າງໆ, ຂົວທີ່ມີຊື່ສຽງທີ່ສຸດນັ້ນແມ່ນຂົວ ເຈື່ອງຕ່ຽນ 6. |
![]() |
| ໂດຍຕັ້ງຢູ່ທາງທິດເໜືອແມ່ນ້ຳເຮືອງ, ເມືອງຫຼວງ ເຫວ້ ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳຝ່າຍຕາເວັນຕົກ, ສົມທົບກັບສະຖາປັດຕະຍາກຳກຳແພງຝ່າຍຕາເວັນອອກ. |
![]() |
| ຫໍພະລາຊະວັງ ເຫ້ວ ກວ້າງໃຫຍ່ ແລະ ສວຍງາມດ້ວຍການແກະຄວັດສະຫຼັກຢ່າງມີຄວາມລະອຽດລະອໍ. |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
| ເຫ້ວແມ່ນນະຄອນມີລະບົບວັດວາອາຮາມ ຫຼາຍທີ່ສຸດໃນທົ່ວປະເທດ, ດ້ວຍວັດໃຫຍ່, ນ້ອຍກວ່າ 300 ແຫ່ງ, ໃນນັ້ນມີວັດບູຮານກວ່າ 100 ແຫ່ງ, ສ່ວນຫຼາຍຍັງຮັກສາໄດ້ຈຸດເກົ່າແກ່ຂອງສະຖາປັດຕະຍາກຳອາຊີຕາເວັນອອກ ແລະ ຫວຽດນາມ. ໂດຍມີຊື່ສຽງທີ່ສຸດແມ່ນວັດ ທຽນມຸ - ເຊິ່ງແມ່ນສັນຍາລັກຂອງພຸດທະສາສະໜາເຂດດິນແດນ ເຫ້ວ. |
![]() |
| ຮູບປັ້ນເຈົ້າແມ່ກວນອິມ ເຊິ່ງໄດ້ຮັບການກໍ່ສ້າງຢູ່ພູ ຕື໊ເຕື້ອງ, ເມືອງ ເຮືອງຖຸຍ. |
![]() |
| ນອກນັ້ນ, ເພື່ອນກໍ່ສາມາດໄປຢ້ຽມຢາມບັນດາຫໍພິພິຕະພັນຄື: ຫໍພິພິຕະພັນ ໂຮ່ຈີມິນ, ຫໍພິພິຕະພັນ ວັດຖຸບູຮານກຸງເກົ່າເຫ້ວ ຫຼື ບັນດາເຂດວາງສະແດງອື່ນໆ. |
![]() |
| ໂບດ ຟຸ໋ກາມ ດ້ວຍການອອກແບບສະຖາປັດຕະຍາກຳທັນສະໄໝ |
![]() |
| ໂບດຊາວຄຼິດ. |
![]() |
| ເຫ້ວ ບໍ່ພຽງແຕ່ມີບັນດາກິດຈະກຳສະຖາປັດຕະຍາກຳເກົ່າແກ່ເທົ່ານັ້ນ, ຫາກຍັງມີລະບົບຊີວະພາບທີ່ອຸດົມສົມບູນອີກດ້ວຍ. |
![]() |
| ເມື່ອມາຢ້ຽມຢາມ ບຶງ ຈ່ວນ , ເພື່ອນສາມາດຮັບປະທານອາຫານທະເລທີ່ແຊບນົວ. |
![]() |
| ທະເລ ທ້ວນອານ, ຫ່າງຈາກໃຈກາງນະຄອນໄປປະມານ 15 ກມ. |
![]() |
| ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເຫ້ວ |
![]() |
![]() |
![]() |
| Festival ເຫ້ວ ໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ ໃນປີເລກຄູ່, ເຕົ້າໂຮມບັນດາລາຍການສະແດງວັດທະນະທຳທີ່ເປັນເອກະລັກສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ. |
![]() |
| ນອກນັ້ນຍັງມີງານ Festival ໝູ່ບ້ານອາຊີບ ກໍ່ໄດ້ຮັບການຈັດຕັ້ງຂຶ້ນໃນປີເລກຄີກ, ດ້ວຍຂອບຂະໜາດໜ້ອຍກວ່າ, ແຕ່ກໍ່ມີຫຼາຍສິ່ງຫຼາຍຢ່າງທີ່ຄວນຄົ້ນຫາ. |




