ໃນຕະຫຼອດໄລຍະ 30 ປີ (1945 – 1975), ກອງທັບ ຫວຽດນາມ ພ້ອມດ້ວຍກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮຽງບ່າຮຽງໄຫຼ່ ພ້ອມກັນຕໍ່ສູ້ ແລະ ຍາດເອົາໄຊຊະນະ ພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ຮຸກຮານເທື່ອລະກ້າວ. ພິເສດ, ກຳລັງທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວ ຕໍ່ສູ້ເພື່ອປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດ - ເສັ້ນທາງ ໂຮ່ຈີມິນ ຢູ່ທາງທິດຕາເວັນຕົກສາຍພູຫຼວງ, ອັນໄດ້ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດສາມຊາດອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ |
ຫວນຄືນບັນດາການເສຍສະຫຼະຂອງຖັນແຖວທະຫານອາສາສະໝັກ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີຄວາມຕື້ນຕັນໃຈ ແລະ ກ່າວວ່າ:
“ອ້າຍນ້ອງກຳລັງປະກອບອາວຸດພວກຂ້າພະເຈົ້າ ໄດ້ຊ່ວຍຄະນະພັກແຂວງ, ອົງຄະນະພັກແຂວງ ຫຼວງພະບາງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າ ເມື່ອດຳເນີນການຕໍ່ຕ້ານຕ້ອງຈັດຕັ້ງປະຊາຊົນຄືແນວໃດ. ຫຼືວ່າໃນວຽກງານກໍ່ສ້າງພັກ ແມ່ນຮູ້ຫຍັງແດ່ກ່ຽວກັບພັກ. ໜ້າທີ່ຂອງພວກຂ້າພະເຈົ້າແມ່ນ ເຮັດແນວໃດໃຫ້ແຕ່ລະບ້ານ, ຕາແສງ, ເມືອງ ຕ້ອງມີຄະນະສະມາຊິກພັກ ເພື່ອບຳລຸງສ້າງພະນັກງານ, ສະມາຊິກພັກ, ເມື່ອເຂົາເຈົ້າເຕີບໃຫຍ່ເຂັ້ມແຂງ ແລະ ມີການຈັດຕັ້ງແລ້ວ ສອງຝ່າຍຈະຮ່ວມມືກັນ. ນັ້ນແມ່ນຂັ້ນຕອນລຳບາກທີ່ສຸດ. “
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍການນຳຂັ້ນສູງສອງປະເທດ ຢ້ຽມຊົມພາບຖ່າຍກ່ຽວກັບການຮ່ວມສໍນພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ |
ເມື່ອຫວນຄືນຄວາມຊົງຈຳຂອງຕົນນັບແຕ່ມື້ທຳອິດທີ່ມານະຄອນຫຼວງ ຮ່າໂນ້ຍ ເມື່ອເດືອນກັນຍາ ປີ 1969, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ເວລານັ້ນ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍບັນຍາກາດທີ່ມິດງຽບ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ປະທານ ໂຮ່ຈີມິນ. ບັນຍາກາດເຫຼົ່ານັ້ນ ຍັງຝັງເລິກໃນໃຈຂອງເພິ່ນມາຮອດທຸກມື້ນີ້. ພວກສັດຕູຖືວ່າ ປະທານໂຮຈີມິນ ຫາກໍຈາກໄປນັ້ນ, ແຫຼ່ງກຳລັງໃຈຂອງນັກຮົບປະຕິວັດ ຫວຽດນາມ ຈະຖືກຫຼຸດລົງ, ສະນັ້ນ ໄດ້ສວຍໃຊ້ໂອກາດນີ້ເພື່ອເປີດບັ້ນຕໍ່ສູ້ຢູ່ທົ່ວທຸກເຂດພາກຂອງ ຫວຽດນາມ ດ້ວຍຈຸດປະສົງທຳລາຍຈິດໃຈຂອງປະຊາຊົນ ຫວຽດນາມ… ແຕ່ກົງກັນຂ້າມ, ນ້ຳໃຈປະຕິວັດ, ນ້ຳໃຈຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ແລະ ພວກລູກແຫຼ້ງຕີນມື ໄຊງ່ອນ ຍິ່ງເພີ່ມຂຶ້ນສູງ ດ້ວຍຄຳຂວັນ ຕໍ່ສູ້ເພື່ອປະເທດຊາດ, ຕໍ່ສູ້ເພື່ອປົກປັກຮັກສາພາກໃຕ້. ທ່ານເລົ່າສູ່ຟັງວ່າ:




