logo

ຄວາມມານະພະຍາຍາມດ້ານການທູດເພື່ອແນໃສ່ຢຸດຕິການປະທະກັນຢູ່ ຕາເວັນອອກກາງປະສົບກັບສິ່ງທ້າທາຍຫຼາຍຢ່າງ

2026/3/17 | 08:50:56
(VOVWORLD) - ບັນດາການຜັນແປຂອງການປະທະກັນທີ່ສັບສົນ, ພິເສດແມ່ນສະພາບຢູ່ອ້ອມຊ່ອງແຄບຍຸດທະສາດ Hormuz ຖືກອຸດຕັນ, ຍິ່ງເຮັດໃຫ້ບັນດາຄວາມມານະພະຍາຍາມດ້ານການທູດປະສົບກັບສິ່ງທ້າທາຍຫຼາຍຢ່າງ.
ທ່ານ Abbas Aragchi, ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ອີຣານ ບໍ່ສົນໃຈຕໍ່ການເຈລະຈາກັບ ອາເມລິກາ ໃນຈຸດເວລານີ້
(ພາບປະກອບ: Majid Asgaripour/WANA via REUTERS)

ການປະທະກັນຢູ່ ຕາເວັນອອກກາງ, ເກີດຂຶ້ພາຫຼັງເຫດທີ່ ອາເມລິກາ - ອິດສະຣາແອນ ບຸກໂຈມຕີ ອີຣານ ໃນວັນທີ 28 ກຸມພາ, ຍັງບໍ່ທັນມີສັນຍານຫຼຸດລົງເຖິງວ່າໄດ້ກ້າວເຂົ້າສູ່ອາທິດທີ 3. ບັນດາຄວາມມານະພະຍາຍາມເພື່ອເຊື່ອມຕໍ່ການເຈລະຈາ, ແກ້ໄຂການປະທະກັນຜ່ານທາງການທູດ, ພວມປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

ເກືອບ 3 ອາທິດພາຍຫຼັງການປະທະກັນເກີດຂຶ້ນ, ບັນດາຝ່າຍເຂົ້າຮ່ວມການປະທະກັນໂດຍກົງຍັງບໍ່ທັນມີສັນຍານທາງການໃດໆກ່ຽວກັບການເຊື່ອມຕໍ່ການເຈລະຈາໂດຍໄວ, ເຖິງວ່າຢູ່ຂັ້ນຕ່ຳສຸດ ຫຼື ຜ່ານຄົນກາງໄກເກ່ຍ.

ບໍ່ມີຝ່າຍໃດປະນິປະນອມ

ໃນຖະແຫຼງການຫຼ້າສຸດກ່ຽວກັບຄວາມສາມາດຢຸດຕິການປະທະກັນທີ່ພວມແຜ່ກະຈາຍຢູ່ ຕາເວັນອອກກາງ ຜ່ານທາງການທູດ, ວັນທີ 15 ມີນາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະຢຸດຍິງ ແຕ່ຝ່າຍ ອາເມລິກາ ບໍ່ຢາກຄືແນວນັ້ນ. ໃນທັນທີ, ທ່ານ Abbas Aragchi, ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ປະຕິເສດຂໍ້ມູນດັ່ງກ່າວ, ໂດຍໃຫ້ຮູ້ວ່າ ອີຣານ ບໍ່ສົນໃຈຕໍ່ການເຈລະຈາກັບ ອາເມລິກາ ໃນຈຸດເວລານີ້. ການໂຕ້ຕອບນີ້ແມ່ນການກະທຳຫຼ້າສຸດໃນ “ສົງຄາມພາສາ” ລະຫວ່າງບັນດາຝ່າຍ ນັບແຕ່ການປະທະກັນເກີດຂຶ້ນ, ເມື່ອບໍ່ມີຝ່າຍໃດຍອມຈະຖອນຕົວຕໍ່ໜ້າຄວາມກົດດັນຈາກຝ່າຍກົງກັນຂ້າມ. ອິດສະຣາແອັນ  ກໍ່ໄດ້ເຂົ້າຮ່ວມ “ສົງຄາມພາສາ” ນີ້ ເມື່ອວັນທີ 14 ມີນາ, ທ່ານ Israel Katz, ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ການປະທະກັນກັບ ອີຣານ ພວມກ້າວເຂົ້າສູ່ໄລຍະຕັດສິນ ແລະ ອິດສະຣາແອັນ ອາດສາມາດແກ່ຍາວການປະທະກັນຖ້າຫາກວ່າມີຄວາມຈຳເປັນ.

ຄວາມຈິງດັ່ງກ່າວໄດ້ສ້າງສິ່ງທ້າທາຍຫຼາຍພໍສົນຄວນໃຫ້ທຸກຄວາມມານະພະຍາຍາມດ້ານການທູດ, ບໍ່ພຽງແຕ່ເພື່ອຫຼຸດຜ່ອນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ເທົ່ານັ້ນ, ຫາກຍັງຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ, ເຊິ່ງຖືກແກ່ດຶງເຂົ້າການປະທະກັນນີ້ອີກດ້ວຍ. ທ່ານ Majed Al-Ansari, ໂຄສົກກະຊວງການຕ່າງປະເທດ ກາຕາ, ໃຫ້ຮູ້ວ່າ:

ກ່ຽວກັບເລື່ອງເປັນກາງໄກ່ເກ່ຍ, ໃນຈຸດເວລານີ້ ທັງຝ່າຍ ອາເມລິກາ ແລະ ອີຣານ ລ້ວນແຕ່ເວົ້າວ່າ ບໍ່ການເຄື່ອນໄຫວເປັນກາງໄກ່ເກ່ຍໃດໆ. ພວກຂ້າພະເຈົ້າກໍ່ບໍ່ໄດ້ຮັບຂໍ້ມູນທາງການໃດ ແລະ ກໍ່ບໍ່ຮູ້ມີການເຄື່ອໄຫວເປັນກາງໄກ່ເກ່ຍທາງການໃດໆພວມຳເນີນເທື່ອ”.

ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວັກກີ ກໍ່ຖືວ່າ ໃນສະພາບເກີດການປະທະກັນລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ, ເມື່ອ 2 ຝ່າຍພວມໃນວິວັດການເຈລະຈາ, ເຮັດໃຫ້ບັນດາແນວຄິດດ້ານການທູດໃນຈຸດເວລານີ້ລ້ວນແຕ່ຖືກສົງໃສ.

ທຸກໆ 2 3 ວັນ, ຂ້າພະເຈົ້າກໍ່ໂອ້ລົມກັບການນຳ ອີຣານ ແລະ ຄວາມຮູ້ສຶກຂອງຂ້າພະເຈົ້າແມ່ນຝ່າຍ ອີຣານ ຮູ້ສຶວ່າພວມຖືກທໍລະຍົດ, ຍ້ອນນີ້ແມ່ນເທື່ອທີ 2 ທີ່ເຂົາເຈົ້າຖືກບຸກໂຈມຕີໃນຂະນະທີ່ພວມໃນວິວັດການເຈລະຈາ. ສະນັ້ນ, ຂ້າພະເຈົ້າຄິດວ່າ ບໍ່ມີສາຍເຫດໃດເພື່ອໃຫ້ເຂົາເຈົ້າເຕື້ອງເຖິງການເຈລະຈາຢ່າງເປີດເຜີຍໃນຈຸດເວລານີ້, ແຕ່ຂ້າພະເຈົ້າຄິດວ່າ ເຂົາເຈົ້າກໍ່ເປີອົກເປີດໃຈຕໍ່ກັບທຸກຊ່ອງການທູດລັບ, ແລະ ນັ້ນແມ່ນສິ່ງທີ່ຄວນເຮັດ”.

ປັ່ນຂົນສົ່ງນ້ຳມັນເດີນທາງໃກ້ກັບຊ່ອງແຄບຍຸດທະສາດ Hormuz
(ພາບ: REUTERS/Stringer)

ການທູດຍັງຄົງແມ່ນມາດຕະການແກ້ໄຂ

ບັນດາການຜັນແປຂອງການປະທະກັນທີ່ສັບສົນ, ພິເສດແມ່ນສະພາບຢູ່ອ້ອມຊ່ອງແຄບຍຸດທະສາດ Hormuz ຖືກອຸດຕັນ, ຍິ່ງເຮັດໃຫ້ບັນດາຄວາມມານະພະຍາຍາມດ້ານການທູດປະສົບກັບສິ່ງທ້າທາຍຫຼາຍຢ່າງ. ໃນຊຸມມື້ຜ່ານມາ,ປະທານາທິບໍດີ ອາເມລິກາ ໄດ້ຮຽກຮ້ອງຫຼາຍປະເທດ (ຄື: ຝລັ່ງ, ຍີ່ປຸ່ນ, ອັງກິດ, ເຢຍລະມັນ, ຈີນ …) ເຂົ້າຮ່ວມແຜນການນຳໃຊ້ກຳປັ່ນສູ້ຮົບປົກປ້ອງກຳປັ່ນຂົນສົ່ງນ້ຳມັນ ແລະ ກຳປັ່ນສິນຄ້າໄປຜ່ານຊ່ອງແຄບ Hormuz ແຕ່ບັນດາປະເທດດັ່ງກ່າວສ່ວນຫຼາຍໄດ້ປະຕິເສດ, ຍ້ອນມີຄວາມວິຕົກກັງວົນຖືກດຶງເຂົ້າເລິກໃນການປະທະກັນ.

        ມາຮອດປະຈຸບັນ, ລາຊະອານາຈັກ ອັງກິດ ແມ່ນປະເທດໜຶ່ງດຽວໃຫ້ຮູ້ວ່າ “ພວມຊັງຊາ" ເລື່ອງສົ່ງກຳລັງໄປຍັງຊ່ອງແຄບ Hormuz ຕາມຄຳຮຽກຮ້ອງຂອງທ່ານປະທານາທິບໍດີ ອາເມລິກາ, ເຖິງວ່າ ພຽງແຕ່ເຂົ້າຮ່ວມການກວດກາ ແລະ ເກັບກູ້ລະເບີດໃຕ້ນ້ຳ, ກໍ່ຖະແຫຼງຕ້ອງໃຫ້ບຸລິມະສິດແກ່ບັນດາມາດຕະການດ້ານການທູດໃນໄລຍະຍາວ. ທ່ານ Ed Miliband, ລັດຖະມົນຕີກະຊວງພະລັງງານ ອັງກິດ, ໃຫ້ຮູ້ວ່າ:

ເລື່ອງຊ່ອງແຄບ Hormuz ເປີດຮັບໃຊ້ຜົນປະໂຫຍດໃຫ້ທຸກຝ່າຍຄືນໃໝ່. ແຕ່ຂ້າພະເຈົ້າກໍ່ຖືວ່າ ພວກເຮົາຕ້ອງເຮັດໃຫ້ວິກິດການໃນຈຸບັນຫຼຸດລົງ ເພາະວ່າວິທີດີທີ່ສຸດເພື່ອໃຫ້ຊ່ອງແຄບ Hormuz ເປີດຮັບໃຊ້ຄືນໃໝ່ ແມ່ນຢຸດຕິການປະທະກັໃນປະຈຸບັນ. ນີ້ກໍ່ແມ່ນສິ່ງທີ່ພວກຂ້າພະເຈົ້າພ້ອມກັບບັນດາຄູ່ຮ່ວມມືພວມມານະພະຍາຍາມກະທຳ”.

ສຳລັບບັນດາຄວາມມານະພະຍາຍາມດ້ານການທູດກ່ຽວຂ້ອງເຖິງຫຼາຍບັນຫາໃຫຍ່ອື່ນໃນໂລກ, ການປະທະກັນຢູ່ ຕາເວັນອອກກາງ ກໍ່ເລີ່ນກໍ່ຜົນຕາມມາ. ວັນທີ 16 ມິນາ, ທ່ານປະທານາທິບບໍດີ Donald Trump ໃຫ້ຮູ້ວ່າ ທ່ານໄດ້ສະເໜີຕໍ່ຝ່າຍ ຈີນ ໂຈະເວລາຈັດກອງປະຊຸມສຸດຍອດກັບທ່ານປະທານ ສີຈິ້ນເຜິ້ງ ປະມານ 1 ເດືອບ, ດ້ວຍສາຍເຫດຕ້ອງບໍລິຫານໂດຍກົງບັນດາການເຄື່ອນໄຫວກ່ຽວຂ້ອງເຖິງການປະທະກັນຢູ່ ອີຣານ. ກ່ອນໜ້ານັ້ນ, ການຢ້ຽມຢາມຈີນຂອງທ່ານ Donald Trump , ຄາດວ່າຈະດຳເນີນໃນວັນທີ 31 ມີນາ - 02 ເມສາ, ໄດ້ຮັບຄວາມຫວັງວ່າຈະແມ່ນຂີດໝາຍສຳຄັນໃນການພົວພັນ 2 ຝ່າຍ ອາເມລິກາ - ຈີນ, ພ້ອມທັງຊຸກຍູ້ຫຼາຍສຳເນົາເອກສານສຳຄັນອື່ນໆ.

TAG
VOV/VOVworld/ຖະ​ແຫຼງ/ບຸ​ລິ​ມະ​ສິດ​/ປ​ະ​ທະ​ກັນ/ເຄື່ອນ​ໄຫວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ