logo

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ຝັ່ງ​ມະ​ຫາ​ສະ​ໝຸດ ອັດ​ແລນ​ຕິກ

2025/4/2 | 09:53:31

(VOVWORLD) - ການພົວພັນລະຫວ່າງສະຫະພາບ ເອີລົບ (EU) ແລະ ອາເມລິກາ ພວມຖືກແຕກຫັກຢ່າງຮ້າຍແຮງ ເຊິ່ງກ່ຽວຂ້ອງເຖິງຫຼາຍບັນຫາ. ນະໂຍບາຍພາສີໃໝ່ເຊິ່ງລັດຖະບານປະທານາທິບໍດີ Donald Trump ປະກາດໃນວັນທີ 2 ເມສາ ສືບຕໍ່ເຮັດໃຫ້ຄວາມຂັດແຍ້ງກັນລະຫວ່າງສອງພັນທະມິດທີ່ມາແຕ່ຫຼາຍປີຮ້າຍແຮງຂຶ້ນຕື່ມ.

ໂດຍປະເຊີນໜ້າກັບອຳນາດການປົກຄອງ Donald Trump ໃໝ່ທີ່ພວມມີຫຼັກໝັ້ນແຂງກ້າດ້າງ, ບັນດາການນຳເອີລົບພວມຕີລາຄາ ແລະ ກຳນົດກຳລັງແຮງຂອງກຸ່ມໃນສົງຄາມທີ່ຍາວນານນີ້ຄືນໃໝ່.

ພາສີອາກອນ ແລະ ການທະຫານ

ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອກໄລ Truth Social ຂອງຕົນເມື່ອເດືອນມີນາ, ທ່ານປະທານາທິບໍດີ Donald Trump ໄດ້ຮຽກຮ້ອງ EU ແມ່ນໜຶ່ງໃນບັນດາອົງການຈັດວາງພາສີແບບ ສວຍໂອກາດທີ່ສຸດໃນໂລກ. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ ອາເມລິກາ ຍັງເວົ້າຕື່ມອີກວ່າ EU ໄດ້ສ້າງຕັ້ງຂຶ້ນດ້ວຍເປົ້າໝາຍໜຶ່ງດຽວແມ່ນສວຍໃຊ້ ອາເມລິກາ. ຖະແຫຼງການນີ້ແມ່ນການຕັກເຕືອນຄັ້ງຫຼ້າສຸດວ່າ ສົງຄາມການຄ້າ ໂດຍອຳນາດການປົກຄອງ Trump 2.0 ເລີ່ມຕົ້ນ ຕ້ານຄືນ ການາດາ, ຈີນ ແລະ ເມັກຊີໂກ ເລີ່ມແຜ່ລາມອອກສູ່ເອີລົບ. ໃນຕົວຈິງ, ລະດັບພາສີ 25%ສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າມີຜົນສັກສິດສຳລັບ EU ຢ່າງເປັນທາງການໃນວັນທີ 12 ມີນາ.

ບໍ່ພຽງແຕ່ບັນຫາເສດຖະກິດເທົ່ານັ້ນ, ນຳນາດການປົກຄອງ Trump 2.0 ຍັງທ້າທາຍອະທິປະໄຕ, ຜືນແຜ່ນດິນຂອງ ເອີລົບດ້ວຍວິທີນາບຂູ່ໂຮມ Greenland (ແດນມາກ) ເຂົ້າອາເມລິກາ. ທ່ານ Donald Trump ແມ່ນປະທານາທິບໍດີ ອາເມລິກາຄົນທຳອິດ ເປີດເຜີຍຢ່າງຈະແຈ້ງເປົ້າໝາຍຢາກໂຮມເກາະ Greenlandເຂົ້າອາເມລິກາ ໃນຫຼາຍບົດຖະແຫຼງທາງການ. ທ່ານ Donald Trump ຕັດສິນໃຈວ່າ ອາເມລິກາ ຈະມີເກາະ Greenland ໃນອະນາຄົດ ບໍ່ວ່າດ້ວຍວິທີການໃດ. ຍິ່ງໄປກ່ວານັ້ນ, ທ່ານ Donald Trump ຍັງປະກາດບໍ່ຍົກເວັ້ນກໍລະນີ ອາເມລິກາ ນຳໃຊ້ກຳລັງທະຫານເພື່ອຍາດໄດ້ສິດຄວບຄຸມເກາະ Greenland. ບັນດາປະເທດພັນທະມິດ ໃນອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຂອງອາເມລິກາ ຮູ້ສຶກຕົກສະເຫງີ້ເມື່ອທ່ານ Donald Trump ສະແດງເຈດຈຳນົງຢາກໂຮມ Greenland ເຂົ້າອາເມລິກາ. ໃນນັ້ນທັງ ແດນມາກ ແລະ ອາເມລິກາ ລ້ວນແຕ່ແມ່ນສະມາຊິກຂອງ NATO. ໃນອະດີດ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະປົກປ້ອງຄວາມໝັ້ນຄົງໃຫ້ແກ່ບັນດາພັນທະມິດ, ໃນນັ້ນມີແດນມາກ ແລະ ເກາະ Greenland ແຕ່ປັດຈຸບັນ ອາເມລິກາພັດ ທ້າທາຍຢ່າງເປີດເຜີຍ ແລະ ນາບຂູ່ຕໍ່ຄວາມໝັ້ນຄົງ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ແດນມາກ ແລະ ເກາະ Greenland.

ໄປຄຽງຄູ່ກັນນັ້ນ, ອາເມລິກາ ພວມມີທ່າອ່ຽງກໍ່ຄວາມກົດດັນຕໍ່ບັນດາຜູ້ສະໜັບສະໜູນ ເອີລົບເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ, ຖອນຄືນສ່ວນໜຶ່ງໃນບັນດາຄຳໝັ້ນສັນຍາຄວາມໝັ້ນຄົງຂອງອາເມລິກາ ຢູ່ເອີລົບ.

ໂດຍຂຸດຄົ້ນບັນດາຈຸດອ່ອນກ່ຽວກັບເສດຖະກິດ, ເຕັກໂນໂລຢີ, ການເມືອງ ແລະ ຄວາມໝັ້ນຄົງຂອງ ເອີລົບ, ທັງນຳໃຊ້ການທະຫານແລະ ພາສີເປັນອາວຸດເພື່ອບັນລຸໄດ້ເປົ້າໝາຍຂອງຕົນແມ່ນວິທີການທີ່ອຳນາດການປົກຄອງ ອາເມລິກາ ພວມປະຕິບັດ, ເພື່ອແນໃສ່ຢັ້ງຢືນຖານະບົດບາດ ແລະ ກຳລັງຂອງອາເມລິກາ.

ເອີລົບຕ້ອງກຳນົດກຳລັງແຮງຂອງກຸ່ມໂດຍໄວ

ໃນສະພາບການນີ້, EU ນຳໃຊ້ວິທີການຄືແນວໃດເພື່ອເຮັດໃຫ້ການພົວພັນມີຄວາມດູ່ນດ່ຽງຄືນໃໝ່, ຮັກສາການຕິດຕໍພົວພັນກັບອາເມລິກາຄືແນວໃດ, ໂຕ້ຕອບຫຼືບໍ່… ນັ້ນແມ່ນບັນດາຄຳຖາມໃຫຍ່ແຕ່ EU ຕ້ອງຊອກຫາຄຳຕອບໃຫ້ເປັນຢ່າງດີ.

ກ່ອນອື່ນໝົດ, ຕ້ອງຕັ້ງຄຳຖາມວ່າ ເອີລົບຄວນນາບຂູ່ ຫຼືຈະໂຕ້ຕອບ ຫຼືບໍ່, ພາຍຫຼັງການກະທຳຄືແນວນັ້ນ ຖ້າ Donald Trump ປະຕິບັດຄຳນາບຂູ່ຂອງຕົນ. ກ່ຽວກັບພາສີ, ໃນຕົວຈິງ, ສອງປະເທດຢູ່ທະວີບ ອາເມລິກາ ແມ່ນການາດາ ແລະ ເມັກຊີໂກ ໄດ້ຜັນຂະຫຍາຍບັນດາມາດຕະການນາບຂູ່, ພ້ອມກັນນັ້ນແມ່ນປະນີປະນອມ ແລະ ໃຫ້ບຸລິມະສຸດ, ແຕ່ປັດຈຸບັນຍັງຕ້ອງປະເສີນໜ້າກັບບັນດາຮົ້ວກີດຂວາງກ່ຽວກັບພາສີມໃໝ່ຫຼາຍພໍສົມຄວນ.

ໃນຕົວຈິງແລ້ວ, ເອີລົບຕ້ອງຕີລາຄາຄືນກຳລັງແຮງຂອງຕົນ, ນຳໃຊ້ບັນດາມາດຕະການໃໝ່. ຍົກຕົວຢ່າງ, ເຄື່ອງມືຕ້ານການບັງຄັບ (ACI) ທີ່ມີຜົນສັກສິດໃນເດືອນທັນວາ 2023, ອະນຸຍາດ ຄະນະກຳມະການເອີລົບ ຈັດວາງບັນດາມາດຕະການຮັບມື ເມື່ອລະບົບແກ້ໄຂຄວາມຂັດແຍ້ງກັນຂອງ ອົງການການຄ້າໂລກ (WTO) ບໍ່ມີຜົນສັກສິດ. ນອກຈາກນັ້ນ, EU ກໍ່ອາດສາມາດນຳໃຊ້ບັນດາມາດຕະຖານກ່ຽວກັບກະສີກຳ ແລະ ສິ່ງແວດລ້ອມເພື່ອຈຳແນກການປະພຶດຕໍ່ບັນດາຜະລິດຕະພັນຂອງ ອາເມລິກາ.

ໄປຄຽງຄູ່ກັບພາສີອາກອນ ແລະ ການຄ້າ, EU ອາດຈະນຳໃຊ້ບັນດາມາດຕະການອື່ນກ່ຽວກັບການບໍລິການ, ຊັສິນທາງປັນຍາ, ເຕັກນິກດີຈີຕອນ, ເຕັກໂນໂລຢີ. ພ້ອມກັນນັ້ນ, EU ຄວນເພີ່ມທະວີບັນດາມາດຕະການໜູນຊ່ວຍຄືໜູນຊ່ວຍ ແລະ ໃຫ້ການກູ້ຢຶມເງິນດ້ວຍດອກເບ້ຍຕ່ຳ, ເພື່ອຊ່ວຍບັນດາຂະແໜງອຸດສາຫະກຳຍຸດທະສາດ ຖືກຜົນກະທົບຢ່າງງ່າຍດາຍຈາກບັນດາປະເທດຢູ່ທາງນອກ, ສ້າງແຫຼ່ງສະໜອງທົດແທນ ແລະ ຮັບປະກັນລະບົບສະໜອງ.

ສຸດທ້າຍ, ກຳລັງແຮງຂອງ ເອີລົບໃນຍຸກສະໄໝໃໝ່ນີ້ອີງຕາມຄວາມສາມາດຄວາມສາມັກຄີຂອງກຸ່ມ, ກາຍເປັນກຳລັງແຮງລວມໝູ່. ເລື່ອງກະກຽມບັນດາມາດຕະການປ້ອງກັນຢ່າງແຮງເພື່ອຕ້ານຄືນບັນດານະໂຍບາຍໄຮ້ປະໂຫຍດຂອງອາເມລິກາ ອາດສາມາດນຳມາເຊິ່ງຜົນປະໂຫຍດມາໃຫ້ແກ່ຄວາມສະຖຽນລະພາບຂອງການພົວພັນຂ້າມມະຫາສະໝຸດອັດລັນຕິກນີ້ ໃນໄລຍະຍາວ.

TAG
VOV/VOVworld/ອາ​ເມ​ລິ​ກາ/ເອີ​ລົບ/EU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ