logo

ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ປະ​ກອບ​ແຫຼ່ງ​ກຳ​ລັງ ແລະ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສ້າງ​ພື້ນ​ຖານ​ການ​ສຶກ​ສາ​ເປີດ

2021/6/18 | 10:37:00
(VOVWORLD) -     ວັນທີ 17 ມິຖຸນາ, ສະພາລັດຖະມົນຕີກະຊວງການສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຈັດຕັ້ງກອງປະຊຸມຄັ້ງທີ 51 (SEAMEC) ແລະ ກອງປະຊຸມສົນທະນາຍຸດທະສາດການສຶກສາ ຄັ້ງທີ 5 (SDEM 5). ທ່ານລັດຖະມົນຕີກະຊວງການສຶກສາ ແລະ ບຳລັງສ້າງ ຫວຽດນາມ ຫງວຽນກິມເຊີນ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ຢູ່ກອງປະຊຸມ.
ກອງປະຊຸມ ສະພາລັດຖະມົນຕີກະຊວງການສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 51

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ແບ່ງປັນກ່ຽວກັບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ການສຶກສາ ຢູ່ ຫວຽດນາມ ແລະ ບັນດາມາດຕະການຮັບມື ທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານກໍໃຫ້ຮູ້ວ່າ ບຸລິມະສິດຍຸດທະສາດຂອງຂະແໜງການສຶກສາ ຫວຽດນາມ ແມ່ນ ສ້າງໂປແກຼມຕ່າງໆທີ່ໜູນຊ່ວຍການຮຽນຢູ່ເຮືອນ, ການຮຽນແບບທາງໄກ, ລະບົບການຮ່ຳຮຽນປະສົມປະສານລະຫວ່າງການຮຽນໂດຍກົງ ກັບການຮຽນຈາກທາງໄກ.  ໃນນັ້ນ ຈະຊຸກຍູ້ການຄົ້ນຄວ້າ, ນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຢີຫຼ້າສຸດເຂົ້າໃນການສຶກສາ, ຍູ້ແຮງການຮ່ວມມືຢ່າງຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ ແລະ ບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ໃນວິວັດການຫັນການສຶກສາເປັນດີຈີຕອນ.

        ໂດຍຕີລາຄາສູງບັນດາຜົນງານ ແລະ ຜົນສຳເລັດຂອງ ສະພາລັດຖະມົນຕີການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມວັນຜ່ານມາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມທີ່ວ່າ ຈະປະກອບແຫຼ່ງກຳລັງ ແລະ ຮ່ວມເດີນທາງພ້ອມກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສ້າງພື້ນຖານການສຶກສາເປີດ, ຊຸກຍູ້ບັນດາຂໍ້ລິເລີ່ມ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານການສຶກສາມີຄຸນນະພາບ, ຮັບປະກັນບໍ່ປະໃຫ້ມີນັກຮຽນຖືກຕົກຢູ່ເບື້ອງຫຼັງ.  

ທູຮັ່ງ


TAG
VOV/VOVworld/ລັດ​ຖະ​ມົນ​ຕີ/ກະ​ຊວງ​ສຶ​ກ​ສາ/ການ​ສຶກ​ສາ​ເປີດ/ອາ​ຊ​ຕີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ