logo

“ຄາບເຂົ້າແຫ່ງຄວາມຮັກແພງ” ເຕັມໄປດ້ວຍຄວາມອົບອຸ່ນ

2024/11/23 | 05:00:00

(VOVWORLD) -“ຄາບເຂົ້າແຫ່ງຄວາມຮັກແພງ” ແມ່ນນຶ່ງໃນບັນດາຮູບແບບການເຄື່ອນໄຫວການກຸສົນທີ່ມີຄວາມໝາຍທີ່ສຸດຂອງສະພາກາແດງ ແຂວງ ບິ່ງເຢືອງ, ປະກອບສ່ວນຕັ້ງນ້າໃນການນູນຊ່ວຍປະຊາຊົນທີ່ປະສົບກັບຄວາມຍຸ້ງຍາກ. ບໍ່ພຽງແຕ່ກິນອີ່ມ, ອົບອຸ່ນຈິດໃຈ ຫາກທຸກຄົນທີ່ມາກິນເຂົ້າຢູ່ທີ່ນີ້ ຍັງຮູ້ສຶກວ່າໄດ້ຮັບຄວາມຮັກແພງ, ການແບ່ງປັນແຜ່ຂະຍາຍໃນວົງຄະນາຍາດ.

               ພິທີເປີດຕົວ "ຄາບເຂົ້າແຫ່ງຄວາມຮັກແພງ" ເມື່ອກາງເດືອນ ມີນາ. (ພາບ: ນະຄອນຖູເຢົ່າໂມດ)
  ແຕ່ກາງເດືອນມີນາ ຈົນເຖິງປະຈຸບັນ, ຢູ່ບໍລິເວນໂຮງຮຽນອະນຸບານ ຈ່າມີ 2, ເລກທີ 32 ຖະຫນົນ ຮີ່ງວັນຫລູຍ ຕາແສງ ຟູເລີ້ຍ ນະຄອນ ຖູເຢົ່າໂມດ ແຂວງ ບິ່ງເຢືອງ ໄດ້ກາຍເປັນສະຖານທີ່ລຶ້ງເຄີຍຂອງຄົນງານທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຫລາຍຄົນຢູ່ໃນບໍລິເວນ. ນີ້ແມ່ນບ່ອນມີຮູບແບບ “ຄາບເຂົ້າແຫ່ງຄວາມຮັກແພງ”, ໂດຍສະພາກາແດງຕາແສງ ຟູເລິ້ຍ ສົມທົບກັບ ຮ້ານອາຫານເຈ ເໝີນຕ໋າຍ ຜັນຂະຫຍາຍ ເພື່ອແນໃສ່ຮັບໃຊ້ຄາບອາຫານເຈໂດຍບໍ່ເກັບຄ່າໃຫ້ແກ່ທັງໝົດຜູ້ມີຄວາມຕ້ອງການ, ເປັນຕົ້ນແມ່ນຜູ້ຂາຍຫວຍຍ່ອຍ, ຜູ້ອອກແຮງງານ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນ.

ນັບແຕ່ເວລາ 10 ໂມງເຊົ້າ, ແຕ່ວັນຈັນ ຫາ ວັນສຸກ ທຸກອາທິດ, ຄາບອາຫານເຈສົດໆຮ້ອນໆ, ແຊບນົວໄດ້ວາງຢູ່ເທິງໂຕະ ກຽມພ້ອມຕ້ອນຮັບຜູ້ມາຮ່ວມກັບ “ຄາບເຂົ້າແຫ່ງຄວາມຮັກແພງ”.         

“ຂ້າພະເຈົ້າຮູ້ຈັກສະຖານທີ່ນີ້ຜ່ານປະຊາຊົນ. ທິດຫນຶ່ງ ຂ້າພະເຈົ້າມາກິນ 4 ມື້, ບາງເທື່ອແມ່ນ 3 ມື້ ອີງຕາມວຽກງານໃນມື້”.

“ອາຫານຢູ່ທີ່ນີ້ແຊບຫລາຍ. ຂ້າພະເຈົ້າເຮັດວຽກງານເກັບຂີ້ເຫຍື້ອປະລາສະຕິກ, ຕອນສວາຍມານີ້ເພື່ອກິນເຂົ້າ. ມີຄາບອາຫານແບບນີ້ແມ່ນຊ່ວຍໃຫ້ພວກຂ້າພະເຈົ້າສ່ວນໃດຫນຶ່ງ”.

“ອາຫານຢູ່ທີ່ນີ້ຄືດັ່ງຢູ່ເຮືອນ, ແຊບຫລາຍ, ຊ່ວຍໃຫ້ຂ້າພະເຈົ້າບໍ່ອຶດຫິວ. ທຸກຄົນຢູ່ທີ່ນີ້ແມ່ນສຸພາບ, ໃຈດີ”         

ກ່ອນທີ່ຈະຜັນຂະຫຍາຍຮູບແບບ “ຄາບເຂົ້າແຫ່ງຄວາມຮັກແພງ”, ຮ້ານອາຫານເຈ ເໝີນຕ໋າຍ ມີປະຊາຊົນຫລາຍຄົນຮູ້ຈັກເຖິງ ດ້ວຍການເຄື່ອນໄຫວຮັບໃຊ້ຄາບອາຫານເຈໃນຕອນສວາຍ ດ້ວຍລາຄາ 1.000 ດົ່ງ. ທ່ານນາງ ກາວທິລານເຮືອງ, ປະທານ ສະພາກາແດງ ຕາແສງ ຟູເລິ້ຍ ນະຄອນ ຖູເຢົ່າໂມດ ແຂວງ ບິ່ງເຢືອງ ແບ່ງປັນວ່າ:

“ຜ່ານໄລຍະສຳຫລວດສະພາບການຊຸມຊົນຢູ່ບໍລິເວນ ພວກຂ້າພະເຈົ້າເຫັນວ່າ ຄວາມຕ້ອງການຂອງປະຊາຊົນກ່ຽວກັບຄາບເຂົ້ານັບມື້ນັບຫລາຍ. ສະນັ້ນ ສະພາກາແດງ ຕາແສງ ຟູເລິ້ຍ ໄດ້ຂົນຂວາຍຜູ້ໃຈບຸນໃຈກຸສົນຢູ່ໃນແຂວງ ເພື່ອພ້ອມກັນຈັດຕັ້ງຮູບແບບນີ້”.          ປະຈຸບັນ ແຕ່ລະມື້ ຮ້ານອາຫານດັ່ງກ່າວໄດ້ຮັບໃຊ້ອາຫານປະມານ 200 ຈານ ໂດຍບໍ່ເກັບຄ່າໃຫ້ແກ່ຜູ້ມີຄວາມຕ້ອງການ. ທັງໝົດແຫລ່ງກຳລັງ, ຈາກຮາກຖານດ້ານວັດຖຸ ຕະຫລອດຮອດຄົນງານຮັບໃຊ້ ແລະ ແຫລ່ງວັດຖຸດິບປຸງແຕ່ງອາຫານ ລ້ວນແຕ່ໂດຍແມ່ນ ຮ້ານອາຫານເຈ ເໝີນຕ໋າຍ ແລະ ເຈົ້າຂອງລົງທຶນແມ່ນໂຮງຮຽນອະນຸບານ ຈ່າມີ 2 ຫນູນຊ່ວຍ. ທ່ານນາງ ເຈືອງບິກລີ, ຫົວຫນ້າໂຮງຮຽນ ໃຫ້ຮູ້ວ່າ:

“ເມື່ອຄວາມຕ້ອງການເພີ່ມຂຶ້ນສູງ, ພວກຂ້າພະເຈົ້າຈະພະຍາຍາມເພີ່ມຄາບອາຫານຂຶ້ນ. ຕົວຢ່າງ ປະຈຸບັນ ທຸກມື້ທາງໂຮງຮຽນກະກຽມຄາບອາຫານ 200  ຈານ. ຖ້າຈຳນວນແຂກເພີ່ມຂຶ້ນ, ໂຮງຮຽນຈະເພີ່ມຈານອາຫານຂຶ້ນ. ສະພາກາແດງ ຕາແສງ ຈະສືບຕໍ່ຮ່ວມສຳພັນເພື່ອໃຫ້ມີບັນດາຮູບແບບການກຸສົນເພື່ອຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ໃນບໍລິເວນ ພ້ອມກັບທ້ອງຖິ່ນປະຕິບັດວຽກງານຮັບປະກັນຊີວິດສັງຄົມໃຫ້ດີກວ່າ”.

ດ້ວຍຄວາມປາດຖະຫນາຢາກແຜ່ຂະຫຍາຍສິ່ງທີ່ດີງາມໃນຊີວິດ, ປະຈຸບັນ ສະພາກາແດງ ຕາແສງ ຟູເລິ້ຍ ແລະ ຮ້ານອາຫານເຈ ເຫມີນຕ໋າຍ ຍັງຄົງພະຍາຍາມຮັບໃຊ້ປະຊາຊົນຫລາຍຄົນ. ທ່ານນາງ ກາວທິລານເຮືອງ ມີຄວາມຫວັງວ່າ:

“ທຸກຄົນອາດຈະປະກອບສ່ວນຜັກພືດ ຫລື ໝາກໄມ້ເພື່ອໃຫ້ຄາບເຂົ້າຂອງປະຊາຊົນອຸດົມສົມບູນກວ່າ. ພວກຂ້າພະເຈົ້າຫວັງຢາກເພີ່ມຈຳນວນຈານເຂົ້າໃຫ້ຫລາຍກວ່າອີກ”.

ຄາບອາຫານ ຈາກວຽກງານການກຸສົນມາເຖິງປະຊາຊົນ. (ພາບ:Báo Bình Dương)

 ຕາມການນຳຕາແສງ ຟູເລີ້ຍ ແລ້ວ, “ຄາບເຂົ້າແຫ່ງຄວາມຮັກແພງ” ແມ່ນຫນຶ່ງໃນບັນດາຮູບແບບວຽງການການກຸສົນທີ່ມີຄວາມໝາຍ, ປະກອບສ່ວນຕັ້ງຫນ້າໃນການຫນູນຊ່ວຍໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນ. ຈາກຮູບແບບນີ້ ທ້ອງຖິ່ນ ຈະສືບຕໍ່ເປັນຂົວຕໍ່ກັບບັນດາຜູ້ໃຈບຸນໃຈກຸສົນເພື່ອສືບຕໍ່ຮັກສາຮູບແບບກໍ່ຄືທະວີຄູນບັນດາຮູບແບບທີ່ຄ້າຍຄືກັນຢ່າງກວ້າງຂວາງໃນໄລຍະຈະມາເຖິງ.

TAG
VOV/VOVworld/​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ/ຄາບເຂົ້າ/ການ​ກຸ​ສົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ