logo

ງານບຸນແຂ່ງຂັນແຕ້ມໃສ່ໂຕຄວາຍເປັນເອກະລັກສະເພາະທີ່ງານບຸນລົງນາ ດ້ອຍເຊີນ

2026/2/23 | 10:50:04
(VOVWORLD) - ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ.
ນັກແຕ້ມພວມແຕ້ມໃສ່ໂຕຄວາຍ
(ພາບ: TTXVN)

        ວັນທີ 22 ກຸມພາ (ກົງກັບວັນທີ 06 ເດືອນຈຽງປີມະເມຍ), ຢູ່ເຂດທົ່ງນາ ດ້ອຍຕິນ, ສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ຕຽນເຊີນ ໄດ້ຈັດງານບຸນແຕ້ມປະດັບປະດາໃສ່ໂຕຄວາຍທີ່ງານບຸນລົງນາ ດ້ອຍເຊີນ ປີ 2026.

        ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ. ຫົວຂໍ້ເຊິ່ງບັນດານັກແຕ້ມສຸມໃສ່ແຕ້ມໃສ່ໂຕຄວາຍ ເປັນຕົ້ນແມ່ນກ່ຽວຂ້ອງເຖິງສັດມົງຄູນໂຕມ້າ, ຊົມເຊີນພັກ, ຊົມເຊີຍລະດູບານໃໝ່, ບ້ານເກີດເມືອງນອນ, ປະເທດຊາດປ່ຽນແປງໃໝ່…

        ຄວາຍທີ່ໄດ້ຮັບລາງວັນໃນງານບຸນນີ້ຈະເຂົ້າຮ່ວມພິທີລົງນາໃນວັນທີ 23 ກຸມພາ (ກົງກັບວັນທີ 07 ເດືອນຈຽງ ປີມະເມຍ). ນີ້ແມ່ນພາກສ່ວນສຳຄັນຂອງງານບຸນລົງ ນາ ດ້ອຍເຊີນ, ສະແດງໃຫ້ເຫັນຄວາມປາດຖະໜາວ່າ ປີໜຶ່ງດິນຟ້າອາກາດເອື້ອອຳນວຍສະດວກ, ລະດູການເກັບກຽວໄດ້ຮັບຜົນດີ.

TAG
VOV/VOVworld/​ງານ​ບຸນ/​​ລົງ​ນາ/ສະ​ດວກ/ລະ​ດູ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ