logo

ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງແນວໜ້າຕ້ານໂລກລະບາດ

2021/8/14 | 09:19:43

(VOVWORLD) -ພວກຫຼານນ້ອຍກໍ່ຢາກໄດ້ຄືພໍ່ແມ່ ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ

ຢູ່ຕຶກ B ອາພາດເມນ ບິ່ງແຄ໊ງ, ຕາແສງ ອານຝຸ, ນະຄອນຖູດຶກ ເມື່ອພໍ່ແມ່ຕ້ອງເຮັດວຽກດ້ວຍຄວາມລຳບາດໃນຕະຫຼອດວັນແລະຄືນ ເພື່ອແຕ່ງ ເຂົ້າກິນ 200 ພູດ ເພື່ອສົ່ງເຖິງບັນດາໂຮງໝໍກາງສະໜາມ, ພວກຫຼານນ້ອຍຄືພໍ່ແມ່ ກໍໄດ້ມີການປະກອບສ່ວນລະດົມກຳລັງໃຈ ໃຫ້ແກ່ກຳລັງແພດໝໍ ແລະ ພວກອ່າວອາ ຢູ່ ແນວໜ້າຕ້ານໂລກລະບາດ.

ບັນດາຮູບແຕ້ມນ້ອຍໆຄັດຕິດພ້ອມຄຳລະດົມກຳລັງໃຈ ໄດ້ຖືກຕິດໃສ່ກັບຂອງກິນແຕ່ລະກັບ ໃນຕອນແລງແຕ່ລະວັນທີ່ສົ່ງເຖິງບັນດາໂຮງໝໍ...

ບາງຮູບພາບບັນທຶກຂອງນັກຂ່າວ VOVGT:

ບັນດາຮູບຖ່າຍ, ຄຳລະດົມກຳລັງໃຈ ໂດຍພວກຫຼານນ້ອຍຢູ່ ອາພາດເມນ ບິ່ງແຄ໊ງ ແຕ້ມ ແລະ ຂຽນ.
“ທ່ານໝໍແມ່ນວິລະຊົນ” “ທ່ານໝໍພະຍາຍາມຫຼາຍຂຶ້ນ” “ອວຍພອນບັນດາທ່ານໝໍມີສຸຂະພາບເຂັ້ມແຂງ ເພື່ອກອບກູ້ເອົາຊີວິດຄົນເຈັບຫຼາຍຄົນ” ຂອບໃຈພວກອ່າວອາທີ່ໄດ້ພະຍາຍາມເຮັດວຽກ... ບັນດາຄຳລະດົມກຳລັງໃຈຂອງພວກເດັກທີ່ຊ້ອນແຝງອາລົມຈິດຄວາມຮັກແພງຫຼາຍຢ່າງ.
ຮູບແຕ້ມກໍ່ມີຢ່າງອຸດົມສົມບູນ ຫຼາຍຮູບຫຼາຍສີ
ໂຮງໝໍກາງສະໜາມຈົ່ງພະຍາຍາມຫຼາຍຂຶ້ນ.
ບັນດາຄຳລະດົມກຳລັງໃຈໄດ້ຖືກຕິດໃສ່ກັບຂອງກິນທີ່ຝາກເຖິງກຳລັງແພດໝໍຢູ່ແນວໜ້າຕ້ານໂລກລະບາດ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ