logo

ງານ​ຕະຫຼາດ​ນັດ​ລະ​ດູ​ບານໃໝ່ 2026 ​ດຳ​ເນີນ​ຢ່າງຟົດ​ຟື້ນ​​ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງສິ​ລະ​ປະ​ຮັບ​ໃຊ້​ປະ​ຊາ​ຊົນ

2026/2/10 | 09:12:20
(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 02 – 03 ກຸມພາ ຢູ່ສູນວາງສະແດງ ຫວຽດນາມ (ທີ່ດົງແອັງ, ຮ່າໂນ້ຍ), ງານຕະຫຼາດນັດລະດູບານໃໝ່ປີ 2026 ບໍ່ພຽງແຕ່ແມ່ນແຫ່ງຊື່ເຄື່ອງຂອງໃນໂອກາດບຸນປີໃໝ່ເທົ່ານັ້ນ ຫາກຍັງແມ່ນເຂດວັດທະນະທຳ - ສິລະປະຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼາຍອີກດ້ວຍ. 
ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼວງຫຼາຍແມ່ນລາຍການສະແດງຂັບ ກວານຮໍ້ ບັກນິງ  (ພາບ: TTXVN)

ໃນໄລຍະດຳເນີນງານຕະຫຼາດນັດ, ເລີ່ມແຕ່ວັນທີ 03 ກຸມພາ, ແຕ່ລະມື້ຈະຈັດ 3 ລາຍການສະແດງສິລະປະ. ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນຫຼວງຫຼາຍແມ່ນລາຍການສະແດງຂັບ ກວານຮໍ້ ບັກນິງ ຂອງບັນດານັກສິລະປະກອນ ດ້ວຍທຳນອງເພງທີ່ນິ້ມນວນອ່ອນຫວານ ໃນບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດ ທິດເໜືອເມືອງຫຼວງທັງລອງ ໃນເມື່ອກ່ອນ. ທ່ານ ເຢືອງດຶກຖັງ, ຮອງປະທານສະໂມສອນຂັບກວານຫໍ້  ຮວ່າຍຈູງ (ຕາແສງ ຕຽນຢູ, ບັກນິງ), ແບ່ງປັນວ່າ:

“ນັບແຕ່ວັນທີ 2 ຫາວັນທີ 13 ກຸມພາ, ຄະນະມີສະມາຊິກ 12 ຄົນ, ໃນນັ້ນ ມີນັກສິລະປະກອນສະແດງວັດທະນະທຳກວານຫໍ້ 10 ຄົນ. ຄວາມມຸ່ງມາດປາດຖະໜາຂອງພວກຂ້າພະເຈົ້າແມ່ນນຳສຽງຂັບ, ສຽງເພງ, ວັດທະນະທຳກວານຫໍ້ເຖິງໝູ່ມະຫາຊົນເປັນຈຳນວນຫຼວງຫຼາຍ”.

ໄປຄຽງຄູ່ກັບການຂັບກວານຫໍ້, ຍັງມີຫຼາຍຮູບແບບສິລະປະພື້ນເມືອງ ແລະ ທັນສະໄໝອື່ນໆກໍໄດ້ຮັບການສະແດງ, ປະກອບສ່ວນສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ແກ່ງານຕະຫຼາດນັດ, ເຊີດຊູຄຸນຄ່າວັດທະນະທຳຂອງຊາດ ຫວຽດນາມ ແລະ ຮັບໃຊ້ຄວາມຕ້ອງການຊົມໃຊ້ສິລະປະຂອງປະຊາຊົນໃນຊຸມວັນຕົ້ນລະດູບານໃໝ່.


 

TAG
VOV/VOVworld/ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່​ປີ 2026/ຂັບ​ກວານ​ຫໍ້​ບັກ​ນິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ