logo

ງານວາງສະແດງສິລະປະເຊີດຊູຄວາມງາມອັນບໍລິສຸດ ຂອງດອກບົວ

2023/3/31 | 07:26:00
(VOVWORLD) -ງານວາງສະແດງໄດ້ສົ່ງສານຢ່າງແຮງຂອງຄະນະຈັດຕັ້ງກ່ຽວກັບຄຸນຄ່າວັດທະນະທຳ, ສັນຕິພາບ ແລະ ສິລະປະຂອງ ຫວຽດນາມ ເຖິງເພື່ອມມິດສາກົນ.
ຫວ່າງແລ້ວນີ້, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ສົມທົບກັບສະພາບໍລິຫານງານອົງການພຸດທະສາສະໜາ ຫວຽດນາມ ຈັດງານວາງສະແດງ “ສິລະປະດອກບົວ ຫວຽດນາມ 2023 - ຄວາມງາມອັນບໍລິສຸດ”.
ຕາມຄະນະຈັດຕັ້ງແລ້ວ, ຊຸດພາບແຕ້ມກ່ຽວກັບດອກບົວ ລວມມີ 75 ແຜ່ນ, ລວມມູນຄ່າຂຶ້ນເຖິງ 20 ລ້ານ USD ເຊິ່ງນັກແຕ້ມຮູບຍິງ ກິມດຶກ ແຕ້ມ ດ້ວຍຫຼາຍຮູບແບບແຕກຕ່າງກັນ.
ນັກແຕ້ມຮູບຍິງ ກິມດຶກ ພ້ອມກັບບັນດາພາບແຕ້ມດອກບົວທີ່ງານວາງສະແດງ.
(ພາບ: dangcongsan.vn)
ນັກແຕ້ມຮູບຍິງ ແຕ້ມບັນດາພາບແຕ້ມນີ້ນັບແຕ່ປີ 2020 ມາຮອດປະຈຸບັນ.
(ພາບ: baodautu.vn)
ຜ່ານງານວາງສະແດງນີ້, ຄະນະຈັດຕັ້ງຢາກນຳເອົາກຳລັງໜູນມາຊ່ວຍໃຫ້ແຕ່ລະຄົນມີຄວາມຮັກຕໍ່ຊີວິດຫຼາຍກວ່າອີກ.
ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼາຍ.
ອົງການພຸດທະສາສະໜາ ຫວຽດນາມ ໄດ້ເລືອກເອົາພາບແຕ້ມມີຊື່ວ່າ “ລຽນຮວາຕິ້ງແກັງ” ຂອງນັກແຕ້ມຮູບຍິງ ກິມດຶກ ມາວາງສະແດງທີ່ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາ. ຫວຽດນາມ ທົ່ວປະເທດ ຄັ້ງທີ 9 (2022) ແລະ ບັນດາວັນບຸນສຳຄັນຂອງອົງການພຸດທະສາສະໜາ ຫວຽດນາມ.
ເມື່ອມາຢ້ຽມຊົມຢູ່ງານວາງສະແດງ, ທຸກຄົນຍັງໄດ້ຮັບຊົມພາບແຕ້ມ “ວໍເຕືອງລາຍ” (Cover of Future) ຂອງນັກແຕ້ມຮູບຍິງ ກິມດຶກ. ພາບແຕ້ມນີ້ມີຊື່ສຽງທົ່ວໂລກ ດ້ວຍການສົ່ງສານຢ່າງແຮງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ.
(ພາບ: phapluatxahoi)
ນັກແຕ້ມພາບຍິງ ກິມດຶກ ໄດ້ປະດັບປະດາຢູ່ເຂດວາງສະແດງດ້ວຍຕົນເອງ.
ກໍ່ແມ່ນໜຶ່ງໃນບັນດາເຂດດຶງດູດຜູ້ມາຮັບຊົມພາບແຕ້ມ, ຖ່າຍຮູບ Check in ຫຼາຍທີ່ສຸດ:
ບາງພາບແຕ້ມທີ່ວາງສະແດງຢູ່ງານວາງສະແດງນີ້:

ງານວາງສະແດງ “ສິລະປະດອກບົວ ຫວຽດນາມ 2023 - ຄວາມງາມອັນບໍລິສຸດ” ເປີດປະຕູໃຫ້ເຂົ້າຊົມຮອດວັນທີ 31 ມີນາ 2023, ຢູ່ຊັ້ນ 1 ວັດ ກວານຊື (ເຮືອນເລກທີ 69 ລີເຖືອງກຽດ, ເມືອງ ຮ່ວານກຽມ, ຮ່າໂນ້ຍ).

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ