logo

ງານວາງສະແດງວິຈິດສິນ ຫວຽດນາມ-ລາວ- ກຳປູເຈຍ

2017/9/13 | 07:17:48
(VOVWORLD) - ງານວາງສະແດງໄດ້ນຳມາວາງສະແດງ 55 ຜະລິດຕະພັນວິຈິດຕະກຳຂອງຈິດຕະກອນ 22 ຄົນ, ໃນນັ້ນມີ 5 ຄົນມາຈາກລາຊະອານາຈັກກຳປູເຈຍ, 5 ຄົນມາຈາກ ສປປລາວ ແລະ 12 ຄົນມາຈາກ ນະຄອນ ດ່ານັ້ງ, ປະເທດ ຫວຽດນາມ. 
 ຜູ້ຊົມທີ່ງານວາງສະແດງ

ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 -5/9/2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ (18/7/1977 – 18/7/2017) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/6/1967 – 24/6/2017), ວັນທີ 12 ກັນຍາ, ພະແນກວັດທະນະທຳ ແລະ ກິລານະຄອນ ດ່ານັ້ງ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ, ວາງສະແດງວິຈິດສິນ ຫວຽດນາມ - ລາວ - ກຳປູເຈຍ. ງານວາງສະແດງໄດ້ນຳມາວາງສະແດງ 55 ຜະລິດຕະພັນວິຈິດຕະກຳຂອງຈິດຕະກອນ 22 ຄົນ, ໃນນັ້ນມີ 5 ຄົນມາຈາກລາຊະອານາຈັກກຳປູເຈຍ, 5 ຄົນມາຈາກ ສປປລາວ ແລະ 12 ຄົນມາຈາກ ນະຄອນ ດ່ານັ້ງ, ປະເທດ ຫວຽດນາມ. ລາຍການໄດ້ຮັບການຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ບັນດາຈິດຕະກອນໄດ້ພົບປະແລກປ່ຽນວັດທະນະທຳ, ຖອດຖອນບົດຮຽນໃນການປະດິດ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ, ແນະນຳ, ໂຄສະນາພາບພົດຂອງຫໍພິພິຕະພັນວິຈິດສິນ ດ່ານັ້ງເຖິງເພື່ອນມິດສາກົນ. ງານວາງສະແດງຈະດຳເນີນຢູ່ຫໍພິພິຕະພັນວິຈິດສິນ ດ່ານັ້ງ  ຮອດວັນທີ 26 ກັນຍາຈຶ່ງອັດລົງ.

TAG
VOV/VOVworld/ວາງ​ສະ​ແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ