logo

ງານວາງສະແດງປື້ມອ່ານອາຊຽນ ຢູ່ລາວ

2018/5/10 | 07:12:00
(VOVWORLD) -ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.
ອາຈານແລະນັກສືກສາມາທ່ຽວຊົມງານວາງສະແດງປື້ມເປັນຈຳນວນຫຼວງຫຼາຍ

ວັນທີ 09 ພຶດສະພາ, ທີ່ມະຫາວິທະຍາໄລແຫ່ງຊາດລາວຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນລາຍການພົບປະແລກປ່ຽນບັນດານັກປະພັນວັນນະຄະດີອາຊຽນ ແລະ ງານວາງສະແດງປື້ມອ່ານອາຊຽນ. ເຊິ່ງແມ່ນການເຄື່ອນໄຫວດ້ານວັດທະນະທຳໄດ້ຈັດຕັ້ງເປັນປະຈຳປີ, ລາຍການປີນີ້ ມີການເຂົ້າຮ່ວມຂອງນັກປະພັນວັນນະຄະດີ ເກືອບ 20 ຄົນ ມາຈາກບັນດາປະເທດຄື ສິງກະໂປ, ບຣູໄນ, ໄທ, ອິນໂດເນເຊຍ, ມຽນມາ, ລາວ, ຫວຽດນາມ… ພ້ອມກັບການເຂົ້າຮ່ວມຂອງນັກສຶກສາລາວ ແລະ ຕ່າງປະເທດທີ່ພວມສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວນັບເປັນຮ້ອຍໆຄົນ. ໃນຂອບເຂດລາຍການ, ໄດ້ມີບັນດາກອງປະຊຸມສຳມະນາ,ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.

        ຖ້ານວາງສະແດງປື້ມອ່ານຂອງຫວຽດນາມ ໂດຍມະຫາວິທະຍາໄລວັດທະນະທຳວາງສະແດງ ດ້ວຍຈຳນວນປື້ມກວ່າ 200 ຫົວ, ມີເນື້ອໃນ, ຮູບການສວຍງາມອຸດົມສົມບຸນ, ພາຍຫຼັງສິ້ນສຸດການວາງສະແດງ, ປື້ມທັງໝົດເຫຼົ່ານັ້ນຈະໄດ້ມອບໃຫ້ຫໍສະໝຸດຂອງມະຫາວິທະຍາໄລແຫ່ງຊາດລາວ. ລາຍການພົບປະແລກປ່ຽນ ແລະ ວາງສະແດງປື້ມອ່ານອາຊຽນຈະໄດ້ດຳເນີນຈົນຮອດວັນທີ 11  ພຶດສະພາ.

ໝີບິງ, ນັກຂ່າວຫວຽດນາມປະຈຳ ສປປ.ລາວ


TAG
VOV/VOVworld/​ວາງ​ສະ​ແດງ​ປື້ມ/ອາ​ຊຽນ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ