logo

ຄວາມງາມໃນການອອກແບບສະຖາປັດຕະຍາກຳຂອງເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ

2020/2/21 | 06:47:44
(VOVWORLD) -ເຮືອນວິນລາຫຼັງນີ້ ໄດ້ກໍ່ສ້າງຂຶ້ນເມື່ອປີ 1912 ແລະ ເຄີຍແມ່ນສະຖານີກະຈາຍສຽງ ແບັກມາຍ, ໄດ້ຮັບການຮັກສາໄວ້ຢ່າງເໝືອນເດີມ.
ເຮືອນວິນລາຫຼັງນີ້ແມ່ນພະແນກວິທະຍຸໂທລະເລກຂອງອຳນາດການປົກຄອງພວກລ່າເມືອງຂຶ້ນຝລັ່ງ ກໍ່ສ້າງເມື່ອເດືອນ ຕຸລາ 1912.
ເຮືອນວິນລາຫຼັງນີ້ແມ່ນຂີດໝາຍປະຫວັດສາດ ແລະ ສະຖາປັດຕະຍາກຳຂອງຝລັ່ງ.
ພິເສດ, ນີ້ກໍ່ແມ່ນສະຖານີກະຈາຍສຽງ ເຊິ່ງໄດ້ກະຈາຍບົດຖະແຫຼງການປະກາດເອກະລາດໄປທົ່ວປະເທດ ແລະ ໂລກໃນຕອນທ່ຽງວັນທີ 07 ກັນຍາ 1945 (ພາຍຫຼັງປະທານໂຮ່ຈີມິນ ອ່ານຖະແຫຼງປະກາດເອກະລາດ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ພາຍຫຼັງເປັນເວລາ 5 ວັນ)
ມູມໜຶ່ງຢູ່ລະບຽງເຮືອນວິນລາ ເຊິ່ງໄດ້ອອກແບບຢ່າງເປັນເອກະລັກສະເພາະຂອງສະຖາປັດຕະຍາກຳຝລັ່ງ
ເຮືອນວິນລາຫຼັງນີ້ມີອາຍຸກວ່າ 100 ປີເຊິ່ງຍັງຮັກສາບັນດາຈຸດຄວາມງາມຂອງສະຖາປັດຕະຍາກຳຝລັ່ງ ໄວ້ຫຼາຍຢ່າງຢູ່ຫວຽດນາມ.
ຝາເຮືອນວິນລາຫຼັງນີ້ໜາ 40 cm, ສະນັ້ນ ໃນລະດູຮ້ອນແມ່ນເຢັນທີ່ສຸດ ແລະ ລະຍາມລະດູໜາວແມ່ນມີຄວາມອົບອຸ່ນ.
ທາງໃນຂອງເຮືອນວິນລາ ແມ່ນຫ້ອງນອນຂອງຄອບຄົວຜົວເມຍລຸງ ຫວຽນວັນເຍິດ ແລະ ປ້າ ເຢືອງທິເງິນ ເຊິ່ງແມ່ນໂຄສົກຜູ້ທຳອິດຂອງ VOV ອ່ານບົດຖະແຫຼງປະກາດເອກະລາດຂອງປະທານໂຮ່ຈີມິນ ໃນຄື້ນວິທະຍຸສົ່ງໄປທົ່ວປະເທດ ແລະ ໂລກເມື່ອປີ 1945.
ເດີ່ນຢູ່ທາງຫຼັງເຮືອນວິນລາ ມີຕົ້ນໄມ້ຫຼາຍຕົ້ນ.
ພາບແຕ້ມເຮືອນວິນລາ ໂດຍສະຖາປານິກ ນາງ ເຈິ່ນທິແທັງຖຸ໋ຍ - ຫົວໜ້າກຸ່ມແຕ້ມພາບເຂດຕົວເມືອງຮ່າໂນ້ຍ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ