logo

ຄວາມປະທັບໃຈໃນພິທີສະຫລຸບການເສັງປະດິດແຕ່ງບົດເພງຍ້ອງຍໍສາຍພົວພັນລາວ-ຫວຽດນາມ

2017/8/31 | 10:56:26
(VOVWORLD) -ຕອນຄ່ຳວັນທີ 30 ສິງຫາ ຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈັດຕັ້ງພິທີສະຫລຸບການປະດິດແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບ ລາວ -ຫວຽດນາມ, ຫວຽດນາມ -ລາວ”. 

 ລາຍການສະແດງສິລະປະໃນງານສະຫລຸບການເສັງ

ພາບ:vietnam+

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນສອງປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມື (18/7/1977-18/7/2017). ພາຍຫລັງປຸກລະດົມມາເປັນເວລາ 6 ເດືອນ, ຄະນະຈັດຕັ້ງການເສັງໄດ້ຮັບບົດເພງເຂົ້າຮ່ວມ 100 ບົດດ້ວຍຫລາຍປະເພດ. ບົດເພງທັງໝົດລ້ວນແຕ່ສຸມໃສ່ຍ້ອງຍໍກ່ຽວກັບຄວາມສາມັກຄີ ລາວ -ຫວຽດນາມ, ກ່ຽວກັບການພົວພັນລາວ-ຫວຽດນາມ. ຜ່ານນັ້ນ ສະແດງໃຫ້ເຫັນຄວາມສາມັກຄີບໍລິສຸດຜຸດຜ່ອງຂອງສອງຊາດ, ກ່ຽວກັບຄວາມມຸ່ງມາດປາດຖະຫນາວ່າປະຊາຊົນສອງຊາດມີຄວາມສາມັກຄີດຳລົງຊີວິດຮ່ວມກັນຕະຫລອດ. ຄະນະຈັດຕັ້ງ ໄດ້ຄັດເລືອກເອົາ 17 ບົດເພງເຂົ້າຮ່ວມຮອບຊີງຊະນະເລີດ.ລາງວັນທີ 1 ມອບໃຫ້ບົດເພງທີ່ມີຊື່ວ່າ “ບ່າວລາວ, ສາວຫວຽດ” ຂອງນັກແຕ່ງ ມອນນອ້ຍ ເພັດດົງເຫັນ. ຄະນະຈັດຕັ້ງກໍ່ໄດ້ມອບລາງວັນທີ 2 ສອງລາງວັນໃຫ້ແກ່ບົດເພງ ເພື່ອນຮ່ວມອຸດົມການ ແລະ ບົດເພງ: ສາຍສຳພັນລາວ -ຫວຽດໝັ້ນຄົງ, ລາງວັນທີ 3 ສາມລາງວັນ ແລະ ລາງວັນຊົມເຊີຍ 11 ລາງວັນ.

TAG
VOV/VOVworld/ການພົວພັນລາວ-ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ