logo

ຄວາມຊົງຈຳເປັນໜ້າເອກອ້າງທະນົງໃຈຢູ່ບ້ານເກີດເມືອງນອນແຫ່ງການປະຕິວັດ ຫວຽດບັກ

2025/8/19 | 10:55:05
(VOVWORLD) -  ໃນເລື່ອງລາວຂອງບັນດາຜູ້ອາຍຸສູງ ຫວຽດບັກ ທີ່ເຄີຍເລົ່າໃຫ້ລູກຫຼານຟັງ ໃນແຕ່ລະເທື່ອເມື່ອລະດູໃບໄມ້ຫຼົ່ນວຽນມາ, ຈຸດເວລາແຫ່ງປະຫວັດສາດອັນສະຫງ່າອົງອາດຂອງຊາດ ກ່ອນນີ້ 80 ປີນັ້ນ ຍັງຄົງຝັງເລິກໃນຄວາມຊົງຈຳຢູ່
ສາລາບ້ານ ເຕິນຈ່າວ
(ພາບ: Công Luận/VOV)

ແຕ່ລະປີ, ເມື່ອລະດູໃບໄມ້ຫຼົ່ນວຽນມາ, ໃນບັນຍາກາດແຫ່ງການປະຕິວັດເດືອນ ສິງຫາ ປີ 1945, ຊາຊົນ ຫວຽດບັກ (ພາກເໜືອ ຫວຽດນາມ) ພັດເຄີຍຫວນຄືນມູນເຊື້ອອັນສະຫງ່າອົງອາດ. ເພາະຈາກເຂດພູຜາປ່າໄມ້ ຫວຽດບັກ ນັ້ນ, ຄວາມເຊື່ອໝັ້ນ, ເຈດຈຳນົງອົງອາດກ້າແກ່ນ ແລະ ນ້ຳໃຈສາມັກຄີນັ້ນໄດ້ປະກອບສ່ວນສ້າງເປັນໄຊຊະນະປະຫວັດສາດຂອງຊາດ ຫວຽດນາມ. ລະດູໃບໄມ້ຫຼົ່ນ ເດືອນ ສິງຫາ ບໍ່ພຽແຕ່ແມ່ນຄວາມຊົງຈຳອັນສະຫງ່າອົງອາດເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນເພື່ອໃຫ້ລຸ້ນປະຈຸບັນສືບທອດ, ກໍ່ສ້າງສາບ້ານເກີດເມືອງນອນ ຫວຽດບັກ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລອີກດ້ວຍ.

ກ່ອນນີ້ 80 ປີ, ຫວຽດບັກ (ລວມມີບັນດາແຂວງ: ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ທາຍງວຽນ ໃນປະຈຸບັນ) ແມ່ນແຫ່ງປຸກລຸກບັນຍາກາດທົ່ວປະເທດລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ. ໃນຄວາມຊົງຈຳຂອງປະຊາຊົນຢູ່ທີ່ນີ້, ບັນຍາກາດລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດກ່ອນນີ້ 80 ປີຍັງຄົງດັງກ້ອງກັງວານຢູ່.

“ຕອນບ່າຍມື້ນັ້ນ ເມື່ອທຸກຄົນຢືນເປັນແຖວຢູ່ໃຕ້ຕົ້ນໄຮນີ້, ພາຍຫຼັງຂັບຮ້ອງເພງຊາດ ຫວຽດນາມ, ລຸງ ຫວງວຽນຢາບ ໄດ້ອ່ານຄຳສັ່ງທະຫານ ສະບັບເລກທີ 1. ເມື່ອ່ານແລ້ວ ລຸງກໍ່ຢືນຢູ່ກັບທີ່ເພື່ອສາບານຕົວ, ທຸກຄົໄດ້ຮ້ອງໂຮດັງກ້ອງກັງວານໄປທ່ົວເຂດພູຜາປ່າໄມ້, ຕໍ່ຈາກນັ້ນ, ລຸງໄດ້ຍິງປືນອອກສັນຍານຄຳສັ່ງ 3 ບາດ, ຖັດມາຂະບວນທະຫານໄດ້ກ້າວເຂົ້າເຂດບໍລິຫານແຂວງ ທາຍງວຽນ”.

“ວັນທີ 21 ສິງຫາ, ກອງທະຫານ ໂຄສະນາປົດປ່ອຍຫວຽດນາມ ໄດ້ສົທົບກັບຄະນະແນວໂຮມ ຫວຽດມິນ ແຂວງ ບັກກ້ານ ບຸກໂຈມຕີປ້ອມທະຫານຂອງ ຍີ່ປຸ່ນ ຢູ່ເທສະບານ, ວັນທີ 22 ສິງຫາ, ທະຫານ ຍີ່ປຸ່ນ ຖອນກຳລັງອອກຈາກ ບັກກ້ານ. ວັນທີ 23 ສິງຫາ, ດຳເນີນງານຊຸມນຸມມິດຕິງໄຊຊະນະ ແລະ ສ້າງຕັ້ງອຳນາດການປົຄອງຢູ່ໃຈກາງເທດສະບານ ບັກກ້ານ”.

“ຄາວນັ້ນ, ໝົດທຸຄົນທັງຍ່າງທັງຮ້ອງໂຮ 1 - 2 - 1 - 2, ມີຫຼາຍຄົນ ແລະ ມ່ວນທີ່ສຸດ, ຜູ້ໃດມີປືນກໍ່ຖືໄປນຳ, ຜູ້ໃດບໍ່ມີກໍ່ຈັບໄມ້ຄ້ອນ, ໄມ້ທ່ອນ. ທະຫານ ຍີ່ປຸ່ນ ປະລາໄຊແລ້ວ, ທຳມະດາພວກມັນມັກສະແດງທ່າທີອຳນາດ, ແຕ່ໃນມື້ນັ້ນເມື່ອເຫັນທະຫານຫວຽດນາມ ພວກມັນຕ້ອງຫຼີກທາງໃຫ້ໄປ".

ໃນເລື່ອງລາວຂອງບັນດາຜູ້ອາຍຸສູງ ຫວຽດບັກ ທີ່ເຄີຍເລົ່າໃຫ້ລູກຫຼານຟັງ ໃນແຕ່ລະເທື່ອເມື່ອລະດູໃບໄມ້ຫຼົ່ນວຽນມາ, ຈຸດເວລາແຫ່ງປະຫວັດສາດອັນສະຫງ່າອົງອາດຂອງຊາດ ກ່ອນນີ້ 80 ປີນັ້ນ ຍັງຄົງຝັງເລິກໃນຄວາມຊົງຈຳຢູ່.

ທ່ານ ຫວໍຈ້ອງກົນ, ປະຊາຊົນຢູ່ແຂວງ ກາວບັ່ງ 

(ພາບ: Công Luận/VOV)

ພາຍໃຕ້ການຊີ້ນຳນຳພາຂອງແນວໂຮມ ຫວຽດມິນ, ແຕ່ວັນທີ 14 ສິງຫາ ຮອດວັນທີ 24 -25 ສິງຫາ ປີ 1945, ປະຊາຊົນບັນດາແຂວງ ຕວຽນກວາງ, ທາຍງວຽນ, ກາວບັ່ງ… ໄດ້ພ້ອມກັນລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ. ພາຍໃຕ້ການປົກຄອງຂອງລະບອບສັກດີນາມາເປັນເວລານັບພັນປີ, ເກືອບ 80 ປີທີ່ດຳລົງຊີວິດໃນສະພາບລຳບາກນັ້ນ, ປະຊາຊົນ ຫວຽດນາມ ໄດ້ເປັນເຈົ້າປະເທດຊາດຢ່າງແທດຈິງ. ທ່ານ ຫວໍຈ້ອງກົນ, ປະຊາຊົນຢູ່ແຂວງ ກາວບັ່ງ ຫວນຄືນວ່າ:

ວັນການປະຕິວັດເດືອນ ສິງຫາ ແມ່ນວັນບຸນທີ່ຍິ່ງໃຫຍ່, ເປັນຄວາມພາກພູມໃຈທີ່ສຸດ, ນັບແຕ່ຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມ ລ້ວນແຕ່ມີຄວາມຮູ້ສຶກຄືວ່າຕົນໄດ້ນຸ່ງຊຸດໂສ້ງເສື້ອໃໝ່. ນັບແຕ່ວັນການປະຕິວັດປະສົບຜົນສຳເລັດ, ຫວຽດນາມ ຍາດໄດ້ເອກະລາດ, ປະຊາຊົນທົ່ວປະເທດໄດ້ດຳລົງຊີວິດໃນສະພາບເອກະລາດ, ເສລີພາບ,ແລະນັບມື້ນັບມີຄວາມເຊື່ອໝັ້ນທີ່ສຸດຕໍ່ການນຳພາຂອງພັກ, ຂອງລຸງ ໂຮ່ - ຍາມໃດກໍ່ຈົດຈຳບຸນຄຸນຂອງລຸງ ໂຮ່, ຜູ້ນຳທີ່ປີສາມາດຂອງຊາດ, ຜູ້ກໍ່ຕັ້ງປະເທດ ຫວຽດນາມ ເອກະລາດ”.

ນະຄອນ ກາວບັ່ງ ໃນປະຈຸບັນ
(ພາບ: Công Luận/VOV)

80 ປີໄດ້ຜ່ານພົ້ນໄປແລ້ວ, ບ້ານເກີດເມືອງນອນ ຫວຽດບັກ ໃນປະຈຸບັນໄດ້ມີໂສມໜ້າໃໝ່, ໃຫຍ່ໂຕສວຍງາມກວ່າ, ທັນສະໄໝກວ່າ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ມີການປ່ຽນແປງໃນແຕ່ລະວັນ.ໂດຍຈົດຈຳຄຳເວົ້າຂອງປະທານ ໂຮ່ຈີມິນ “ການປະຕິວັດໄດ້ຮັບຜົນສຳເລັດ ຍ້ອນມີ ຫວຽດບັກ, ສະນັ້ນການຕໍ່ຕ້ານກໍ່ຈະມີໄຊຍ້ອນມີ ຫວຽດບັກ”, ປະຊາຊົນຢູ່ນະຄອນຫຼວງແຫ່ງການຕໍ່ຕ້ານໃນມື້ນີ້ ຍາມໃດກໍ່ຮູ້ສຶກເອກອ້າງທະນົງໃຈທີ່ເປັນ “ສະຖານທີ່ແດງ” ເພື່ອສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອວິລະຊົນການປະຕິວັດຂອງລຸ້ນພໍ່ລຸ້ນອ້າຍ. ປະຊາຊົນບັນດາເຜົ່າຢູ່ເຂດຕໍ່ຕ້ານໃນເມື່ອກ່ອນ ຍາມໃດກໍ່ສາມັກຄີກັນ ແລະ ມານະພະຍາຍາມສ້າງທ້ອງຖິ່ນໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ

TAG
VOV/VOVworld/ຕ​ວຽນ​ກວາງ/ທາຍງວຽນ/ກາວ​ບັ່ງ/ເອ​ກະ​ລາດ/ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ