|
ພາບບັນຍາກາດງານບຸນພາວະນາຂໍໃຫ້ຊາວປະມົງມີລະດູການຫາປາໄດ້ຫຼາຍ ຢູ່ ດິ່ງດິ້ງ |
![]() |
| ໃນຊຸມວັນນີ້, ຊາວປະມົງຢູ່ແຄມທະເລ ບິ່ງດິ້ງ ມີຄວາມຟ້າວຟັ່ງຫ້າວຫັນ ຈັດຕັ້ງງານບຸນພາວະນາຂໍໃຫ້ຊາວປະມົງມີລະດູການຫາປາໄດ້ຫຼາຍ (ຫຼືເອີ້ນວ່າ ພິທີໄຫວ້ບູຊາ ປາວານ - ບູຊາເຈົ້າ ນາມຫາຍ) ເຊິ່ງແມ່ນພິທີກຳມູນເຊື້ອທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳພື້ນເມືອງຢູ່ເຂດທະເລ. |
![]() |
| ພິທີໄຫວ້ບູຊາ ປາວານ ມີແຕ່ນັບຮ້ອຍປີມາແລ້ວ ເຊິ່ງຕິດພັນກັບຊີວິດຊາວປະມົງແຄມທະເລ ບິ່ງດິ້ງ. |
![]() |
| ພິທີໄຫ້ວບູຊາ ປາວານໄດ້ດຳເນີນຢູ່ຫຼາຍໝູ່ບ້ານຫາປາທີ່ ບິ່ງດິ້ງ. |
![]() |
| ພິທີໄຫວ້ບູຊາ ປາວານ ທຳມະດາຈະແກ່ຍາວແຕ່ 2 – 3 ວັນ, ໃນຊຸມວັນຕົ້ນປີໄລ່ຕາມຈັນທະປະຕິທິນ ແລະ ອີງຕາມເງື່ອນໄຂຂອງດິນຟ້າອາກາດ. |
![]() |
| ພິທີໄຫວ້ບູຊາ ປາວານ ຍາມໃດກໍ່ມີເຄື່ອງບູຊາຄົບທຸກຢ່າງ ແລະ ໄດ້ດຳເນີນຖືກຕ້ອງຕາມພິທີກຳຂອງເມື່ອກ່ອນ, ມີກອງ, ຄ້ອງ, ທິມເສບດົນຕີພິທີກຳ ແລະ ມີທິມຟ້ອນສິງໂຕ, ຟ້ອນມັງກອນ. |
![]() |
| ຊາວໜຸ່ມໝູ່ບ້ານໄດ້ເຂົ້າຮ່ວມທິມຟ້ອນ ເງືອມເຮົ່າ ແລະ ຂັບແທນ ບ່າຈ້າວ. |
![]() |
| ໃນພິທີໄຫວ້ບູຊາ, ຊາວປະມົງໄດ້ແຕ່ງກາຍເປັນເທລະດາ/ເຈົ້າທະເລອື່ນໆ ເພື່ອພາວະນາຂໍໃຫ້ຄ້ຳຊູ, ປົກປ້ອງ ແລະ ຂັບໄລ່ຜີສາງນາງຮ້າຍ. |
![]() |
| ແຕ່ລະພິທີກຳໃນພິທີໄຫວ້ບູຊາ ປາວານ ລ້ວນແຕ່ມີຄວາມໝາຍລັກສະນະສະເພາະ ສະແດງໃຫ້ເຫັນຄວາມຫຼາຍຮູບຫຼາຍແບບທາງດ້ານວັດທະນະທຳຂອງໝູ່ບ້ານປະມົງຢູ່ ບິ່ງດິ້ງ. |
![]() |
| ພິທີໄຫວ້ບູຊາຍັງຕິດພັນກັບພິທີແຫ່ເທວະດາອອກສູ່ທະເລ ເພື່ອໄປທ່ຽວຊົມຮອບໜຶ່ງ ໂດຍສະແດງອອກເຖິງຄວາມກົມກຽວລະຫວ່າງ ມະນຸດ ແລະ ທະເລ. ນີ້ແມ່ນພິທີທີ່ມີຄວາມເປັນກຽດ, ສ້າງບັນຍາກາດທີ່ສັກສິດທ່າມກາງແມ່ນ້ຳ. |
![]() |
| ຊາວປະມົງນັບແຕ່ຜູ້ເຖົ້າຜູ້ແກ່ຈົນຮອດເດັກນ້ອຍລ້ວນແຕ່ເຊື່ອມຕົວເຂົ້າກັບບັນຍາກາດຂອງພິທີ. |
![]() |
| ພິທີໄຫວ້ບູຊາ ປາວານ ມີມາແຕ່ນັບຮ້ອຍປີແລ້ວ ແຕ່ເຂົາເຈົ້າຍັງຮັກສາໄວ້ຢ່າງໝັ້ນຄົງ ບໍ່ຖືສູນຫາຍໄປ. ປີ 2022, ພິທີໄຫວ້ບູຊາ ປາວາບນ ຢູ່ໝູ່ບ້ານປະມົງ ເຍິນລີ (ນະຄອນ ກຸຍເຍິນ) ໄດ້ຮັບຮອງເອົາແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ສ້າງຄຸນຄ່າແບບຍືນຍົງຂອງງານບຸນໃນການດຳລົງຊີວິດທາງດ້ານວັດທະນະທຳປະຊາຄົມ. |
![]() |
| ພິທີໄຫ້ວບູຊາ ປາວານ ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານວັດທະນະທຳ, ຄວາມເຫຼື້ອມໄສເຊື່ອຖືເທົ່ານັ້ນ ຫາກຍັງແມ່ນພິທີກຳພື້ນເມືອງທີ່ມີຊີວິດຊີວາ, ແມ່ນສະຖານທີ່ເຕົ້າໂຮມຂອງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີ ແລະ ຄວາມຄາດຫວັງໃນການທຳມາຫາກິນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຢູ່ບັນດາໝູ່ບ້ານປະມົງທ້ອງຖິ່ນ. |




