logo

ງານ​ວາງ​ສະ​ແດງ “ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບ​ແບ​ບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ

2022/7/18 | 07:14:00
(VOVWORLD) -ໃນເຫດການດັ່ງກ່າວ ໄດ້ວາງສະແດງພາບຖ່າຍ, ເອກະສານ, ວັດຖຸພັນ ແລະ ປຶ້ມເກືອບ 500 ຢ່າງ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ອຸດົມສົມບູນ ແລະ ມີຊີວິດຊີວາໃນ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”. 
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ແລະ ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ ຕັດແຖບຜ້າໄຂງານວາງສະແດງ
 

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ດຳເນີນພິທີໄຂງານວາງສະແດງເອກະສານ, ຮູບພາບ, ວັດຖຸພັນ ແລະ ປຶ້ມກ່ຽວກັບ “ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ເຂົ້າຮ່ວມພິທີ, ຝ່າຍ ຫວຽດນາມ ມີທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ; ສ່ວນຝ່າຍ ລາວ ມີທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເລມິງຮຶງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າ:

        “ງານວາງສະແດງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຜົນງານ, ບົດບາດສຳຄັນຂອງການພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດ ທີ່ມີຕໍ່ຂະບວນວິວັດແຫ່ງການປະຕິວັດຂອງແຕລະປະເທດ. ງານວາງສະແດງຄັ້ງນີ້ ກໍໄດ້ສຸມໃສ່ເນັ້ນບັນດາຂີດໝາຍປະຫວັດສາດ, ບັນດາເຫດການສຳຄັນ, ຜົນງານພົ້ນເດັ່ນ ເຊິ່ງປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ການປົກປັກຮັກສາ ແລະ ພັດທະນາຢູ່ແຕ່ລະປະເທດ”.

        ໃນເຫດການດັ່ງກ່າວ ໄດ້ວາງສະແດງພາບຖ່າຍ, ເອກະສານ, ວັດຖຸພັນ ແລະ ປຶ້ມເກືອບ 500 ຢ່າງ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ອຸດົມສົມບູນ ແລະ ມີຊີວິດຊີວາໃນ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ”. ບັນດາວັດຖຸພັນໄດ້ວາງສະແດງຢູ່ທີ່ນີ້ ແມ່ນໄດ້ຮັບປະກັນລັກສະນະເປັນລະບົບ, ແທ້ຈິງ ແລະ ພາວະວິໄສ, ເຊິ່ງໄດ້ສ່ອງແສງໃຫ້ເຫັນວິວັດແຫ່ງການກໍ່ຕັ້ງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຜ່ານແຕ່ລະໄລຍະປະຫວັດສາດ, ໃນນັ້ນ ມີເອກະສານ, ຮູບພາບ, ວັດຖຸພັນຫຼາຍຢ່າງທີ່ໄດ້ຮັບການອັບເດດ, ເກັບກຳແຕ່ປີ 2017 ມານີ້.

ງານວາງສະແດງ “ສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະອັດລົງໃນວັນທີ 18 ຕຸລາ 2022./.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ