logo

ງານບຸນ ໂພນ ດົງດາ ລະນຶກເຖິງວິລະກຳອັນສະຫງ່າລາສີຂອງຊາດ

2025/2/2 | 11:00:00
(VOVWORLD) - ງານບຸນ ໂພນ ດົງດາ ຍັງແມ່ນໂອກາດເພື່ອປຸກລຸກນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ຄວາມນັບຖືຂອງແຕ່ລະຄົນ.
(ງານບຸນ ໂພນ ດົງດາ ແມ່ນໂອກາດເພື່ອປຸກລຸກນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ຄວາມນັບຖືຂອງແຕ່ລະຄົນ)

ງານບຸນສະເຫຼີມສະຫຼອງວັນໄຊຊະນະ ງອັກໂຮ່ຍ - ດົງດາ, ຫຼືຍັງໄດ້ເອີ້ນວ່າງານບຸນ ໂພນ ດົງດາ, ໄດ້ຈັດຂຶ້ນໃນວັນທີ 5 ບຸນເຕັດ ຫວຽດນາມ ຂອງທຸກໆປີ ເພື່ອອາໄລຫາຈົດຈ່ຳເຖິງບຸນຄຸນອັນໃຫຍ່ຫຼວງຂອງນັກວິລະຊົນ ກວາງຈຸງ - ຫງວຽນເຫວ້ , ພ້ອມກັບນາຍທະຫານ, ກອງກຳລັງລຸກຮື້ຂຶ້ນ ໄຕເຊີນ ແລະ ປະຊາຊົນໃນສະໄໝນັ້ນ, ໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານສັດຕູພາຍນອກເຂົ້າມາຮຸກຮານ, ປົກປັກຮັກສາພື້ນຖານເອກະລາດຂອງຊາດ. ນີ້ກໍແມ່ນໜຶ່ງໃນບັນດາວັນບຸນປະເພນີໃຫຍ່ທີ່ສຸດຂອງນະຄອນ ຮ່າໂນ້ຍ, ເຊິ່ງໄດ້ຟື້ນຟູປະຫວັດສາດອັນສະຫງ່າອົງອາດ ແລະ ບັນດາຜົນງານອັນສະຫງ່າລາສີຂອງຊາດ.

ງານບຸນ ໂພນ ດົງດາ ແມ່ນງານບຸນປະເພນີທີ່ໄດ້ຈັດຂຶ້ນໃນຍາມຕົ້ນລະດູບານໃໝ່ຢູ່ໂພນ ດົງດາ, ເຊິ່ງເປັນສະຖານທີ່ທ່ອງທ່ຽວປະຫວັດສາດຕັ້ງຢູ່ຖະໜົນ ໄຕເຊີນ, ຂຶ້ນກັບຕາແສງ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ. ນີ້ແມ່ນສະຖານທີ່ທີ່ໄດ້ທຳການຕໍ່ສູ້ຂອງຊາດ ຫວຽດນາມ ກັບພວກທະຫານ ແທັງ ທີ່ເຂົ້າມາຮຸກຮານໃນປີ 1789. ໃນເວລານັ້ນ, ຜູ້ຂຶ້ນຄອງບັນລັງເຈົ້າຊີວິດ ແມ່ນນັກວິລະຊົນ ກວາງຈຸງ - ຫງວຽນເຫວ້ ໄດ້ອອກຄຳສັ່ງໃຫ້ທະຫານເດີນທາງໄປພາກເໜືອເພື່ອຍາດເອົາເອກະລາດຂອງຊາດ.

ງານບຸນປະກອບດ້ວຍສອງພາກແມ່ນ ພິທີກຳ ແລະ ງານບຸນ. ໃນນັ້ນ, ພາກພິທີກຳດຳເນີນໄປແຕ່ເວລາ 6 ໂມງເຊົ້າ ດ້ວຍຫຼາຍພິທີທີ່ສັກສິດຕາມຮີດຄອງປະເພນີທີ່ມີມາແຕ່ດົນນານ.

 “ຂ້າພະເຈົ້າເຫັນວ່າ ງານບຸນມີຄວາມສະຫງ່າຜ່າເຜີຍ, ປີໃດຂ້າພະເຈົ້າກໍ່ເຂົ້າຮ່ວມ. ຂ້າພະເຈົ້າມີອາຍຸສູງແລ້ວ, ພຽງແຕ່ຢາກເຂົ້າຮ່ວມພາກພິທີກຳເພື່ອບູຊາຟ້າ, ບູຊາພະພຸດທະເຈົ້າ, ຫຼັງຈາກນັ້ນກໍ່ເຮັດພິທີໃຫ້ເຈົ້າຊີວິດ ກວາງຈຸງ, ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ”.

 “ງານບຸນຈັດຂຶ້ນຢ່າງໃຫຍ່ໂຕ ແລະ ຟົດຟື້ນ; ຂ້າພະເຈົ້າໄດ້ເຂົ້າຮ່ວມທຸກໆປີ. ຂ້າພະເຈົ້າ ເຫັນວ່າການຈັດງານແມ່ນຂະຫນາດໃຫຍ່ແລະ ປະຊາຊົນຈາກທົ່ວທຸກແຫ່ງໄດ້ມຸ່ງໄປສູ່ງານບຸນ”.

ພາຍຫຼັງພິທີກຳ, ພາກງານບຸນໄດ້ເປີດສາກດ້ວຍການສະແດງຕີກອງທີ່ຟົດຟື້ນຢູ່ຕີນອະນຸສາວະລີເຈົ້າຊີວິດ ກວາງຈຸງ. ການສະແດງ “ກອນລຳປະຫວັດສາດ” ວາດພາບຄືນໄຊຊະນະ ງອັກໂຮ່ຍ - ດົງດາ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຕິດຕາມເປັນຈຳນວນຫຼວງຫຼາຍ.

ນີ້ແມ່ນການສະແດງສິລະປະ ທີ່ເຂັ້ມຂຸນໄປດ້ວຍສີສັນວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ ເພື່ອແນໃສ່ເຊີດຊູຈິດໃຈຕໍ່ສູ້ ແລະ ສ້າງບັນຍາກາດຟົດຟື້ນໃນປີໃໝ່. ເຂົ້າຮ່ວມການສະແດງລະຄອນ “ກອນລຳປະຫວັດສາດ”, ນັກສະແດງ ຫວູແມ້ງລິງ, ໂຮງລະຄອນ ຕ່ວງ ຫວຽດນາມ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ດີໃຈທີ່ໄດ້ສະແດງເປັນເຈົ້າຊີວິດ ກວາງຈຸງ, ເຊິ່ງແມ່ນນັກວິລະຊົນຂອງຊາດ. ຜ່່ານນັ້ນ, ກໍ່ນຳພາກສະແດງທີ່ມີວາມໝາຍຫຼາຍຢ່າງມາໃຫ້ປະຊາຊົນ ພ້ອມກັບແຂກທ່ອງທ່ຽວຢູ່ທົ່ວທຸກສາລະທິດ”.

ພາກສະແດງດັ່ງກ່າວແມ່ນເຂັ້ມຂຸ້ນໄປດ້ວຍວັດທະນະທຳສິລະປະ, ສ້າງບັນຍາກາດອັນສະຫງ່າອົງອາດ, ເຊີດຊູຈິດໃຈຂອງຊາດ, ສ້າງຄວາມຕື່ນເຕັ້ນໃຫ້ແກ່ ແຂກທ່ອງທ່ຽວ.

 “ການສະແດງມີຄວາມໝາຍປະຫວັດສາດ ເພື່ອໃຫ້ຄົນລຸ້ນລູກລຸ້ນຫຼານຈົດຈຳໄຊຊະນະ ງອັກໂຮ່ຍ - ດົງດາ ຕະຫຼອດໄປ. ຄົນລຸ້ນຕໍ່ໄປຈະສະແດງຄວາມນັບຖືປະຫວັດສາດທີ່ບັນພະບຸລຸດໄດ້ປະໄວ້ໃຫ້”.

 “ຂ້າພະເຈົ້າໄດ້ຮັບຊົມທັງພາກພິທີກຳ ແລະ ການສະແດງຄືນປະຫວັດສາດຂອງການຕໍ່ສູ້ຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ; ຜ່ານນັ້ນ, ຂ້າພະເຈົ້າໄດ້ເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບປະຫວັດສາດຂອງຊາດຕົນ. ຜ່ານບັນດາລາຍການສະແດງຄືແນວນີ້, ຂ້າພະເຈົ້າຮູ້ສຶກວ່າ ການຮຽນຮູ້ປະຫວັດສາດຂອງຊາດແມ່ນເຂົ້າເຖິງໄດ້ງ່າຍກວ່າ”.

ຢູ່ອ້ອມເຂດໂພນ ດົງດາ ໄດ້ຈັດການລະຫຼິ້ນພື້ນເມືອງ, ການແຂ່ງຂັນໝາກຮຸກມະນຸດ, ການແຂ່ງຂັນໝາກຮຸກຈີນ… ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນຜູ້ເຂົ້າຮ່ວມງານບຸນ. ພ້ອມກັນນັ້ນ, ກໍ່ແມ່ນບັນດາລາຍການສະແດງສິລະປະ, ຟ້ອນຕຸກກະຕານ້ຳ, ຂັບ ກວານເຫາະ... ຕິດພັນກັບໄຊຊະນະ ງອັກໂຮ່ຍ - ດົ່ງດາ. ທ່ານນາງ ວູທິແທັງເຮືອງ, ຫົວໜ້າຄະນະຄຸ້ມຄອງສວນສາທາລະນະວັດທະນະທຳ ດົງດາ, ບ້ານ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ບັນດາລາຍການສິລະປະຍັງຄົງຮັກສາສີສັນທີ່ເປັນມູເຊື້ອຂອງຊາດ. ພ້ອມກັນນັ້ນ, ກໍ່ຍັງໄດ້ສະຫຼັບກັບບັນດາລາຍການສະແດງສິລະປະທີ່ທັນສະໄໝແຕ່ຍັງຮັກສາຮີດຄອງປະເພນີໄວ້ໄດ້”.

ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານວັດທະນະທຳປະຫວັດສາດປະຈຳປີເທົ່ານັ້ນ, ງານບຸນ ໂພນ ດົງດາ ຍັງແມ່ນໂອກາດເພື່ອປຸກລຸກນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ຄວາມນັບຖືຂອງແຕ່ລະຄົນ.

TAG
VOV/VOVworld/​ໄຊຊະນະ/​ງອັກ​ໂຮ່ຍ/ດົງ​ດາ/ເຈົ້າ​ຊີວິດ​/​ນັກ​ວິລະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ