logo

ຄະ​ນະກວດ​ກາ​ລັດ​ຖະ​ບານ ລົງ​ກວດ​ກາ​ວຽກ​ງານ​ຕ້ານ​ການ​ຂຸດ​ຄົ້ນ IUU ຢູ່​ນະ​ຄອນ ໂຮ່​ຈີ​ມິນ

2025/12/16 | 12:16:13
(VOVWORLD) - ວັນທີ 16 ທັນວາ, ຄະນະປະຕິບັດງານໂດຍທ່ານ ຫງວຽນກວັກດວ່ານ ຮອງປະທານຜູ້ປະຈຳການອົງການກວດກາລັດຖະບານ ໄດ້ນຳໜ້າຄະນະລົງໄປກວດກາ, ສຳຫຼວດສະພາບການຕົວຈິງຂອງວຽກງານຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢູ່ຕາແສງ ລອງຫາຍ, ນະຄອນ ໂຮ່ຈີມິນ. 
ຄະນະກວດກາລັດຖະບານລົງກວດກາ (ພາບ: TTXVN)

  ໃນບັນດາສະຖານທີ່ດຳເນີນການກວດກາ, ທ່ານ ຫງວຽນກວັກດວ່ານ ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສືບຕໍ່ຊີ້ນຳບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີການໜູນຊ່ວຍຊາວປະມົງ, ພິຈາລະນາສ້າງສຳເນົາເອກະສານໃຫ້ສົມບູນແບບ, ປັບປຸງບັນດາເອກະສານທີ່ຈຳເປັນຕາມຂໍ້ກຳນົດເພື່ອໃຫ້ເຮືອຫາປານີ້ມີເງື່ອນໄຂເຄື່ອນໄຫວຂຸດຄົ້ນຖືກຕ້ອງຕາມກົດໝາຍ.

        ໃນທ່າເຮືອຫາປາ ເຕິນເຟຶອກ, ຄະນະປະຕິບັດງານໄດ້ຂຶ້ນເຮືອຫາປາທີ່ພວມທຽບທ່າ ເພື່ອຢື້ຢາມຖາມຂ່າວຊາວປະມົງກ່ຽວກັບແບບວິທີຂຸດຄົ້ນ, ສະພາບແວດລ້ອມການເຄື່ອນໄຫວ; ກວດກາເອກະສານທາງດ້ານນິຄິກຳຕ່າງໆ, ປຶ້ມບັນທຶກການຂຸດຄົ້ນປະຈຳວັນ, ອຸປະກອນຕິດຕາມກວດກາວິວັດການເຄື່ອນໄຫວ (VMS). ຄະນະກໍໄດ້ລົງກວດກາການເຄື່ອນໄຫວລະບົບກວດກາທີ່ມາຂອງສິນໃນນ້ຳແບບເອເລັກໂຕນິກ (eCDT), ຕິດຕາມຈຸດພິກັດຂອງເຮືອຫາປາເຂົ້າ-ອອກຈາກທ່າ ຜ່ານລະບົບຕິດຕາມ ແນໃສ່ຮັບປະກັນລັກສະນະໂປ່ງໃສ, ຄົບຊຸດໃນການຄຸ້ມຄອງການເຄື່ອນໄຫວຂຸດຄົ້ນສິນໃນນໍ້າ.


TAG
VOV/VOVworld/ກວດກາວິວັດການເຄື່ອນໄຫວ/IUU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ