logo

ງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ປີ 2018

2018/6/25 | 11:25:00
(VOVWORLD) -ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.
ທີ່ການປະຊຸມຂ່າວ

ຕອນບ່າຍວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ກະຊວງປ້ອງກັນປະເທດຫວຽດນາມສົມທົບກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງປ້ອງກັນປະເທດລາວ ຈັດຕັ້ງການປະຊຸມຂ່າວ ເພື່ອແຈ້ງໃຫ້ຊາບກ່ຽວກັບງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018.

        ດ້ວຍຫົວຂໍ້ວ່າ “ຮ່ວມມື, ມິດຕະພາບ ແລະພັດທະນາ”, ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ແມ່ນການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

        ງານຕະຫຼາດນັດມີການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ວິສາຫະກິດສອງປະເທດ ຫວຽດນາມ - ລາວ ກວ່າ 120 ແຫ່ງ, ດ້ວຍຮ້ານວາງສະແດງ ກວ່າ  200 ຮ້ານ ໄດ້ແນະນຳຮູບພາບກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ແລະ ຮູບພາບກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການອອກແຮງງານດຳເນີນການຜະລິດ, ສ້າງເສດຖະກິດ ແລະ ສ້າງສາປະເທດຊາດ. ງານຕະຫຼາດນັດຈະດຳເນີນແຕ່ວັນທີ 28 ມິຖຸນາ - 2 ກໍລະກົດ 2018 ຢູ່ສູນການຄ້າລາວ Itec ທີ່ນະຄອນຫຼວງວຽງຈັນ.


TAG
VOV/VOVworld/ງານ​ຕະຫຼາດ​ນັດ​/ສູນ​ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ