logo

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 53

2026/1/12 | 09:15:24
(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາມະຕິ 2 ສະບັບ, ມະຕິກຳນົດລະບົບສະໜອງ ແລະ ນຳໃຊ້ຊຸດເຄື່ອງແບບ, ເຄື່ອງໝາຍ, ເຄື່ອງໝາຍຍົດຂອງການນຳອົງການໄອຍະການປະຊາຊົນທຸກຂັ້ນ, ໄອຍະກອນ, ນັກກວດກາ, ພະນັກງານສືບສວນ ແລະ ບັດຢັ້ງຢືນໄອຍະກອນ.
ກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: nhandan.vn)

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ. ທ່ານ ເຈິ່ນແທັງເໝິນປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັດປ່ຽນກັນບໍລິຫານເນື້ອໃນຂອງກອງປະຊຸມ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາມະຕິ 2 ສະບັບ, ມະຕິກຳນົດລະບົບສະໜອງ ແລະ ນຳໃຊ້ຊຸດເຄື່ອງແບບ, ເຄື່ອງໝາຍ, ເຄື່ອງໝາຍຍົດຂອງການນຳອົງການໄອຍະການປະຊາຊົນທຸກຂັ້ນ, ໄອຍະກອນ, ນັກກວດກາ, ພະນັກງານສືບສວນ ແລະ ບັດຢັ້ງຢືນໄອຍະກອນ; ມະຕິກຳນົດຈຳນວນ, ໂຄງປະກອບອັດຕາບັນດາຊັ້ນໄອຍະກອນຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ.

ແລະກໍ່ໃນຕອນເຊົ້າວັນທີ 12 ມັງກອນ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາບົດລາຍງານວຽກງານຄົ້ວຄວ້າຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຂອງສະພາແຫ່ງຊາດເມື່ອເດືອນທັນວາ 2025.

TAG
VOV/VOVworld/ຄະ​ນະ​ປະ​ຈຳ​/ສະ​ພາ​ແຫ່ງ​ຊາດ/​ກອງ​ປະ​ຊຸມ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ