![]() |
| ເມື່ອບໍ່ດົນມານີ້ ຢູ່ຫໍພິພິທະພັນຮ່າໂນ້ຍ ໄດ້ຈັດງານວາງສະແດງຜ້າເສດ ສີສັນແຫ່ງມານະຈິດຊີວິດທີ່ເຂັ້ມແຂງ ແນະນຳພາບສິລະປະ 40 ແຜ່ນດ້ວຍຫົວຂໍ້ ພາບພື້ນເມືອງຫວຽດນາມ, ພາບເຄິ່ງຄີງວິລະບຸລຸດ, ທິວທັດທຳມະຊາດ… |
![]() |
| ສິ່ງທີ່ໜ້າປະຫຼາດໃຈ ແມ່ນພາບສິລະປະເຫຼົ່ານີ້ ຖືກເຮັດຈາກຜ້າເສດ ໂດຍສອງຝາມືອັນຄ້ອງແຄ້ວຂອງຄົນພິການ ຂອງສະຫະກອນ ວ້ານຝຸກຮ່າໂນ້ຍ |
![]() |
| ງານວາງສະແດງໂດຍຫໍພິພິທະພັນຮ່າໂນ້ຍ ສົມທົບກັບ ສະຫະກອນ ຫວູ້ນ Art ຈັດຕັ້ງຂຶ້ນແນໃສ່ມຸ່ງໄປສູ່ການເຄື່ອນໄຫວທີ່ແທດຈິງ ແຜ່ກະຈາຍຄຸນຄ່າອັນດີງາມກ່ຽວກັບມານະຈິດຊີວິດຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາຜູ້ດ້ວຍໂອກາດ. |
![]() |
| ອ້າຍເລວຽດເກືອງ ນັ່ງຢູ່ຊຸດເບື້ອງຂາວ - ປະທານສະມາຄົມ ຄົນພິການຮ່າດົງ ຜູ້ອຳນວຍການ ສະຫະກອນຫວູ້ນ Art ແບ່ງປັນວ່າ: ນີ້ແມ່ນງານວາງສະແດງຄັ້ງທຳອິດຂອງນາຍຊ່າງຫັດຖະກຳທີ່ເປັນຄົນພິການຂອງສະຫະກອນຫວູ້ນ A rt ພວກຂ້າພະເຈົ້າຫວັງວ່າ ທຸກຄົນ ບໍ່ພຽງແຕ່ຊື້ຜະລິດຕະພັນດ້ວຍຄວາມຮັກແພງເທົ່ານັ້ນ ແຕ່ຜ່ານງານວາງສະແດງ ກໍ່ ເຫັນໄດ້ເຖິງການປະດິດຄິດສ້າງຂອງຄົນພິການ |
![]() |
![]() |
| ພາບສິລະປະເຮັດຈາກຜ້າເສດ ຊຶ່ງຄິດວ່າຖືກປະຖິ້ມໄປ |
![]() |
| ນາຍຊ່າງຫັດຖະກຳຂອງ ສະຫະກອນ ຫວູ້ນ Art ໄດ້ນຳໃຊ້ຜ້າເສດເພື່ອເຮັດພາບສິລະປະ ຢ່າງລະອຽດອ່ອນ |
![]() |
| ພາບສິລະປະປະທານໂຮ່ຈີມິນ |
![]() |
| ພາບສິລະປະ: ງານດອງຂອງໜູ |
![]() |
![]() |
| ນອກຈາກພາບຕັດຕໍ່ດ້ວຍຜ້າເສດ ສິລະປະແລ້ວ ສະຫະກອນ ຫວູ້ນ Art ຍັງເຮັດພາບພື້ນເມືອງ ໃສ່ຜະລິດຕະພັນຕ່າງໆຄື: ຜ້າອັດປາກດັງ, ຖົງພາຍ,ເສື້ອ… |
![]() |
| ມາຊົມງານວາງສະແດງແຂກທັງຫຼາຍຈະມີໂອກາດຊອກຮູ້ກ່ຽວກັບພາບສິລະປະຕັດຕໍຈາກຜ້າເສດ. |
![]() |
| ອ້າຍເລວຽດເກືອງ ແນະນຳໃຫ້ນ້ອງນ້ອຍຄົນໜຶ່ງຕັດຕໍ່ສິລະປະດ້ວຍຜ້າເສດ |
![]() |
| ນ້ອງຮ່ວາງອຽນຈາງ ນັກຮຽນຫ້ອງປ3 ມີຄວາມພາກພູມໃຈ ອວດພາບສິລະປະຂອງຕົນ ພາຍຫຼັງຕັດຕໍພາບສິລະປະດ້ວຍຜ້າເສດ |
ງານວາງສະແດງຜ້າເສດ ແກ່ຍາວຮອດເດືອນ ຕຸລາປີ 2023 ຢູ່ຊັ້ນໜຶ່ງ ຫໍພິພິທະພັນຮ່າໂນ້ຍ ຢູ່ຖະໜົນ ຟ້າມຮຸ່ງ ເມືອງນາມຕື່ລຽມຮ່າໂນ້ຍ. ຂໍເຊີນບັນດາທ່ານຕິດຕາມຮັບຊົມບາງພາບສິລະປະທີ່ງານວາງສະແດງ
![]() |
| ພາບເຄີ່ງຄິງ ນັກດົນຕີ ຈິ່ງກົງເຊີນ. |
![]() |
![]() |
![]() |
![]() |
![]() |




