logo

ຄະ​ນະ​ພະ​ນັກ​ງານ ລາວ ສຶກ​ສາ​ທັດ​ສະ​ນະ​ຕົວ​ຈິງ​ຢູ່ ສູນ​ຍອດ​ຢ້ຽມ ໝ​ູ່​ບ້ານ​ອາ​ຊີບ ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ VinUni

2023/2/19 | 09:03:24
(VOVWORLD) -ທ່ານ ທອງສະລິດ ມັງໜໍ່ເມກ ສະແດງຄວາມປະທັບໃຈຕໍ່ຮູບແບບ, ຂອບຂະໜາດ ແລະ ບົດບາດຂອງໂຮງຮຽນມະຫາວິທະຍາໄລ VinUni ໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນຍຸດທະສາດພັດທະນາລວມຂອງ ຮ່າໂນ້ຍ ແລະ ຫວຽດນາມ.
ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທັດສະນະສຶກສາມະຫາວິທະຍາໄລ  VinUni  (ພາບ: kinhtedothi.vn)

ໂດຍສືບຕໍ່ລາຍການເຄື່ອນໄຫວມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ວັນທີ 18 ກຸມພາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍທ່ານ ທອງສະລິດ ມັງໜໍ່ເມກ,  ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ເປັນຫົວໜ້າຄະນະ, ໄດ້ລົງສຳຫຼວດ, ສຶກສາທັດສະນະຕົວຈິງຢູູ່ສູນຍອດຢ້ຽມໝູ່ບ້ານອາຊີບ ຫວຽດນາມ ແລະ ມະຫາວິທະຍາໄລ  VinUni (ເມືອງ ຢາເລິມ, ນະຄອນ ຮ່າໂນ້ຍ). ຢູ່ສູນຍອດຢ້ຽມໝູ່ບ້ານອາຊີບ ຫວຽດນາມ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຮັບຟັງຄຳແບ່ງປັນຂອງນັກສິລະປະກອນ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ, ພັດທະນາ ແລະ ການສ້າງຈຸດຍອດຢ້ຽມຂອງອາຊີບເຄື່ອງປັ້ນດິນເຜົາ, ຮຽນຮູ້ປະສົບການຂອງ ບາດຈ່າງ ໃນການດຶງດູດ ແລະ ຮັກສາແຮງງານ, ພ້ອມທັງໄປທັດສະນະສຶກສາ, ຊອກຮູ້ກ່ຽວກັບປະຫວັດສາດຂອງໝູ່ບ້ານ ບາດຈ່າງ, ບົດບາດ ແລະ ການປະກອບສ່ວນຂອງໝູ່ບ້ານ ເຂົ້າສາງມູນເຊື້ອປະຫວັດສາດຂອງ ທັງລອງ - ຮ່າໂນ້ຍ ເວົ້າສະເພາະ ແລະ ຂອງປະເທດຊາດ ຫວຽດນາມ ເວົ້າລວມ. ທ່ານ ທອງສະລິດ ມັງໜໍ່ເມກ ກໍສະແດງຄວາມປະທັບໃຈຕໍ່ຮູບແບບ, ຂອບຂະໜາດ ແລະ ບົດບາດຂອງໂຮງຮຽນມະຫາວິທະຍາໄລ VinUni ໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນຍຸດທະສາດພັດທະນາລວມຂອງ ຮ່າໂນ້ຍ ແລະ ຫວຽດນາມ.

TAG
VOV/VOVworld/​ທັດ​ສະ​ນະ​ສຶກ​ສາ/ມະ​ຫາ​ວິ​ທະ​ຍາ​ໄລ/ໝູ່​ບ້ານ​ອາ​ຊີບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ