logo

ງານ​ຕະຫຼາດນັດ ອາຊຽນ - ຈີນ ຄັ້ງ​ທີ 17 ຈະ​ດໍາ​ເນີນ​ໃນ​ລະຫວ່າງ​ວັນ​ທີ 27 – 30 ພະຈິກ

2020/9/16 | 10:43:28
(VOVWORLD) -        ຄະນະເລຂານຸການ ງານຕະຫຼາດນັດ ອາຊຽນ - ຈີນ ໄດ້ແຈ້ງໃຫ້ຊາບວ່າ ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 (CAEXPO 2020) ຈະດໍາເນີນໃນລະຫວ່າງວັນທີ 27 – 30 ພະຈິກ ຢູ່ແຂວງໜານໜິງ, ແຂວງກວາງຊີ ຈີນ ພາຍໃຕ້ຮູບແບບຖ່າຍທອດສົດ ແລະ ອອນລາຍ.
ພິທີໄຂງານຕະຫຼາດນັດ ອາຊຽນ - ຈີນ ປີ 2019 (ພາບປະກອບ:ຄະນະເລຂານຸການ ງານຕະຫຼາດນັດ ອາຊຽນ - ຈີນ)  

        ງານຕະຫຼາດນັດປີນີ້ ໄດ້ປິນອ້ອມຫົວຂໍ້ ເສດຖະກິດດີຈີຕອນ ເພາະວ່າປີ 2020 ໄດ້ກໍານົດວ່າແມ່ນປີຮ່ວມມືເສດຖະກິດດີຈີຕອນລະຫວ່າງ ອາຊຽນ - ຈີນ. ບັນດາການເຄື່ອນໄຫວຫຼັກໆໃນຂອບເຂດງານຕະຫຼາດນັດ ລວມມີ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ - ຈີນ, ບັນດາເວທີປາໄສຂັ້ນສູງ ແລະ ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ກໍຈະຖືກຈັດຂຶ້ນກັບບ່ອນ ແລະ ຜ່ານທາງອອນລາຍ. ງານຕະຫຼາດນັດປີນີ້ ຈະສືບຕໍ່ສ້າງບັນດາເຂດວາງສະແດງຕາມຫົວເລື່ອງ ເປັນຕົ້ນແມ່ນ ການຄ້າຂາຍສິນຄ້າ, ເຂດວາງສະແດງສະເພາະບັນດາປະເທດ ອາຊຽນ ແລະ ຈີນ, ສຸມໃສ່ແນະນໍາເຄື່ອງຈັກ, ອຸປະກອນເອກເລັກໂຕນິກ, ເຄື່ອງເຢັນ, ວັດສະດຸກໍ່ສ້າງ ປະເພດຕ່າງໆ ກໍຄືບັນດາປະເພດສິນຄ້າສະບຽງອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍ ແລະ ບັນດາຜະລິດຕະພັນການບໍລິການຂອງບັນດາປະເທດ ອາຊຽນ.

ບິກທ້ວນ - ນັກຂ່າວ VOV ປະຈໍາ ຈີນ

TAG
VOV/VOVworld/ເສດຖະກິດດີຈີຕອນ/ງານ​ຕະຫຼາດນັດ ອາຊຽນ - ຈີນ/CAEXPO 2020

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ