ຄະນະນັກຫນັງສືພິມ ສປປ ລາວ ຢ້ຽມຢາມອ່າວຮ້າລອງ
|
ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຄັ້ງນີ້ຂອງຄະນະນັກຫນັງສືພິມ ລາວ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕອບສະຫນອງ “ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ ລາວ 2012”. ໃນຂອບເຂດການຢ້ຽມຢາມ, ຄະນະນັກຫນັງສືພິມລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຫນັງສືພິມ Thanh nien (ແປ່ວ່າຊາວຫນຸ່ມ), ຫນັງສືພິມ Vietnamnet, ສະຖານີໂທລະພາບນະຄອນ ໂຮ່ຈິມີນ, ສະຖານີວິທະຍຸກະຈາຍສຽງໂທລະພາບ ແຂວງກວ໋າງນີງ. ເອື້ອຍ ເພັດສະໝອນ, ນັກຂ່າວສັງກັດຫນັງສືພິມວຽງຈັນໃຫມ່ ໃຫ້ຮູ້ວ່າ: ເມື່ອເຮັດວຽກກັບບັນດາອົງການສື່ມວນຊົນຢູ່ຫວຽດນາມ ເອື້ອຍເອງຖອດຖອນໄດ້ບົດຮຽນຫລາຍຢ່າງ.
ສຽງ: ນາງເພັດສະໝອນ
ຄະນະນັກຫນັງສືພິມ ສປປ ລາວ ພວມຮັບຟັງຂັບລຳເພງພື້ນເມືອງພາກໃຕ້
|
ມີ້ທໍ ແມ່ນທ້ອງຖິ່ນຫນຶ່ງທີ່ໄດ້ສ້າງຄວາມປະທັບໃຈທີ່ມີຕໍ່ຄະນະນັກຫນັງສືພິມລາວ ຫລາຍກວ່າໝູ່. ນະທີ່ນີ້ບັນດານັກຫນັງສືພິມລາວ ໄດ້ພາຍເຮືອລ່ອງຕາມຄອງເໝືອງໃຕ້ຮົ່ມຕົ້ນພ້າວທີ່ຂຽວອຸ່ມທຸ່ມ, ໄດ້ຮັບຟັງຂັບລຳພື້ນເມືອງພາກໃຕ້ໂດຍບັນດານັກສິລະປີນຢູ່ທ້ອງຖິ່ນດັ່ງກ່າວ.
ສຽງຂັບລຳເພງພື້ນເມືອງ
ນັກຫນັງສືພິມລາວ ໄດ້ຖ່ານທຳເອົາບັນດາຮູບພາບທີ່ສ້າງຄວາມປະທັບໃຈເຫຼົ່ານັ້ນ. ສ່ວນອ້າຍວິລະພອນ ນັກວິຊາການສັງກັດກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວລາວ ພັດເມົາມົວຮັບຟັງບັນດາສຽງຂັບຮ້ອງໂດຍນັກສິລະປີນສະແດງ.
ສຽງ: ທ່ານ ວິລະພອນ
ເມື່ອມາຢ້ຽມຢາມ ແລະ ເຮັດວຽກໃນຫລາຍທ້ອງຖິ່ນຢູ່ ຫວຽດນາມ, ບັນດາ ນັກຫນັງສືພິມລາວ ມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ກວ່າ, ຈາກນັ້ນ ເຂົາເຈົ້າສາມາດແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມໃຫ້ແກ່ປະຊາຊົນລາວໄດ້ຮັບຊາບຢ່າງມີຊີວິດຊີວາ ແລະ ຮອບດ້ານກວ່າ. ອ້າຍບຸນຕຽງ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແບ່ງປັນວ່າ:
ສຽງ: ທ່ານ ບຸນຕຽງ
ການຢ້ຽມຢາມຫວຽດນາມຜ່ານມາ ແມ່ນການຢ້ຽມຢາມຄັ້ງທີ 5 ຂອງຄະນະນັກຫນັງສືພິມລາວ ໂດຍປະຕິບັດຕາມສັນຍາຮ່ວມມືລະຫວ່າງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ. ເນື່ອງໃນໂອກາດການຢ້ຽມຢາມນີ້ ຝ່າຍການນຳບັນດາອົງການສື່ມວນຊົນຫວຽດນາມ ໄດ້ໃຫ້ຄຳໝັ້ນໝາຍຈະຫນູນຊ່ວຍນັກຫນັງສືພິມລາວ ມາຫວຽດນາມເພື່ອພ້ອມກັນເຮັດວຽກ, ແລກປ່ຽນວິຊາສະເພາະກັບບັນດານັກຂ່າວຫວຽດນາມຢູ່ ແຕ່ລະຫົວຫນ່ວຍ. ການຢ້ຽມຢາມແມ່ນສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງສອງປະເທດ ຊຶ່ງແມ່ນສະມາຊິກຂອງອາຊຽນທັງສອງ.




