logo

ຄະນະຜູ້ແທນສູນກາງແນວລາວສ້າງຊາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ

2018/3/31 | 09:45:10
(VOVWORLD) - ວັນທີ 30 – 31 ມີນາ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ.
 ຄະນະຜູ້ແທນສູນກາງແນວລາວສ້າງຊາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ (ພາບອິນເຕີແນັດ)

ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານພັດທະນາແນວໂຮມປະເທດຊາດ. ທ່ານປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງນິງ ຫງວຽນວັນເຫືອງ ໄດ້ແນະນຳໂດຍສັງເຂບກ່ຽວກັບທີ່ຕັ້ງພູມສາດ, ຊັບພະຍາກອນທຳມະຊາດ, ປະຊາຊົນ ແລະ ເສດຖະກິດ - ສັງຄົມຂອງແຂວງ, ຄວາມສວຍງາມຂອງມໍລະດົກທຳມະຊາດໂລກ ອ່າວ ຫ້າລອງ.

        ສ່ວນທ່ານນາງຮອງປະທານສູນກາງແນວລາວສ້າງຊາດ ຍອດແກ້ວມະນີ ສຸພານຸວົງ ມີຄວາມເຊື່ອໝັ້ນຕໍ່ນ້ຳໃຈສາມັກຄີຂອງ 2 ປະເທດ ຫວຽດນາມ - ລາວ, ແລະ ສະແດງຄວາມປາດຖະໜາວ່າຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງນິງ ສືບຕໍ່ຊ່ວຍເຫຼືອແນວລາວສ້າງຊາດ ກ່ຽວກັບບົດຮຽນທາງດ້ານທິດສະດີກໍ່ຄືທາງດ້ານພຶດຕິກຳຕົວຈິງໃນການເຄື່ອນໄຫວວຽກງານແນວໂຮມ.

TAG
VOV/VOVworld/ແນວລາວສ້າງຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ