logo

ຄວາມເປັນເອກະລັກຂອງວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ 2

2022/10/8 | 16:12:42

(VOVWORLD) -ຕອນຄ່ຳວັນທີ 6 ຕຸລາ ຢູ່ນະຄອນທ໊າຍງວຽນໄດ້ຈັດພິທີໄຂ ວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ 2.

ຕອນຄ່ຳວັນທີ 6 ຕຸລາ ຢູ່ສະໜາມຫຼວງ ຫວໍງວຽນຢາບຢູ່ນະຄອນທ໊າຍງວຽນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບ ກັບຄະນະກຳມະການປະຊາຊົນແຂວງທ້າຍງວຽນຈັດພິທີໄຂວັນບຸນວັດທະນະທຳເຜົ່າຢ້າວ ທົ່ວປະເທດຄັ້ງທີ 2 ປີ 2022 ດ້ວຍຫົວຂໍ້ “ອະນຸລັກ ເສີມຂະຫຍາຍສີສັນວັນທະນະທຳເຜົ່າຢ້າວ ຄວາມສະເໝີພາບ ສາມັກຄີ ເຊື່ອມໂຍງ ແລະ ພັດທະນາ”.

ພິທີໄຂວັນບຸນວັດທະນະທຳຄັ້ງທີ ມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ, ນັກກິລາ ມະຫາຊົນເຜົ່າຢ້າວ ຫຼາຍກ່ວາ 1000 ຄົນທີ່ມາຈາກ 14 ແຂວງ. (ພາບ: sggp.org.vn)
ເຂົ້າຮ່ວມລາຍການມີທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ພ້ອມກັບຜູ້ຕາງໜ້າການນຳບັນດາ ກະຊວງ, ຂະແໜງການ, ຄະນະຂັ້ນສູນກາງແລະແຂວງຕ່າງໆເຂົ້າຮ່ວມ. (ພາບ: baodantoc.vn)
ກ່າວຄຳເຫັນທີ່ພິທີໄຂ ທ່ານເລຂາສູນກາງພັກປະທານຄະນະກຳມະການສຸນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ຢັ້ງຢືນວ່າ: “ວັດທະນະທຳບັນດາເຜົ່າສ່ວນໜ້ອຍ ແມ່ນຊັບສົມບັດອັນລ້ຳຄ່າ ປະກອບສ່ວນສ້າງຄວາມອຸດົມສົມບູນຫຼາຍຮູບຫຼາຍສີ ແລະ ເປັນເອກະພາບກັນຂອງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ”(ພາບ: baodantoc.vn)
ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງທ໊າຍງວຽນ ແລະ ແຂກທ່ອງທ່ຽວໄດ້ມີໜ້າຢ່າງຫຼວງຫຼາຍຢູ່ສະໜາມຫຼວງຫວໍງວຽນຢາບ ເພື່ອຮັບຊົມລາຍການສະແດງສິລະປະໃນພິທີໄຂວັນບຸນ. ພາບ: thainguyen.vn
ໃນພິທີໄຂ, ບັນດາລາຍການສິລະປະວັນນະຄະດີໄດ້ຖືກຈັດສ້າງ ຢ່າງລະອຽດ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທັງຫຼາຍ.ພາບ: thainguyentv.vn
ເປີດສ້າງແມ່ນລາຍການສິລະປະທີ່ແກ່ຍາວ 15 ນາທີ. (ພາບ: baodantoc.vn)
ລາຍການສະແດງສິລະປະດ້ວຍຫົວຂໍ້ “ຄວາມໃຝ່ຝັນດວງຕາເວັນ”ຖືກຈັດຂຶ້ນຢ່າງໃຫຍ່ໂຕໂອຖົງ.  (ພາບ: baodantoc.vn)
ບັນດາການດຳເນີນຊີວິດວັດທະນະທຳ, ງານບຸນ, ການເຫຼື້ອມໄສຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ໄດ້ຖືກວາດພາບໃນພິທີໄຂ. (ພາບ: sggp.org.vn)
ລາຍການວາດພາບເຖິງພິທີ ມິງຕ໊າຍເຊິ່ງແມ່ນພິທີປະດັບຍົດ. (ພາບ: daitu.thainguyen.gov.vn)
ວັນບຸນຈະຖືກດຳເນີນແຕ່ວັນທີ 6 – 8 ຕຸລາ. ນອກຈາກບັນດາລາຍການສະແດງສິລະປະວັນນະຄະດີ, ບັນດາການເຄື່ອນໄຫວກິລາ, ການສະແດງຊຸດອາພອນປະຈຳເຜົ່າ, ແນະນຳອາຫານການກິນຂອງເຜົ່າຢ້າວ ກໍ່ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ (ພາບ: baothainguyen.vn)
(ພາບ: baothainguyen.vn)
 
ພາບ: thainguyentv.vn
ພາບ: sggp.org.vn
ພາບ: daitu.thainguyen.gov.vn
ພາບ: thainguyentv.vn
ພາບ: baothainguyen.vn

 
 
TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ