ວັນທີ 21 ມິຖຸນາ ຜ່ານມາ ແມ່ນວັນສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 96 ປີ (ວັນທີ 21/06/1925 – 21/06/2021) - ເຊິ່ງເປັນວັນບຸນສຸດທີ່ມີຄວາມໝາຍສຳລັບບັນດາໂຄສົກ, ນັກຂ່າວ, ບັນນາທິການຄືພວກຂ້າພະເຈົ້າ. ແຕ່ຄວາມໝາຍ ແລະ ຄວາມພູມໃຈນັ້ນ ຍິ່ງໄດ້ທະວີຄູນເມື່ອພວກຂ້າພະເຈົ້າໄດ້ຮັບຄຳອວຍພອນ ແລະ ການລະດົມກຳລັງໃຈຢ່າງຫຼວງຫຼາຍຈາກທ່ານຜູ້ຟັງ, ຜູ້ອ່ານຂອງລາຍການ ກໍຄືຂອງ VOV5.
ເອື້ອຍ ດາລາວັນ - ຜູ້ຟັງລາຍການພາກພາສາ ລາວໄດ້ ສົ່ງຄຳອວຍພອນມາຍັງລາຍການ ຢາກຂໍໃຫ້ລາຍການພາກພາສາລາວ ກໍຄື VOV ນັບມື້ນັບມີຄວາມພັດທະນາ, ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ.
ສ່ວນທ່ານ ວຽງຄຳ ໄດ້ຂຽນມາວ່າ: ເນື່ອງໃນໂອກາດນີ, ຂໍອວຍພອນໃຫ້ນັກຂ່າວ, ບັນນາທິການພາກສາສາລາວ ກໍຄື VOV ຈະມີສຸຂະພາບແຂງແຮງ, ປະສົດຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ເປັນຜູ້ຜະລິດບັນດາລາຍການດີໆແບບນີ້ ໃຫ້ແກ່ຜູ້ຟັງຕະຫຼອດໄປ, ພິເສດແມ່ນບັນດາລາຍການກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ.
ທ່ານຜູ້ຟັງ Diego Echeverri ມາຈາກ ໂກລົມເບຍ ໄດ້ແບ່ງປັນວ່າ: “ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາລາຍການວິທະຍຸສາກົນ ເຊິ່ງຂ້າພະເຈົ້າມັກທີ່ສຸດ. ຂ້າພະເຈົ້າຫວັງວ່າ, ມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະມາຢາມ VOV.”
ບັນດາອາລົມຈິດຄວາມຮັກແພງ ແລະ ຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ໄດ້ເພີ່ມແຫຼ່ງກໍາລັງໃຈແກ່ພາລະກິດທີ່ເຕັມໄປດ້ວຍຄວາມລຳບາກ, ສິ່ງທ້າທາຍນາໆປະການ ແຕ່ໃນນັ້ນກໍມີຄວາມພາກພູມໃຈຂອງພວກຂ້າພະເຈົ້າ, ເມື່ອໄດ້ເປັນຂົວຕໍ່ນຳ ຫວຽດນາມ ອອກສູ່ໂລກ ແລະ ເປັນທີ່ຮູ້ຈັກຂອງເພື່ອນມິດສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຕິດຕາມ, ສະໜັບສະໜູນບັນດາລາຍການຂອງ VOV ໃນໄລຍະຈະມາເຖິງ.
ທິມບານເຕະ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກສຸດທ້າຍຂອງ World cup ອາຊີ 2022 |
ນອກຈາກບັນດາຄຳອວຍພອນອັນດີງາມເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລ້ວ, ໃນອາທິດຜ່ານມາ, ລາຍການກະຈາຍສຽງ ກໍຄື VOV5 ຍັງໄດ້ຮັບຄຳອວຍພອນຕໍ່ຜົນງານຂອງທິມບານເຕະ ຫວຽດນາມ ໃນຮອບຄັດເລືອກ World cup ອາຊີ 2022 ອີກດ້ວຍ. ເພື່ອນ ອຸເທ່ ຢູ່ນະຄອນຫຼວງວຽງຈັນ ໄດ້ແບ່ງປັນຄວາມຮູ້ສຶກ ພາຍຫຼັງນັດແຂ່ງຂັນ ລະຫວ່າງທິມບານເຕະ ຫວຽດນາມ ກັບ ທິມບານເຕະ UAE - ເຊິ່ງເປັນຄູ່ແຂ່ງທີ່ແຂງໃນສາຍ, ນອນໃນ Top ແຖວໜ້າຂອງທະວີບ. ເພື່ອນໄດ້ຂຽນມາວ່າ:
“ຄວາມສາມາດໃນກິລາປະເພດບານເຕະ ຫວຽດນາມ ນັບມື້ນັບມີຄວາມກ້າວໜ້າ, ພິເສດ ແມ່ນພາຍໃຕ້ການນຳພາຂອງຄູຝຶກ Park Hang Seo. ທິມບານເຕະ ຫວຽດນາມ ສາມາດຍາດໄດ້ໄຊຊະນະຕໍ່ທິມບານເຕະ ອິນໂດເນເຊຍ ແລະ ມາເລເຊຍ. ການແຂ່ງຂັນລະຫວ່າງ ທິມບານເຕະ ຫວຽດນາມ ແລະ UAE ໄດ້ນຳມາເຊິ່ງຄວາມຮູ້ສຶກ ແລະ ອາລົມຈິດຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ. ເຖິງວ່າ ທິມບານເຕະ UAE ຈະຍິງເຂົ້າປະຕູນຳໄປກ່ອນ 3 ລູກກໍຕາມ ແຕ່ຫຼັງຈາກນັ້ນ ດ້ວຍຄວາມມານະພະຍາຍາມ, ນ້ຳໃຈອົງອາດກ້າແກ່ນ ແລະ ການອຸທິດສ່ວນດ້ວຍສຸດຄວາມສາມາດ, ທິມບານເຕະ ຫວຽດນາມ ໄດ້ສຸມກຳລັງຂຶ້ນມາບຸກ ແລ້ວນຳຂຶ້ນມາເປັນ 2 – 3 ປະຕູ ແລະ ຖ້າຫາກວ່າໂຊກດີກວ່າໜ້ອຍໜຶ່ງ, ທິມຊາດ ຫວຽດນາມ ກໍສາມາດຕີສະເໝີໄດ້ແລ້ວ. ເລື່ອງ ທິມຊາດ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກສຸດທ້າຍຂອງ World cup ອາຊີ 2022 ແມ່ນສົມກັບຄວາມມານະພະຍາຍາມ ແລະ ນ້ຳໃຈຂອງຜູ້ຊົມຜູ້ເຊຍ, ເຮົາກໍມີສິດທີ່ຈະຕັ້ງຄວາມຫວັງວ່າ ທິມຊາດ ຫວຽດນາມ ຈະສ້າງປະຕິຫານໃນຮອບຄັດເລືອກສຸດທ້າຍນີ້. ຂ້າພະເຈົ້າເຊື່ອວ່າແນວນັ້ນ”.
(ສຽງເອື້ອຍ ຈັນສີດາ ອິນຄະວິໄລ)
ລາຍການສົ່ງຂໍ້ຄວາມເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ໂດຍ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ ແລະ ການສຶ່ສານ ຫວຽດນາມ ປຸກລະດົມໃນຕອນບ່າຍວັນທີ 3 ມິຖຸນາ ແລະ ໄລ່ຮອດຕອນແລງວັນທີ 21 ມິຖຸນາ, ຜູ້ນຳໃຊ້ການບໍລິການຂອງບັນດາເຄືອຂ່າຍໂທລະສັບ ຫວຽດນາມ ໄດ້ປະກອບສ່ວນຈຳນວນເງິນຫຼາຍກວ່າ 91,8 ຕື້ດົ່ງ ເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ.
ເມື່ອໄດ້ອ່ານຂໍ້ມູນຂ່າວດັ່ງກ່າວ, ທ່ານຜູ້ຟັງ ຊື່ວ່າ ດາວວຽງ ໄດ້ແບ່ງປັນມາວ່າ ທ່ານມີຄວາມປະທັບໃຈຕໍ່ຮູບແບບລະດົມກຳລັງຊ່ວຍເຫຼືອກອງທຶນວັກຊິນຜ່ານການສົ່ງຂໍ້ຄວາມຂອງ ຫວຽດນາມ ທີ່ສຸດ ແລະ ທ່ານບໍ່ຄິດເລີຍວ່າ ຜ່ານຮູບແບບດັ່ງກ່າວ ຈະສາມາດລະດົມມາໄດ້ຈຳນວນເງິນຫຼາຍຄືແນວນັ້ນ.
ພວກຂ້າພະເຈົ້າກໍມີຄວາມຕື້ນຕັນໃຈທີ່ສຸດ ເມື່ອບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ ລາວ ໄດ້ໃຫ້ການຊ່ວຍເຫຼືອ ແລະ ປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ, ເປັນຕົ້ນແມ່ນ ກະຊວງປ້ອງກັນປະເທດ ລາວ ຊ່ວຍເຫຼືອ 200.000 USD, ກຸ່ມບໍລິສັດ UNITEL ປະກອບສ່ວນ 200 ລ້ານກີບ ແລະ ກຸ່ມບໍລິສັດ ພົງຊັບທະວີ ປະກອບສ່ວນ 500.000 USD. ເຖິງວ່າ, ປັດຈຸບັນ ປະເທດ ລາວ ກໍພວມປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ກໍຕາມ ແຕ່ກໍຍັງແບ່ງປັນຄວາມຫຍຸ້ງຍາກ ແລະ ສະຫງວນນ້ຳຈິດມິດໃຈອັນພິເສດນີ້ໃຫ້ແກ່ ຫວຽດນາມ. ນີ້ແມ່ນການກະທຳອັນຈົບງາມ ແລະ ມີຄວາມໝາຍທີ່ສຸດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ມາຮອດຈຸດເວລານີ້, ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາກໍຈະສິ້ນສຸດລົງແລ້ວ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.




