(VOVWORLD) -ໄຊຊະນະ ບວນມາທວດ ໃນວັນທີ 10 ມີນາ ປີ 1975 ແມ່ນການເປີດໄຊຊະນະຂອງບັ້ນຮົບ ໄຕງວຽນ, ສ້າງບາດລ້ຽວໃນການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮື້ຂຶ້ນໃນລະດູບານໃຫມ່ປີ 1975, ດ້ວຍຈຸດສູງສຸດແມ່ນໄຊຊະນະຂອງບັ້ນຮົບ ໂຮ່ຈິມິນ, ທ້ອນໂຮມປະເທດຊາດເປັນເອກະພາບ. ພາຍຫລັງ 50 ປີ ແຫ່ງການປົດປ່ອຍ ບວນມາທວດ, ບັນດາຕົວພະຍານທີ່ເຄີຍເຂົ້າຮ່ວມການຕໍ່ສູ້ໃນຊ່ວງເວລານັ້ນ ໄດ້ມີຄວາມຕືນຕັ້ນໃຈເມື່ອຫວນຄືນເຫດການປະຫວັດສາດນີ້.
ລຸງ ໂຮ່ກວາງຈິ້ ຄິດເຖິງຊຸມປີເຂົ້າຮ່ວມການຕໍ່ສູ້ຢ່າງດຸເດືອດແຕ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ. (ພາບ:Nam Trang/VOV ) |
ຕອນເຊົ້າວັນທີ 10 ມີນາ ປີ 1975, ກອງພັນ 2, ກອງພັນໃຫຍ່ 25 ຮັບຫນ້າທີ່ບຸກໂຈມຕີເຂົ້າສາງ ມາຍຫັກເດ. ນີ້ແມ່ນສາງອາວຸດຍຸດທະສາດຂອງສັດຕູ ຢູ່ ບວນມາທວດ ເພາະສະນັ້ນ ກອງທັບ ຫວຽດນາມ ຕ້ອງຢຶດຄອງຢ່າງວ່ອງໄວ.
“ການຮົບຮ່ວມປະສານຄາດວ່າຈະດຳເນີນໃນເວລາ 3 ໂມງເຊົ້າ ແຕ່ຍ້ອນພາກສ່ວນສືບສວນສອດແນມຂອງທະຫານ ຫວຽດນາມ ຢູ່ສະຫນາມບິນຖືກຈັບຕົວ ສະນັ້ນ 1 ໂມງ 20 ນາທີ ທະຫານປືນໃຫຍ່ ຫວຽດນາມ ຈຶ່ງຍິງປືນເຂົ້າເຖິງ 5 ໂມງເຊົ້າ. ສັດຕູຍົກມືຍອມຈຳນົນທັງໝົດ”.
ຮູບພາບເປັນຂີດໝາຍສັນຍາລັກໄຊຊະນະ ບວນມາທວດ ແມ່ນຮູບລົດຖັງຂອງກອງທະຫານປົດປ່ອຍ ໄດ້ບຸກເຂົ້າເທດສະບານເປັນຂະບວນ. ໃນຈຸດເວລານັ້ນ ພ້ອມກັບຍຸດໂທບາຍກອງຫລອນ, ການນຳເອົາລົດຖັງເຂົ້າ ບວນມາທວດ ແມ່ນສີລະປະການທະຫານອັນເກັ່ງກ້າສາມາດ. ພັນເອກ ເລຊວນບາ, ອະດີດຫົວຫນ້າກອງພັນໃຫຍ່ 4, ກອງພົນ 470 ໃຫ້ຮູ້ວ່າ: ຫົວຫນ່ວຍໄດ້ຮັບຫນ້າທີ່ເປີດເສັ້ນທາງບຸກເຂົ້າ ໄຕງວຽນ ທາງທິດໃຕ້ ຈາກເສັ້ນທາງເລກທີ 19.
“ກອງພົນໄດ້ເປີດເສັ້ນທາງບັ້ນຮົບແຕ່ ແອອາ ຊຸບ ແລະ ບວນດົນ ໄປເຖິງ ກຶມກາ ເພື່ອນຳລົດຖັງເຂົ້າ. ກອງພົນຕ້ອງຕັດຕົ້ນໄມ້ໃນປ່າໃຫ້ສັ້ນລົງຍັງເຫລືອ 1/4 ສະນັ້ນ ກ່ອນທີ່ສຽງປືນດັງຂຶ້ນ ລົດຖັງສາມາດລຸຍໄປຕາມຕົ້ນໄມ້ທີ່ໄດ້ຕັດແລ້ວນັ້ນໄດ້ຢ່າງງ່າຍດາຍເພື່ອບຸກເຂົ້າປົດປ່ອຍ ບວນມາທວດ. ຮອດວັນທີ 9 ມີນາ ປີ 1975 ເສັ້ນທາງໄດ້ເປີດອອກລຸລ່ວງທັງໝົດ ແລະ ຮອດວັນທີ 10 ມີນາ ປີ 1975 ທະຫານບຸກເຂົ້າປົດປ່ອຍ ນະຄອນ ບວນມາທວດ”.
ສຳລັບພະນັກງານນັກປະຕິວັດອະວຸໂສ ຫງວຽນອານນິງ, ອະດີດ ເລຂາພັກແຂວງ ດັກລັກ ແລ້ວ, ລະດູບານໃຫມ່ປີ 1975 ແມ່ນຊຸມວັນທີ່ມີຊີວິດຊີວາ ແລະ ມີຄວາມໝາຍທີ່ສຸດໃນຊີວິດຂອງຕົນ. ໃນຄາວນັ້ນ ທ່ານ ແມ່ນກຳມະການປະຈຳພະແນກຜະລິດ, ແມ່ນຫນຶ່ງໃນຈຳນວນສະມາຊິກ 3 ຄົນຂອງແຂວງ ທີ່ມີຄວາມເປັນກຽດໄດ້ເຂົ້າຮ່ວມການປະຊຸມປຶກສາຫາລືກ່ຽວກັບວຽກງານເສດຖະກິດ ການເງິນ ໂດຍ ອົງຄະນະພັກເຂດ V ຮຽກໂຮມ, ກະກຽມໃຫ້ແກ່ບັ້ນຮົບປົດປ່ອຍຫລາຍເຂດດິນແດນຢູ່ເຂດ ໄຕງວຽນ.
ພັນເອກ ເລຊວນບາ ອະດິດຫົວຫນ້າກອງພັນໃຫຍ່ ກອງພັນ 4 ເລົ່າເລື່ອງກ່ຽວກັບອະນຸສອນໃນໄລຍະເຂົ້າຮ່ວມການຕໍ່ຕ້ານ. (ພາບ: VOV) |
ເມື່ອເວົ້າເຖິງຄວາມໝາຍຂອງໄຊຊະນະ ບວນມາທວດ, ພັນເອກ ເລແທງບ່າຍ, ຮອງຫົວຫນ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ ຢືນຢັນ: ນີ້ແມ່ນບາດລ້ຽວສຳຄັນໃນການຕໍ່ຕ້ານຕ້ານຈັັກກະພັດ ອາເມລິກາ. ໄຊຊະນະ ບວນມາທວດ ແມ່ນໝາກຜົນຂອງວິວັດການກະກຽມ ຈາກການກໍ່ສ້າງກຳລັງຕະຫລອດຮອດການຈັດຕັ້ງບັ້ນຮົບ.
“ໄຊຊະນະ ບວນມາທວດ ແມ່ນບາດຕີຈຸດສຸມ ແລະ ແມ່ນການເປີດສາກໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ລະດູບານໃຫມ່ ປີ 1975, ເປີດກາລະໂອກາດຍຸດທະສາດໃຫມ່ ເພື່ອສ້າງພື້ນຖານໃຫມ່ຍູ້ແຮງການບຸກໂຈມຕີຕ້ານສັດຕູ. ວິກິດການຂອງສັດຕູພາຍຫລັງຖືກປະລາໄຊຢູ່ ບວນມາທວດ ບວກກັບການປະລາໄຊຢູ່ ເຫ້ວ, ດ່າຫນັງ ໄດ້ເຮັດໃຫ້ສັດຕູຕ້ອງຫຍໍ້ກຸ່ມກຳລັງເຂົ້າເພື່ອໃຫ້ທະຫານ ແລະ ປະຊາຊົນ ຫວຽດນາມ ດຳເນີນບັ້ນຮົບ ໂຮ່ຈິມິນ ພາໄປເຖິງໄຊຊະນະສຸດທ້າຍ ປົດປ່ອຍພາກໃຕ້ຢ່າງສົມບູນ”.
ໄຊຊະນະ ບວນມາທວດ ຍາມໃດກໍ່ແມ່ນຂີດໝາຍອັນສະຫງ່າລາສີໃນຫນ້າປະຫວັດສາດຂອງຊາດ ຫວຽດນາມ. ນີ້ແມ່ນໄຊຊະນະຂອງຈິດໃຈອົງອາດກ້າຫານ, ຄວາມສາມັກຄີ ແລະ ພູມປັນຍາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະຂອງບັ້ນຮົບ ໂຮ່ຈິມິນ ປະຫວັດສາດ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.




