logo

ຄວາມ​ໃຝ່​ຝັນ​ຢາກ​ໄດ້​ນຸ່ງ​ຊຸດ​ງານດອງ, ຄູ່​ຜົວ​ເມຍຖືກ​ພິ​ການ​ຕາ​ຜ່ານ​ໄລ​ຍະ​ທາງ​ນັບ 100 ກິ​ໂລ​ແມັດ​ ມາ ຮ່າ​ໂນ້ຍ

2019/6/29 | 09:02:57
(VOVWORLD) - ມີຫຼາຍຄົນພາຍຫຼັງໄດ້ສ້າງຄອບຄົວມາເປັນເວລາຫຼາຍປີ,  ຍັງມີຄວາມໃຝ່ຝັນຢາກນຸ່ງຊຸດງານດອງເທື່ອໜຶ່ງ, ໄດ້ຖ່າຍຮູບແຜ່ນໜຶ່ງຂອງງານດອງ.
ຕອນບ່າຍວັນທີ 23 ມິຖຸນາ ຢູ່ ຮ່າໂນ້ຍ ໄດ້ຈັດໃຫ້ມີງານດອງລວມໝູ່ “ຄວາມໃຝ່ຝັນມີຈິງ” ໂດຍສະຫະພັນແມ່ຍິງ ຮ່າໂນ້ຍຈັດຕັ້ງຂຶ້ນ ເຊິ່ງສະຫງວນໃຫ້ແກ່ບັນດາຄູ່ຜົວເມຍຖືກພິການ ແລະ ເປັນຜູ້ທຸກຍາກ.
ມີຫຼາຍຄົນມີຄວາມໃຝ່ຝັນພຽງແຕ່ມີເທື່ອໜຶ່ງໃນຊີວິດ ໄດ້ນຸ່ງຊຸດງານດອງ ເພື່ອຖ່າຍຮູບງານດອງແຜ່ນໜຶ່ງ.
ແຕ່ສຳລັບຂ້າພະເຈົ້າ, ຄວາມໃຝ່ຝັນກໍ່ພຽງແຕ່ແມ່ນຄວາມໃຝ່ຝັນຕະຫຼອດໄປເທົ່ານັ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄອບຄົວ ຫວຽດນາມ ຄືວັນທີ 28 ມິຖຸນາ, ບັນດາຜູ້ຈັດຕັ້ງລາຍການງານດອງລວມໝູ່ ໄດ້ຫັນບັນດາຄວາມໃຝ່ຝັນທີ່ລຽບງ່າຍເຫຼົ່ານັ້ນ ຂອງບັນດາຄູ່ສົມລົດຖືກພິການ ໃຫ້ປະກົດຜົນເປັນຈິງ.
ງານດອງລວມໝູ່ນີ້ຖືກຈັດຂຶ້ນດ້ວຍພິທີຕ່າງໆຢ່າງຄົບຖ້ວນ.
ເຍັ້ນເຫຼົ້າ.
ຕັດເຂົ້າໜົມ.
. ຈູບກັນດ້ວຍຄວາມຮັກ.
ຄູ່ຜົວເມຍນາງ ຫງວຽນທິຮວາ ແລະ ທ້າວ ຫງວຽນງອກຂວ໊ຽນ ມາຈາກແຂວງ ອຽນບ໊າຍ ສ້າງຄວາມຄອບໄດ້ 14 ປີແລ້ວ. ນາງ ຮວາ ແມ່ນຜູ້ແຂງແຮງແຕ່ອ້າຍ ຂວ໊ຽນ ແມ່ນຄົນພິພານຕາ. ເຂົ້າເຈົ້າແຕ່ງງານ ແລະ ປັດຈຸບັນມີລູກສາມຄົນ.
ນາງຮວາ ປັບກາລະວັດໃຫ້ຜົວກ່ອນທີ່ຍ່າງເຂົ້າຫ້ອງຈັດງານດອງ.
ຜົວເມຍ ເຈິ່ນວັນຈຽດ ແລະ ຫງວຽນທິຍຽນ ສ້າງຄອບຄົວໃນປີ 1991, ມີລູກນຳກັນສອງຄົນ. ມື້ນີ້ສອງຄົນໄດ້ເຂົ້າຮ່ວມງານດອງ, ສອງຜົວເມຍມີຄວາມດີໃຈທີ່ສຸດເພາະ ໄດ້ນຸ່ງໂສ້ງເສື້ອງາມ, ມີພວກລູກຫຼານຈາກ ຊອັກເຊີນ ກໍ່ໄດ້ເຂົ້າຮ່ວມນຳ.
ສອງຜົວເມຍອ້າຍ ເລືອງວັນກຸ໊ຍ ແລະ ນາງ ຮວ່າງທິລວ໊ຽນ ເກີດປີ 1983 ມາຈາກແຂວງ ຮ່າຢາງ. ອ້າຍ ກຸ໊ຍ ຖືກພິການຕາມາແຕ່ເກີດສ່ວນນາງ ລວ໊ຽນ ຖືກຕິດສານພິດສີສົ້ມ.
ໝາກຜົນຂອງຄວາມຮັກທີ່ສັດຊື່ບໍລິສຸດກໍ່ແມ່ນລູກຊາຍສອງຄົນ ທີ່ເປັນຄົນຮູ້ ແລະ ມີສຸຂະພາບແຂງແຮງໄດ້ຖືກກຳເນີດຂຶ້ນ.
ເດັກຜູ້ເປັນນ້ອງມັກຂີ້ດື້.
ອ້າຍອູ້ມນ້ອງໃຫ້ນອນຫຼັບ.
ສອງຜົວເມຍອ້າຍ ກຸ໊ຍ ແລະ ນາງ ລວ໊ຽນ ປະກອບອາຊີບເລາະຮ້ອງເພງ, ຊີວິດການເປັນຢູ່ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຄວາມໃຝ່ຝັນຂອງນາງ ລວ໊ຽນ ແມ່ນຢາກໄດ້ນຸງຊຸດງານດອງເທື່ອໜຶ່ງໃນຊີວິດຂອງຕົນ.
ທັງຄອບຄົວໄດ້ເລີ່ມເດີນທາງຈາກ ຮ່າຢາງ ໃນຕອນຄ່ຳມື້ວານນີ້ ຮອດ 3 ໂມງມື້ນີ້ຈຶ່ງໄດ້ມາຮອດ ຮ່າໂນ້ຍ. ກໍ່ຍ້ອນຢູ່ໄກດັ່ງນັ້ນສອງອ້າຍນ້ອງ ກໍ່ຍັງບໍ່ທັນໄດ້ເຂົ້າຮ່ວມລາຍການຖ່າຍຮູບງານດອງເທື່ອ.
ທັງສອງອ້າຍເອື້ອຍກໍ່ມີຄວາມສຸກທີ່ສຸດ ເມື່ອເປັນຄັ້ງທຳອິດພາຍຫຼັງ 14 ປີໄດ້ແຕ່ງງານແມ່ນໄດ້ນຸ່ງຊຸດງານດອງ ພ້ອມກັນນັ້ນກໍ່ມີການເຂົ້າຮ່ວມຂອງລູກຊາຍສອງຄົນ.
ແບ່ງປັນຄວາມສຸກກັບຄູ່ສົມລົດໃໝ່.
ສອງຜົວເມຍອ້າຍ ເຈິ່ນວັນເຕື໋ອງ ແລະ ເອື້ອຍ ອານທິກີມຕ່ຽນ ໄດ້ເປັນຜົວເມຍກັນມາແຕ່ປີ 2007 ມີລູກສອງຄົນ.
ສອງຜົວເມຍໄດ້ໃຊ້ຈ່າຍດ້ວຍຄວາມປະຢັດ ແລະ ສອງຝ່າຍຄອບຄົວກໍ່ໄດ້ໜູນຊ່ວຍສ່ວນໃດສ່ວນໜຶ່ງ ດັ່ງນັ້ນຊີວິດຂອງເຂົາເຈົ້າກໍ່ສາມາດຫຼຸດຜ່ອນຄວາມຫຍຸ້ງຍາກ.
ບັນດາຄູ່ຜົວເມຍທີ່ເຂົ້າຮ່ວມລາຍການ “ຄວາມໃຝ່ຝັນມີຈິງ” ໄດ້ຖ່າຍຮູບ ແລະ ໄດ້ຮັບຮູບງານດອງເປັນທີ່ລະນຶກ ພ້ອມກັນນັ້ນເຂົາເຈົ້າກໍ່ໄດ້ຮັບຂອງຂວັນຫຼາຍຢ່າງຄື ຜ້າຫົ່ມ, ພັດລົມ,ໝໍ້ຕົ້ມເຂົ້າ ພ້ອມກັບເງິນສົດ 2 ລ້ານດົ່ງ.

TAG
VOV/VOVworld/ຄວາມ​ໃຝ່​ຝັນ​ຢາກ​ໄດ້​ນຸ່ງ​ຊຸດ​ງານດອງ/ຄູ່​ຜົວ​ເມຍຖືກ​ພິ​ການ​ຕາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ