logo

ຄວາມ​ເຄັງ​ຕຶງ ອາ​ເມ​ລິ​ກາ - ອີ​ຣານ ຫຼຸດ​ລົງ: ສອງ​ຝ່າຍ​ກະ​ກຽມ​ການ​ເຈ​ລະ​ຈາ

2026/2/2 | 09:04:25
(VOVWORLD) - ທັງອາເມລິກາ ແລະ ອີຣານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກຽມພ້ອມດຳເນີນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງຢຸດຕິຄວາມເຄັ່ງຕຶງ.

ພາຍຫຼັງບັນດາຄວາມມານະພະຍາຍາມທາງການທູດທີ່ເປັນຈຳນວນຫຼາຍ ຂອງຕວັກກີ ແລະ ຝ່າຍຈຳນວນໜຶ່ງ, ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ອາເມລິກາ ແລະ ອີຣານ ມີສັນຍານທີ່ຫຼຸດລົງໃນເບື້ອງຕົ້ນ. ຕາມນັ້ນແລ້ວ, ອີຣານ ຕົກລົງຍົກເລີກການຊ້ອມຮົບຍິງລູກປຶນແທ້ຢູ່ ຊ່ອງແຄບ Hormuz, ໃນຂະນະທີ່ອາເມລິກາ ຖອນກຳປັນຂັບໄລ່ ມີລູກສອນໄຟອອກຈາກທ່າກຳປັ່ນ Eilat ຂອງ ອິດສະລາແອັນ. ສອງຝ່າຍກໍ່ໄດ້ຮັບຖືວ່າພວມກະກຽມກ້າວເຂົ້າສູ່ຮອບເຈລະຈາໃໝ່ໃນອາທິດນີ້.

ທັງອາເມລິກາ ແລະ ອີຣານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກຽມພ້ອມດຳເນີນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງຢຸດຕິຄວາມເຄັ່ງຕຶງ. ວົງການເຈົ້າໜ້າທີ່ບັນດາປະເທດ ຕວັກກີ, ເອຢິບ ແລະ ກາຕາ, ປັດຈຸບັນ ພວມຮີບເຮັ່ງຈັດຕັ້ງການພົບປະລະຫວ່າງ ທ່ານ Steve Witkoff ທູດພິເສດອາເມລິກາ ແລະ ບັນດາເຈົ້າໜ້າທີ່ອີຣານ, ໃນອາທິດນີ້. ສະຖານທີ່ພົບປະມີຄວາມເປັນໄປໄດ້ສູງວ່າຢູ່ນະຄອນຫຼວງ Ankara ຂອງຕວັກກີ.

ສຳລັບຝ່າຍ ອີຣານ, ວັນທີ 1 ກຸມພາ,  ສາດສະດາ Ali Khamenei ໄດ້ປະກາດວ່າ ອີຣານ ບໍ່ມີຄວາມກັງວົນຕໍ່ການມີໜ້າຂອງກອງທັບ ອາເມລິກາ ຢູ່ພາກພື້ນ. ອີຣານ ຈະບໍ່ເລີ່ມຕົ້ນການປະທະກັນ ແລະ ບໍ່ຢາກບຸກໂຈມຕີບໍ່ວ່າປະເທດໃດ, ແຕ່ຈະມີການໂຕ້ຕອບຢ່າງແຮງຕໍ່ທຸກການກະທຳເກາະຜິດ ເລັ່ງໃສ່ອີຣານ.

TAG
VOV/VOVworld/ອາ​ເມ​ລິ​ກາ/ອີ​ຣານ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ