logo

ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫ​ະ​ກິດ ອາ​ເມ​ລິ​ກາ ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ, ຄຸ້ມ​ຄອງ ແລະ ນະ​ວັດ​ຕະ​ກຳ

2026/3/31 | 07:48:23
(VOVWORLD) - ຄະນະນະໂຍບາຍ, ຍຸດທະສາດສູນກາງປາດຖະໜາວ່າບັນດາຄູ່ຮ່ວມມືສາກົນສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການ ແລະ ປະກອບຄຳເຫັນ ໃນວິວັດການເປັນເສນາທິການໃຫ້ແກ່ພັກ ແລະ ລັດກ່ຽວກັບການກຳນົດທິດບັນດານະໂຍບາຍໃຫຍ່
ທ່ານ ຫງວຽນແທັງງິ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຫວຽດນາມ ແລະ ທ່ານ Daniel J. Kritenbrink ກຳມະການສະພາຄຸ້ມຄອງກຸ່ມບໍລິສັດ The Asia Group (ພາບ: TTXVN)

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຕ້ອນຮັບທ່ານ Daniel J. Kritenbrink ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ກຳມະການສະພາຄຸ້ມຄອງກຸ່ມບໍລິສັດ The Asia Group (TAG), ທ່ານ ຫງວຽນແທັງງິ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ປາດຖະໜາວ່າບັນດາວິສາຫະກິດ ອາເມລິກາ ດ້ວຍທ່າແຮງດ້ານເຕັກໂນໂລຢີ, ການຄຸ້ມຄອງ ແລະ ນະວັດຕະກຳຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ.

ທ່ານ ຫງວຽນແທັງງິ ຊີ້ແຈ້ງວ່າ ຄະນະນະໂຍບາຍ, ຍຸດທະສາດສູນກາງປາດຖະໜາວ່າບັນດາຄູ່ຮ່ວມມືສາກົນສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການ ແລະ ປະກອບຄຳເຫັນ ໃນວິວັດການເປັນເສນາທິການໃຫ້ແກ່ພັກ ແລະ ລັດກ່ຽວກັບການກຳນົດທິດບັນດານະໂຍບາຍໃຫຍ່, ສະເໜີປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ນັບມື້ນັບສະດວກ, ມີລັກສະນະແກ່ງແຍ້ງ ແລະ ສ້າງຄວາມດຶງດູດແຖວໜ້າໃນພາກພື້ນ.

ສ່ວນທ່ານ Daniel J. Kritenbrink ຊີ້ແຈ້ງວ່າ TAG ຮັບຮູ້ແຈ້ງບົດບາດເປັນຂົວເຊື່ອມຕໍ່ບັນດາວິສາຫະກິດອາເມລິກາ ໃນວິວັດການລົງທຶນເຂົ້າ ຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ແມ່ນສະພາບແວດລ້ອມທີ່ດຶງດູດການລົງທຶນດ້ວຍກຳລັງແຮງງານອຸດົມສົມບູນ ແລະ ສະພາບການເມືອງໝັ້ນທ່ຽງ, ດັ່ງນັ້ນທ່ານຫວັງວ່ານັບມື້ນັບຈະມີຫຼາຍວິສາຫະກິດ ອາເມລິກາມາລົງທຶນຢູ່ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ