logo

ງານວາງສະແດງກ່ຽວກັບການກຳເນີດຂອງເຄື່ອງໝາຍແຫ່ງຊາດຫວຽດນາມຢູ່ຮ່າໂນ້ຍ

2020/8/30 | 06:20:00

(VOVWORLD) -ງານວາງສະແດງວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດ ຫວຽດນາມຂອງຈິດຕະກອນບຸ່ຍຈາງເຈືອກ ພວມ ຈັດຂຶ້ນຢູ່ຫໍພິພິຕະພັນວິຈິດສິນຫວຽດນາມ.

ຕອນເຊົ້າວັນທີ 25 ສິງຫາ, ກົມເອກະສານ ແລະ ສຳເນົາແຫ່ງລັດໄດ້ສົມທົບກັບຫໍພິພິທະພັນວິຈິດສິນຈັດຕັ້ງງານວາງສະແດງ“ ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ - ຈິດຕະກອນບຸ່ຍແທັງເຈືອກ”. ງານວາງສະແດງໄດ້ແນະນຳເອກະສານ, ສຳເນົາເກືອບ 200ຢ່າງກ່ຽວກັບການກຳເນີດຂອງເຄື່ອງໝາຍແຫ່ງຊາດຫວຽດນາມ ແລະ ໃບແຕ້ມຕົ້ນສະບັບກ່ຽວກັບເຄື່ອງ ໝາຍ ແຫ່ງຊາດຂອງຈິດຕະກອນບຸ່ຍແທງເຈືອກ.
ງານວາງສະແດງຖືກຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ
ຕົວຢ່າງເຄື່ອງໝາຍ ແຫ່ງຊາດຂອງຫວຽດນາມໄດ້ ນຳ ໃຊ້ໃນປັດຈຸບັນ.
ທີ່ງານວາງສະແດງ, ມວນຊົນໄດ້ມີໂອກາດໄດ້ຮັບຊົມຄວາມເປັນມາຂອງ ໃບແຕ້ມຕົ້ນສະບັບກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ.
ວາດແຕ້ມເຄື່ອງໝາຍ ແຫ່ງຊາດ 2 ຕົວຢ່າງຂອງປະເທດ ສສ.ຫວຽດນາມ ໂດຍຈິດຕະກອນ ບຸ່ຍຈາງເຈືອກແຕ້ມ.
ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດ ຫວຽດນາມ, ໃບແຕ້ມສີ ມີຮູບດວງອາທິດພວມແຜ່ລັດສະໝີ, ມີແຖບຜ້າໄໝທີ່ອ່ອນນວນ, ຕົ້ນເຂົ້າພວມສຸກເຫຼືອງ ແລະ ຄ້ອນທັ່ງ ສະແດງໃຫ້ເຫັນພື້ນຖານອຸດສາຫະກຳ, ມີດວງດາວຄຳ 5 ກິບ.

                 ບາງຕົວຢ່າງກ່ຽວກັບໃບກຽດຕິມະສັກ, ໃບຄອບຄົວສະຫງ່າລາສີໂດຍຈິດຕະກອນບຸຍຈາງເຈືອກແຕ້ມ.

ວາດແຕ້ມດ້ວຍສໍ້ດຳ ແລະ ບັນດາໃບແຕ້ມສີດ້ວຍແຖວຕົວໜັງສືເຄື່ອງໝາຍແຫ່ງຊາດ “ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ” ດ້ວຍດວງດາວ 5 ກິບ, ປະຕູວິຫານຮຸ່ງ, ຄ້ອນທັ່ງ ແລະ ແຖບຜ້າໄໝສະຫລັບກັບບັນດາຕົ້ນເຂົ້າ.
ໃບແຕ້ມດ້ວຍສໍ້ດຳ ແລະ ໃບແຕ້ມດ້ວຍສີ ກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດດ້ວຍດວງດາວ 5 ກີບຢູ່ເຄິ່ງກາງ, ທົ່ງນາ, ແຖບຜ້າໄໝອ້ອມຮອບ, ຕົ້ນເຂົ້າ, ໂຕຄວາຍ, ເຮືອນ, ສາຍພູແລະ ຄ້ອນທັ່ງ.
ເຄື່ອງໝາຍແຫ່ງຊາດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ.
ບັນດາໃບແຕ້ມເຄື່ອງໝາຍແຫ່ງຊາດລ້ວນແຕ່ແມ່ນບັນດາຜະລິດຕະພັນສິລະປະກຳພິເສດ ແລະ ເປັນເອກະລັກທາງດ້ານຫົວເລື່ອງເນື້ອໃນຮູບການ ແລະ ເປັນຫຼັ້ກຖານນຢັ້ງຢືນຂະບວນວິວັດແຫ່ງການອອກແຮງງານທາງດ້ານສິລະປະຂອງຈິດຕະກອນ ບຸ່ຍຈາງເຈືອກ.
ຜ່ານງານວາງສະແດງ, ຄະນະຈັດຕັ້ງມີຄວາມຫວັງຢ່າງໃຫ້ມວນຊົນ, ພິເສດແມ່ນໄວໜຸ່ມ ມີຄວາມເຂົ້າໃຈຕື່ມກ່ຽວກັບຄວາມ ໝາຍ ຂອງເຄື່ອງໝາຍ ແຫ່ງຊາດຫວຽດນາມ, ຈາກນັ້ນສົ່ງເສີມຄວາມເອກອ້າງທະນົງໃຈແລະເຊີດຊູຊາດຂອງຕົນ.
ແຂກມາຢ້ຽມຊົມຂຽນຄວາມຮູ້ສຶກໃສ່ປື້ມ.

ງານວາງສະແດງຈະແກ່ຍາວຮອດວັນທີ 6 ກັນຍາຈຶ່ງຈະອັດລົງ.

TAG
VOV/VOVworld/ງານວາງສະແດງ/ເຄື່ອງໝາຍຊາດຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ